ວົງຈອນຊີວິດ (Life cycle)
ດຸກເດືອເປັນພືດລົ້ມລຸກ ຊື່ງມີວົງຈອນຊີວິດແຕກຕ່າງຈາກພືດອື່ນຄື ມີຊ່ວງການຈະເລີນເຕິບໂຕທາງລຳຕົ້ນຕ່າງປີຂອງການຈະເລີນເຕິບໂຕເປັນດອກ, ດຸກເດືອສ່ວນໃຫຍ່ມີຊ່ວງການຈະເລີນເຕິບໂຕທາງລຳຕົ້ນເປັນພຽງຢ່າງດຽວນານ 4-6 ປີ, ຈື່ງເຂົ້າສູ່ຊ່ວງຂອງການອອກດອກ. ດຸກເດືອບາງຊະນິດມີດອກພຽງປີດຽວແຕ່ບາງຊະນິດສາມາດມີດອກຕິດຕໍ່ກັນໄດ້ຫຼາຍປີ ແລ້ວຈື່ງກັບມາມີຈະເລິນເຕິບໂຕທາງດ້ານລຳຕົ້ນອິກຄັ້ງໜືີ່ງ. ດຸກເດືອເຊິ່ງມີດອກສ່ວນໃຫຍ່ຈະບໍ່ມີການຈະເລິນເຕິບໂຕຂອງລຳຕົ້ນ, ຍົກເວັ້ນດຸກເດືອບາງຊະນິດ ເຊັ່ນ: A. yunnanensis ແລະ A. paeoniifolius ເມື່ອມີດອກ ແລະ ພັດທະນາເປັນໝາກ ຫຼື ບໍ່ຕິດໝາກກໍໍ່ຕາມ ຈະມີຕົ້ນໃໝ່ ງອກຈາກຫົວເດີມ ຫຼື ຈາກໜໍ່ນ້ອຍໆ ທີ່ຢູ່ຮອບຫົວເດີມໄດ້. ໂດຍທຳມະຊາດດຸກເດືອຈະເລີ່ມງອກ ແລະ ຈະເລີນເຕີບໂຕໃນຊ່ວງປາຍລະດູແລ້ງຕໍ່ລະດູຝົນ ຫົວທີ່ງອກ ແລະ ຈະເລີນເຕິບໂຕເປັນດອກຈະງອກໄດ້ໄວກວ່າ ຫົວທີ່ຈະເລີນເຕິບໂຕເປັນຕົ້ນ. ໂດຍປົກກະຕິດຸກເດືອ ຈະອອກດອກປະມານປາຍເດືອນກຸມພາເປັນຕົ້ນໄປ ຈົນເຖິງເດືອນກໍລະກົດ ສ່ວນຕົ້ນຈະງອກປະມານເດືອນມີນາຈົນ ເຖິງເດືອນ ກໍລະກົດ ເຊັ່ນດຽວກັນທັ້ງນີ້ການງອກຈະໄວ ຫຼື ຊ້ານັ້ນຂຶ້ນກັບຢູ່ແຕ່ລະຊະນິດຂອງດຸກເດືອ ແລະ ຄວາມສົມບູນຂອງຫົວໄລຍະເລວາ ຕັ້ງແຕ່ຕົ້ນງອກຈົນເຖິງເລີ້ມຫ່ຽວໃຊ້ເວລາ 8-10 ເດືອນ ເມື່ອຕົ້ນຈະເລີນເຕິບໂຕເຕັມທີ ໃບຈະເລີ້ມຫ່ຽວເສົາ ແລ ະແຫ້ງໃນທີສຸດ. ສ່ວນຫົວທີ່ຈະເລີນເຕິບໂຕເປັນດອກໃຊ້ເວລາ 20-45 ວັນ ຕັ້ງແຕ່ເລີ້ມງອກຈົນເຖິງດອກບານ ແລະ ຈະບານຢູ່ປະມານ 2-4 ວັນເມື່ອດອກໄດ້ຮັບການປະສົມແລ້ວ ຫຼື ບໍ່ໄດັຮັບການປະສົມກໍ່ຕາມຮັງໄຂ່ກໍ່ສາມາດພັດທະນາເປັນໝາກໄດ້ ເຊິ່ງໃຊ້ເວລານານ 6-8 ເດືອນ ເມື່ອໝາກແກ່ເມັດກໍ່ຈະລ່ວງຫຼົ່ນສູ່ພື້ນດິນ. ຂະນະດຽວກັນຫົວໃຕ້ດິນກໍ່ຂະໜາດໃຫຍ່ຂຶ້ນໂດຍມີລັກສະນະການເຈີນເຕິບໂຕ ແບບຖ່າຍຫົວຄືຫົວທີ່ເກີດໃໝ່ຈະຊ້ອນຢູ່ດ້ານເທີງຂອງຫົວເດີມ ຫົວເກົ່າຈະຝໍ່ ແລະ ຫ່ຽວແຫ້ງໄປເມື່ອຕົ້ນ ແລະ ໃບຫ່ຽວລົງ ຫຼື ໝາກສຸກແກ່ເຕັມທີ່ຫົວກໍ່ເລີ່ມເຂົ້າສູ່ໄລຍະພັກຕົວລໍເວລາ ແລະ ສະພາບແວດລ້ອມທີ່ເໝາະສົມເພື່ອງອກເປັນຕົ້ນ ຫຼື ເປັນດອກໃນປີຕໍ່ໄປ.

ການປະກອບສ່ວນ