ການຕະຫຼາດທົ່ວໄປ
ດູກເດືອເປັນຜົນຜະລິດໜື່ງຈາກທຳມະຊາດ ທີ່ມີການເກັບກູ້ມາຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແຕ່ໃນປະຈຸບັນກໍ່ໄດ້ມີການປູກບາງພື້ນທີ່ ບາງພື້ນທີ່ກໍ່ຍັງເກັບຈາກປ່າມາຂາຍ, ເພາະຍັງບໍ່ທັນຮູ້ເຕັກນິກການປູກ. ສ່ວນຫຼາຍເມື່ອປະຊາຊົນເກັບກູ້ມາແລ້ວສ່ວນໜື່ງແມ່ນອົບແຫ້ງໄວ້ໄດ້ຫຼາຍຈື່ງເອົາໄປຂາຍ ຫຼື ມີພໍ່ຄ້າມາຊື່ຢູ່ກັບບ້ານ, ຈາກຖານຂໍ້ມູນເສດຖະກິດສັງຄົມຂອງໂຄງການຕາບີໄດ້ເກັບກຳມາ, ໃນບ້ານທີ່ມີລາຄາຖືກສຸດແມ່ນຂາຍລາຄາ 1,000 ກິບ/ກິໂລ, ໂດຍພົບວ່າມີ ບ້ານ ແກ້ວກູດ, ເມືອງແອດ, ແຂວງຫົວພັນ ແລະ ຈຳນວນ 5 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ. ລາຄາ 1,500 ກິບ/ກິໂລ ພົບຢູ່ 3 ບ້ານຂອງເມືອງຈອມເພັດ ແລະ 1 ບ້ານຂອງເມືອງນານ ແຂວງຫຼວງພະບາງ. ລາຄາ 1,800 ກິບ/ກິໂລ ແມ່ນພໍ່ຄ້າຊື່ຢູ່ບ້ານຜາໜິບເມືອງນານ, ແຂວງຫຼວງພະບາງ. ພໍ່ຄ້າຊື່ລາຄາ 2,000ກິບ/ກິໂລ ແມ່ນພົບ 2 ບ້ານຂອງເມືອງພູກູດ, ແຂວງຊຽງຂວາງ ແລະ 12 ບ້ານຂອງເມືອງຈອມເພັດ, 3 ບ້ານຂອງເມືອງໂພນໄຊ, ແລະ ບ້ານຫ້ວຍພາ ແມ່ນລາຄາ 2,500 ກິບ/ກິໂລ, ແຂວງຫຼວງພະບາງ. ສຳລັບລາຄາ 3000 ກິບ/ກິໂລ ແມ່ນພົບຢູ່ 3 ບ້ານຂອງເມືອງພູກູດ, ແຂວງຊຽງຂວາງ, ແລະ ບ້ານຈົກ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ. ສຳລັບລາຄາ 5,000 ກິບ/ກິໂລ, ພົບຢູ່ 1 ບ້ານຂອງເມືອງໂພນທອງ, 2 ບ້ານຂອງເມືອງຈອມເພັດ ແລະ 4 ບ້ານຂອງເມືອງໂພນໄຊ, ແຂວງຫຼວງພະບາງ, 4 ບ້ານຂອງເມືອງພູກູດ, ແຂວງຊຽງຂວາງ. ສຳລັບລາຄາ 6,000 ກິບ/ກິໂລ, ແມ່ນພົບຢູ່ 1 ບ້ານຂອງເມືອງຄຳ, ແຂວງຊຽງຂວາງ ແລະ 2 ບ້ານຂອງເມືອງໂພນໄຊ, ແຂວງຫຼວງພະບາງ. ຊື່ລາຄາ 7,000 ກິບ/ກິໂລ ພົບຢູ່ເມືອງໂພນທອງ ແລະ ເມືອງໂພນໄຊ, ແຂວງຫຼວງພະບາງ. ຊື່ລາຄາ 8,000 ກິບ/ກິໂລພົບຢູ່ 4 ບ້ານຂອງເມືອງໂພນໄຊ, ແລະ 1 ບ້ານຂອງເມືອງໂພນທອງ, ແຂວງຫຼວງພະບາງ, 2 ບ້ານຂອງເມືອງຄຳ, ແຂວງຊຽງຂວາງ. ລາຄາ 9,000 ກິບ/ກິໂລ ພົບຢູ່ບ້ານຕາດທອງ, ເມືອງໂພນໄຊ, ແຂວງຫຼວງພະບາງ.  ລາຄາ 10,000 ກິບ/ກິໂລ, ພົບຢູ່ 2 ບ້ານຂອງເມືອງໂພນໄຊ, 2 ບ້ານຂອງເມືອງໂພນທອງ, 1 ບ້ານຂອງເມືອງຈອມເພັດ, 1 ບ້ານຂອງເມືອງນ້ຳບາກ, ແຂວງຫຼວງພະບາງ ແລະ 1 ບ້ານຂອງເມືອງຄຳ, ແຂວງຊຽງຂວາງ. ລາຄາ 11,000 ກິບ/ກິໂລ ພົບຢູ່ບ້ານນາພຽງ, ເມືອງໂພນໄຊ, ແຂວງຫຼວງພະບາງ. ລາຄາ 12,000 ກິບ/ກິໂລແມ່ນພົບຢູ່ 2 ບ້ານຂອງເມືອງນ້ຳບາກ ແລະ 1 ບ້ານຂອງເມືອງຄຳ. ລາຄາ 14,000 ກິບ/ກິໂລ ພົບຢູ່ບ້ານພູຢີ, ເມືອງໂພນທອງ, ແຂວງຫຼວງພະບາງ. ລາຄາ 15,000 ກິບ/ກິໂລ ແມ່ນພົບຢູ່ 2 ບ້ານຂອງເມືອງໂພນໄຊ, 1 ບ້ານຂອງເມືອງໂພນທອງ ແລະ ເມືອງນ້ຳບາກ. ລາຄາ 16,000-17,000 ກິບ/ກິໂລແມ່ນພົບຢູ່ 2 ບ້ານຂອງເມືອງໂພນໄຊ, ແຂວງຫຼວງພະບາງ. ສຳລັບລາຄາທີ່ແພງສຸດແມ່ນ 25,000 ກິບ/ກິໂລ ພົບຢູ່ບ້ານຫ້ວຍຊາຍຂາວ, ເມືອງຈອມເພັດ, ແຂວງຫຼວງພະບາງ.

ຂໍ້ມູນດັ່ງກ່າວນີ້ແມ່ນພໍ່ຄ້າໄປຊື່ເອົາຢູ່ກັບບ້ານສະນັ້ນແລ້ວຈື່ງເປັນການລາຄາທີ່ຖືກ, ແຕ່ສຳລັບຢູ່ຈີນແລ້ວ ຖ້າເຮັດແຫ້ງດີ ລາຄາ 30.0 - 45.0 $ / kg, ຄົນຈີນມັກເອົາມາເຮັດເປັນຜະລິດຕະພັນອາຫານສຳເລັດຮູບ ແລະ ເຄີ່ງສຳເລັດຮູບເຊັ່ນ: ໜີ່, ເຝີ, ເສັ້ນເຂົ້າເປືອກ ແລະ ສ່ວນປະສົມຂອງເຂົ້າໜົມປະເພດຕ່າງໆ, ບາງຄັ້ງກໍ່ພົບວ່າເຮັດເປັນຜະລິດຕະພັນຄ້າຍແປ້ງສາມາດຊື່ໄປເຮັດເຂົ້າໜົມ ແລະ ກະແລມໄດ້. ເມື່ອສົມທຽບກັບຂໍ້ມູນລາຄາຢູ່ຈີນແລ້ວ ສຳລັບບ້ານເຮົາແມ່ນຂາຍວັດຖຸດິບຖືກຫຼາຍ, ຍ້ອນເຮົາບໍ່ມີວິຊາການເຕັກນິກທາງການດ້ານເຮັດເປັນຜະລິດຕະພັນຂາຍອອກສູ່ທ້ອງຕະຫຼາດ. ແຕ່ສຳລັບລາຄາຊື່ຂາຍຢູ່ໄທແມ່ນ ລາຄາ 67.50  ບາດ/ກິໂລ.

ການປະກອບສ່ວນ