ດຸກເດືອເປັນທີ່ພົບໄດ້ທົ່ວໄປໃນເຂດຮ້ອນ ແລະເຂດອົບອຸ່ນຂອງອາຊິ ແລະອາຟິກກາ ແຕ່ບໍ່ພົບໃນເຂດຮອ້ນຂອງອາເມລິກາ ເລີ້ມ ຕັ້ງແຕ່ບໍເວນຕາເວັນຕົກຂອງທະວິບອາຟິກກາເລື່ອຍມາທາງຕະເວັນອອກຂອງໂພລິນີເຊຍ ຈົນເຖີງທະວິບອາຊິ ໃນອາຟິກກາ ສາມາດ ເຫັນດຸກເດືອໄດ້ທົ່ວໄປໃນເຂດທຸ່ງພຽງ ແລະໝູ່ເກາະບາງແຫ່ງທາງຕອນໃຕ້ຂອງມະຫາສະມຸດປາຊິຟິກ ໃນອາຊິມີຫຼາຍ ປະເທດ ທີສຳລວດແລ້ວພົບວ່າຍັງມີດຸກເດືອນຂື້ນຕາມປ່າທົ່ວໄປໄດ້ແກ່ ລາວ, ມຽນມ້າ, ຈິນ, ມາເລເຊຍ, ຟີລິບປີນ, ອິນໂດເນເຊຍ, ອິນເດຍ, ບັງກາລາເທດ ແລະຢີ່ປຸ່ນ ດຸກເດືອບາງຊະນິດສາມາດຈະເລິນເຕີບໂຕໄດ້ໃນສະພາບພື້ນທີ່ຄ້ອນຂ້າງ ແຕກຕ່າງກັນ ຕັ້ງແຕ່ປ່າໂປ່ງ ໃນທຸ່ງໂລ່ງແຈ້ງ, ປ່າປ່ຽນໃບ ປ່າທີ່ຖືກເຜົາທຳລາວ ໂດຍສະເພາະປ່າໄມ້ປ່ອງ ຫຼືໃນສະພາບພື້ນທີ່ຊື່ງເປັນຫິນເຊ່ັນ ຫິນອິດຫຼື ດີນດານ ແລະມີດຸກເດືອຫຼາຍຊະນິດທີ່ມັກເກິດບ່ອນມີຄວາມຊຸ່ມໃນສະພາບປ່າຊື່ງເປັນພູເຂົາຫິນປູນ ເທີີງໜ້າຜາສູງຊັນ ແລະບົນພື້ນທີ່ຮາບພຽງຈົນເຖີງພູເຂົາສູງ 3000 ແມັດ, ເໜືອລະດັບນ້ຳທະເລ ການແພ່ກະຈາຍພັນຂອງບູກສ່ວນຫຼາຍ ພົບວ່າມັກ ຈະເລີນເຕິບໂຕຢູ່ໃນສະເພາະໃນທ້ອງຖີ່ນໜື່ງເທົ່ານັ້ນ ມີດຸກເດືອພຽງຊະນິດໜ້ອຍຊະນິດທີ່ເຕິບໂຕ ແລະແຜ່ກະຈາຍໄດ້ເປັນ ບໍລິເວນກວ້າງ ແລະໃນສະພາບພູມີອາປະເທດທີ່ຫຼາກຫຼາຍ ເຊັ່ນ A. paeoniifolius ມີເຂດກະຈາຍພັນທີ່ກວ້າງຂວາງ ແລະ ອິກຫຼາຍປະເທດໃນແຖບອາຊິລວມທັ້ງໃນປະເທດລາວ A. muelleri ພົບໃນທຸກພາກຂອງປະເທດ, ເຖີງແມ່ນວ່າດຸກເດືອ ສ່ວນໃຫຍ່ຈະເລີນເຕີບໂຕ ແລະແພ່ກະຈາຍໄດ້ຈຳກັດສະເພາະທ້ອງຖີ່ນ ແຕ່ກໍ່ສາມາດພົບດຸກເດືອຊະນິດດຽວກັນໄດ້ໃນພື້ນທີ່ໃກ້ຄຽງ ຫຼືປະເທດທີ່ມີເຂດທີ່ເຊື່ອມຕ່ໍກັນ.
ດຸກເດືອມັກເກິດຈາກດິນທີ່ຂ້ອນຂ້າງອຸດົມສົມບູນມີທາດອົງຄະທາດພຽງພໍ ດິນລ້ວນຜຸຜູຍ ມີຄ່າຄວາມເປັນອາຊິດ-ບາເຊີ ph=5.5-7.0, ເປັນພືດທີມັກໃຕ້ຮົ່ມເຫງົ້າຂອງຕົ້ນໄມ້ໃຫຍ່, ຊື່ງມີແສງແດງເລັກນ້ອຍ ອຸນຫະພູມທີ່ເໝາະສົມຢູລະຫວ່າງ 25-35 ອົງສາ, ເປັນພືດບໍ່ມັກລົມພັດເພາະລຳຕົ້ນຫຼືກ້ານໃບອວບນໍ້າ, ຖ້າຖືກແສງແດດໂດຍກົງຈະເຮັດໃຫ້ໃບໄໝ້ ແລະຕົ້ນຫ່ຽວເສົາໄດ້ງ່າຍ ແລະຖ້າມີລົມແຮງຕົ້ນອາດໂຄ້ນລົ້ມໄດ້ ໂດຍທົ່ວໄປແລ້ວດຸກເດືອເປັນພືດທີ່ປູກໄດ້, ສາມາດນໍຳມາປູກໃນສະພາບແປງໄດ້ ແຕ່ຄວນມີຜາບັງແສງເລັກນ້ອຍ, ຫຼືປູກໃນຮົ່ມເຫງົ້າຂອງຕົ້ນໄມ້ໃຫຍ່ ການດູແລຮັກສາຄວນໃຊ້ຝຸ່ນຄອກ.
 

ການປະກອບສ່ວນ