ການຂະຫຍາຍພັນ (Multiplication) 
ໂຄ້ງສ້າງຂອງດອກດຸກເດືອມີລັກສະນະເປັນຊໍ່ດອກປະກອບດ້ວຍກາບຫຸ້ມຊໍ່ດອກ ແລະ ຊໍ່ດອກຕັ້ງມີກາບເຊິ່ງມີລັກສະນະ ໂດຍ ລວມ ຄ້າຍເປັນດອກຂະໜາດໃຫຍ່, ສ່ວນດອກຈີງຈະມີຂະໜາດນ້ອຍຢູ່ເຄີ່ງສ່ວນຖານຂອງຊໍ່ດອກ ສ່ວນເກສອນເພດຜູ້ ແລະ ເກສອນເພດແມ່ ຢູ່ແຍກກັນ, ເມື່ອດອກເລີ່ມບານຈະມີກິ່ນເໜັນຄືກັບຊາກສັດເນົ່າຕາຍແລ້ວ ແລະ ເປັນຕົວດືງດູດ ແມງໄມ້ ໃຫ້ເຂົາມາໄຕ່ຕອມ ທີ່ເກສອນເພດຜູ້ ແລະ ເກສອນເພດແມ່ ຈາກການສັງເກດພົບແມງໄມ້ປີກແຂງ Pettonotus nasutus ເຊິ່ງຢູ່ໃນຕະກຸນ Scarabaeidae ຊ່ວຍປະສົມເກສອນ ແລະ ຂະນະດຽວກັນນັ້ນກໍ່ກັດກິນບາງສ່ວນຂອງຈະງອຍເກສອນເພດຜູ້ ແລະ ເພດແມ່. ນອກຈາກນິ້ຍັງພົບມົດ ແລະ ແມງໄມ້ອິກຫຼາຍຊະນິດເພື່ອຊ່ວຍປະສົມເກສອນ ຄື ແມງໝາກໄມ້ເນົ່າ Haptoneus sp. ແລະ ເຜິ້ງບາງຊະນິດເຊັ່ນ: Apis cerana ບິນມາແວະວຽນຕອມດອກດຸກເດືອໃນຕອນທ່ຽງວັນທີ່ດອກດຸກເດືອເລີ່ມບານ. ດຸກເດືອສາມາດປູກໄດ້ດ້ວຍຫຼາຍວິທີ:

  • ໂດຍວິທີການເພາະເມັດບຸກສາມາດຂະຫຍາຍພັນດ້ວຍເມັດໄດ້ເອງຕາມທຳມະຊາດ ໂດຍເມັດທີ່ຫຼົ່ນລົງດິນສາມາດງອກເປັນຕົ້ນໃໝ່ໄດ້ ຈາກການທົດສອບໃນຫ້ອງປະຕິບັດການ ແລະ ພາກສະໜາມ ພົບວ່າເມັດດຸກເດືອສ່ວນໃຫຍ່ມີຄວາມງອກຫຼາຍກວ່າ 90% ແລະ ດຸກເດືອບາງຊະນິດມີໄລຍະພັກຕົວເປັນເວລານານເຖິງ 4 ເດືອນ.
  • ໂດຍວິທີການແຕກໜໍ່ຈາກຫົວເດີມ, ດຸກເດືອບາງຊະນິດມີໜໍ່ຂະໜາດນ້ອຍເປັນຈຳນວນຫຼາຍຢູ່ເທິງຫົວເກົ່າ, ເຊິ່ງໜໍ່ເຫຼົ່ານີ້ ສາມາດແຍກໄປປູກເປັນຕົ້ນໃໝ່ໄດ້ ຫຼື ໃຊ້ວິທີຕັດແບ່ງຫົວເກົ່າ ແລ້ວນຳໄປປູກຂະຫຍາຍພັນແຕ່ມັກມີປັນຫາເລື່ອງຫົວເນົ່າ.
  • ໂດຍໃຊ້ເຫງົ້າ ດຸກເດືອບາງຊະນິດເມື່ອຈະເລີນເຕີບໂຕເຕັມທີ່ຈະມີເຫງົ້າແຕກອອກມາຈາກຫົວເດີມໂດຍລວມມີຄວາມຍາວ 10-30 ຊັງຕິແມັດ ນໍາເຫງົ້າມາຕັດແບ່ງເປັນທ່ອນສັ້ນໆ ແລ້ວນຳໄປປູກຂະຫຍາຍພັນໄດ້ອິກວິທີໜື່ງ.
  • ໂດຍໃຊ້ຫົວພົບກ້ານໃບ ດຸກເດືອບາງຊະນິດໄດ້ແກ່ A. mulleri ມີລັກນະສະເດັ່ນກວ່າຊະນິດອື່ນ ຄືມີຫົວຂະໜາດນ້ອຍຢູ່ເທິງກ້ານໃບຈຳນວນໜື່ງ ເຊິ່ງສາມາດນຳໄປປູກເພື່ອຂະຫຍາຍພັນໄດ້.
  • ໂດຍວິທີການເພາະລ້ຽງເນື້ອເຍື້ອ ໃນກໍລະນິທີ່ຕ້ອງການຕົ້ນອ່ອນໃນປະລິມານຫຼາຍ

ໂດຍປົກກະຕິດຸກເດືອສາມາດຂະຫຍາຍພັນໄດ້ຕາມທຳມະຊາດດ້ວຍການແຕກໜໍ່ ຫຼື ເມັດ ເມື່ອເມັດບຸກແກ່ເຕັມໄວຈະກະຈ່າຍ ລົງສູ່ພື້ນດິນ ຈາກການເຝົ້າສັງເກດຂອງນັກພືດສາສາດທີ່ສຶກສາເລື່ອງການກະຈາຍພັນຂອງດຸກເດືອລາຍງານວ່າໃນປະເທດອິນເດຍ ແລະ ປະເທດອື່ນບາງປະເທດພົບນົກກົກ ແລະ ນົກບາງເຂດກິນໝາກດຸກເດືອ ເນື່ອງຈາກໝາກຂອງດຸກເດືອສ່ວນຫຼາຍ ມີສີສົດໃສເຊິ່ງເຮັດໃຫ້ດືງດູດນົກມາກິນ ເປັນການຊ່ວຍກະຈາຍພັນດຸກເດືອຕາມທຳມະຊາດອິກວິທີໜື່ງ.

ການປະກອບສ່ວນ