ຄູນຄ່າທາງໂພຊະນາການ (Nutrients)

ໃນຫົວດຸກເດືອມີສ່ວນປະກອບສຳຄັນຄື ກລູໂກແມນແນນ ຊື່ງເປັນທາດປະສົມປະເພດຄາຣ໌ໂບໄຮເດຣດ ທີ່ປະກອບດ້ວຍກລູໂກສ, ແມນໂນສ ແລະ ຟູກໂຕສ ໂດຍມີອັດຕາສ່ວນຂອງກລູໂກສ ແລະ ແມນໂນສ 2:3 ເຊິ່ງເມື່ອລະລາຍນໍ້າຈະໄດ້ສານລະລາຍເຂັ້ມຂຸ້ນ ແລະ ສາມາດເກິດເປັນເຈວໄດ້ເມື່ອໃຊ້ຮ່ວມກັບສານລະລາຍດ່າງ ຫຼື ສານໄຮໂດຣຄໍລອຍ ບາງຊະນິດສາມາດນຳໄປແປຮູບເປັນອາຫານໄດ້ຫຼາຍປະເພດ. ສານປະກອບໃນຫົວດຸກເດືອບໍ່ມີຄຸນຄ່າໃນການໃຫ້ພະລັງງານແກ່ຮ່າງກາຍເນື່ອງຈາກບໍ່ມີການຍ່ອຍສະລາຍເປັນນໍ້າຕານ, ທາດປະສົມໃນຫົວດຸກເດືອມີລັກສະນະເປັນແປ້ງເມື່ອຢູ່ໃນສະພາບແຫ້ງ ແລ ະປະສົມກັບນ້ຳທີ່ອຸນຫະພູມຫ້ອງຈະຂະຍາຍຕົວເພີ່ມຂື້ນ 30-40 ເທົ່າໂດຍປະລິມານ ໃນຊ່ວງເວລາພຽງ 20-30 ນາທີ ແລະ ມີຄວາມຄົງຕົວຢູ່ໄດ້ນານກວ່າ 36 ຊົ່ວໂມງທີ່ອຸນຫະພູມຫ້ອງ.
ຂໍ້ສັງເກດເບື້ອງຕົ້ນໃນການເລືອກວ່າຊະນິດໃດກິນໄດ້ ຫຼື ກິນບໍ່ໄດ້ ເຊີ່ງເປັນຄວາມຮູ້ ແລະ ພູມປັນຍາຂອງຊາວບ້ານທີ່ນິຍົມນຳເອົາດຸກເດືອມາບໍໂພກເປັນອາຫານ ມີວິທິການງ່າຍໆດັ່ງນີ້:
ສັງເກດລັກສະນະຂອງລຳຕົ້ນ:

  • ດຸກເດືອຊະນິດທີ່ກິນໄດ້ສ່ວນຫຼາຍທີ່ກິນສະເພາະລຳຕົ້ນ ແລະ ກ້ານດອກອ່ອນ ຫຼື ກິນຫົວໄດ້ຈະມີລັກສະນະລຳຕົ້ນ ຄ້າຍຄືກັນຄື ຜິວຂອງລຳຕົ້ນລຽບ, ກ້ຽງ, ບໍ່ມີໜາມ ຫຼື ຜິວຂະລຸຂະລະ
  • ດຸກເດືອຊະນິດທີ່ກິນລຳຕົ້ນ ແລະ ກ້ານດອກອ່ອນ, ລຳຕົ້ນມີຂະໜາດນ້ອຍ ສູງປະມານ 30-50 ຊັງຕິແມັດ, ເສັ້ນຜ່າສູນກາງຂອງລຳຕົ້ນປະມານ 1-2 ຊັງຕິແມັດ.
  • ດຸກເດືອຊະນິດທີ່ກິນຫົວໃຕ້ດິນລຳຕົ້ນມີຂະໜາດໃຫຍ່, ຄວາມສູງປະມານ 1-3 ແມັດເສັ້ນຜ່າສູນກາງ 3-6 ຊັງຕິແມັດ ແລະ ອາດມີຂະໜາດໃຫຍ່ກວ່ານີ້, ຂື້ນຢູ່ກັບອາຍຸຂອງດຸກເດືອ.

ສັງເກດລັກສະນະຂອງຫົວ:

  • ດຸກເດືອຊະນິດທີ່ກິນລຳຕົ້ນໄດ້ ແລະ ກ້ານດອກອ່ອນສ່ວນຫຼາຍຈະເປັນຫົວຍາວຄ້າຍຄືແຄຣອດ ຫຼື ຮູບຊົງກະບອກ ຫຼືຄ້າຍຫົວມັນເພົາ.
  • ດຸກເດືອຊະນິດທີ່ກິນຫົວໃຕ້ດິນ ຫົວຈະມີລັກສະນະກົມ ແລະ ຜິວລຽບ

ສັງເກດລັກສະນະເນື້ອສີ ແລະເມັດແປ້ງທີ່ໄດ້ຈາກຫົວດຸກເດືອ

  • ດຸກເດືອຊະນິດທີ່ກິນໄດ້ສ່ວນຫຼາຍຈະເປັນສີຂາວອົມເຫຼືອງ, ສີຂາວອົມສີບົວ ຫຼື ສີຂາວອົມມ່ວງ ແລະ ບາງຊະນິດທີ່ກິນບໍ່ໄດ້ຈະເປັນເນື້ອສີຂາວລ້ວນ.
  • ໃຊ້ມືນວດເມັດແປ້ງຈາກຫົວທີ່ຜ່າແລ້ວຈະມີລັກສະນະເປັນເມັດເລັກໆ ຄືເມັດຊາຍປະປົນຢູ່ໃນວຸ້ນດຸກເດືອ.
ການປະກອບສ່ວນ