ອົງປະກອບທາງເຄມີ (Chemical composition)

ທາດທີ່ພົບໄດ້ແກ່ທາດ  Glucomannan, Konjacmannan, D-mannose, Takadiastase, ແປ້ງ, ໂປຣຕິນ, ວິຕາມິນບີ, ແລະ ຍັງພົບທາດທີ່ເປັນຜິດຄື Coniine, Cyanophoric glycoside, ກ້ານຂອງດຸກເດືອພົບທາດ Uniine ແລະ ວິຕາມິນບີທີ່ກ້ານຊໍ່ດອກ, ຫົວດຸກເດືອຍັງມີໂປຣຕິນຢູ່ 6% ແລະ ມີຄາຣ໌ໂບໄຮເດຣດຢູ່ສູງ 67%, ຫົວດຸກເດືອມີສານສຳຄັນຄື Glucomannan ເປັນສານປະເພດຄາຣ໌ໂບໄຮເດຣດ ຊື່ງປະກອບດ້ວຍກລູໂກສ, ແມນໂນສ, ແລະ ຟຣູກໂຕສ, ສານກລູໂກສ ແມນແນນ ສາມາດຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ ເນື່ອງຈາກມີຄວາມໜຽວ, ຊ່ວຍຍັບຢັ້ງການດູດຊືມຂອງກລູໂກສຈາກທາງເດີນອາຫານ, ຍິ່ງໜຽວຫຼາຍກໍ່ຍິ່ງມີຜົນດີຕໍ່ການດູດຊືມກລູໂກສ ດັ່ງນັ້ນ ກລູໂກແມນແນນ ຊື່ງໜຽວກວ່າຈື່ງສາມາດຫຼຸດນໍ້າຕານ, ໄດ້ດີກວ່າ ຈື່ງໃຊ້ແປ້ງເປັນວຸ້ນເປັນອາຫານສຳລັບຜູ້ເປັນພະຍາດເບົາຫວານ ແລະ ສຳລັບຜູ້ທີ່ເປັນພະຍາດໄຂມັນໃນເລືອດສູງ, ທາດ Glucomannan ຈະມີປະລີມານແຕກຕ່າງກັນອອກໄປຕາມແຕ່ລະຊະນິດຂອງດຸກເດືອ. 

ແປ້ງຈາກຫົວດຸກເດືອນັ້ນປະກອບໄປດ້ວຍກລູໂຄສແມນແນນປະມານ 90% ແລະ ສີ່ງເຈືອປົນອື່ນໆເຊັ່ນ  Alkaloid, starch, ສານປະກອບໄນໂຕເຈນຕ່າງໆ sulfates, chloride, ແລະ ສານຜິດອື່ນ. ໂມເລກູລຂອງກລູໂກສແມນແນນນັ້ນເປັນຫຼັກ ແລ້ວ ຈະປະກອບໄປດ້ວຍນໍ້າຕານສອງຊະນິດຄື ກລູໂກສ 2 ສ່ວນ ແລະ ແມນໂນສ 3 ສ່ວນ, ໂດຍປະມານ ເຊື່ອມຕໍ່ກັນລະຫວ່າງ ຄາຣ໌ບອນຕໍ່າແໜ່ງທີ່ 1 ຂອງນ້ຳຕານຊະນິດທີ່ສອງກັບຄາຣ໌ບອນຕໍ່າແໜ່ງທີ່ 4 ຂອງນ້ຳຕານຊະນິດທຳອິດ, 4-Fluxoaisix linkage ເຊິ່ງແຕກຕ່າງຈາກພືດທົ່ວໄປ, ຈື່ງບໍ່ຖືກຍ່ອຍໂດຍອາຊີດ ແລະ ນ້ຳຍ່ອຍໃນກະເພາະອາຫານ ເພື່ອໃຫ້ນໍ້າຕານທີ່ໃຫ້ພະລັງງານໄດ້, ນອກຈາກກລູໂກສແມນແນນຈະພົບໄດ້ໃນດຸກເດືອແລ້ວຍັງພົບໄດ້ໃນຫວ້ານຫາງແຂ້ອີກດ້ວຍ.

Glucomannam ສາມາດດູດຊືມນໍ້າ ແລະ ພອງຕົວໄດ້ຫຼາຍເຖິງ 200 ເທົ່າ ຂອງປະລິມານນ້ຳເດີມ ເມື່ອເຮົາຮັບປະທານກລູໂກສແມນແນນ ກ່ອນອາຫານເຄີ່ງຊົ່ວໂມງ ເຖິງໜືີ່ງຊົ່ວໂມງຄັ້ງລະ 1 ກຣາມ, ກລູໂກສແມນແນນຈະດູດນໍ້າທີ່ມີຫຼາຍໃນກະເພາະອາຫານຂອງຄົນເຮົາ ແລ້ວເກີດການພອງຕົວຈົນເຮັດໃຫ້ເຮົາຮູ້ສຶກອີ່ມອາຫານໄດ້ໄວ້ຂຶ້ນ ແລະ ອີ່ມໄດ້ໃນລະດັບໜື່ງ ເຊິ່ງຈຸດນີ້ເອງທີ່ເຮັດໃຫ້ເຮົາ ຮັບປະທານອາຫານໄດ້ນ້ອຍລົງກວ່າປົກກະຕິ ເມື່ອນຳທາດທີ່ສະກັດໄດ້ຈາກບຸກທີ່ມີການກຳຈັດຜິດແລ້ວໃຫ້ໝູໃຫຍ່ກິນຄັ້ງລະ 15 ກຣາມ ຕິດຕໍ່ກັນເປັນໄລຍະເວລາ 2-3 ອາທິດ ພົບວ່າລະດັບຄໍເລສເຕີລອນໃນລຳໄສ້ໄດ້ໄວ້ຂື້ນ, ສານສະກັດແອລກໍຮໍຈາກຫົວບຸກ ສາມາດຍັບຍັ້ງການຈະເລີນຂອງເຊື້ອວັນນະໂລກໃນຫຼອດແກ້ວໄດ້, ເມື່ອນຳສານທີ່ສະກັດໄດ້ຈາກບຸກທີ່ມີການກຳຈັດຜິດແລ້ວ ໃຫ້ໝູໃຫຍ່ທີ່ມີອາການບວມທີ່ຂາກິນວັນ 15 ກຣາມ ພົບວ່າອາການທີ່ຂາດີຂຶ້ນ.

ການປະກອບສ່ວນ