ໝົກໝາກເຂົ້າ

Andy Souvanhphukdee
ໝົກໝາກເຂົ້າ ຫອມຫວານມັນ ອາຫານເມືອງເໜືອ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ໝາກເຂົ້າສຸກ 2 ໜ່ວຍໃຫ່ຍ
  • ເຂົ້າເບືອ 1 ຈອກກາເຟ
  • ນ້ຳຕານ 3-4 ບ່ວງຊາ
  • ເກືອ 1 ບ່ວງຊາ
  • ຕອງ
  • ຖົ່ວດິນ (ຖ້າຕ້ອງການ)

 

ວິທີປຸງແຕ່ງ

1. ຕັກແກ່ນອອກຈາກໝາກເຂົ້າ ໃສ່ຖ້ວຍ

phakhaolao

2. ໃສ່ເຂົ້າເບືອ ປຸງດ້ວຍເກືອ ແລະ ນ້ຳຕານ ຄົນໃຫ້ເຂົ້າກັນ (ລະວັງຢ່າໃຫ້ ເນື້ອໝາກເຂົ້າມຸ່ນຫຼາຍຈົນເກີນໄປ)

phakhaolao

3. ນຳໃບຕອງມາຫໍ່ເຮັດ ໝົກ

4. ຫຼັງຈາກທີ່ຫໍ່ແລ້ວໃຫ້ນຳໄປໜຶ້ງ ປະມານ 30 ນາທີ

phakhaolao.la

5. ຮັບປະທານໄດ້ຕາມຕ້ອງການ

phakhaolao.la

ໂພຊະນາການຂອງໝາກເຂົ້າ
ໝາກອ່ອນ ແລະ ຍອດອ່ອນຊ່ວຍຫຼຸດນ້ຳຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານໄດ້, ແກ່ນເປັນຢາບຳລຸງປອດ, ແກ່ນແກ່ນຳມາບົດໃຫ້ແຫ້ງປະສົມນ້ຳມັນ ຫຼື ນ້ຳສົ້ມສາຍຊູເລັກນ້ອຍນຳໃຊ້ທາບໍລິເວນທີ່ມີອາການອັກເສບ, ອາການບວມຈະຊ່ວຍຮັກສາອາການໄດ້ ແລະ ຍັງຊ່ວຍຮັກສາພະຍາດຜີວໜັງ, ຜົດຜື່ນຄັນຕ່າງໆ, ອາການຟົກຊ້ຳໄດ້ອີກດ້ວຍ. ຂໍ້ມູນເພີ່ມເຕີມ ພາເຂົ້າລາວ

ຄຳແນະນຳ

ສູດອາຫານຈາກ ສຸລິວັນ ບຸນທຳມີ
 

ການປະກອບສ່ວນ