ໝາກເຂົ້າ ໝາກໄມ້ໂພສະນາການ ຊ່ວຍປ້ອງກັນພະຍາດ ແລະ ບຳລຸງຮ່າງກາຍ

ຈິນຕະນາພອນ ແກ້ວວິຈິດ
ໝາກເຂົ້າ ເປັນໝາກໄວ້ວິເສດ, ສາມາດຊ່ວຍປ້ອງການມະເລັງ, ມີໂພສະນາການ ແລະ ມີວິຕາມິນຫຼາຍຊະນິດ ເຊິ່ງເຮັດໃຫ້ຮ່າງກາຍແຂງແຮງ.
ຜະລິດຕະພັນທີ່ເປັນມໍລະດົກຂອງລາວ
ນ້ຳໝາກເຂົ້າ
Chintanaphone

ໝາກເຂົ້າ ເປັນໝາກໄມ້ໂພສະນາການ ແລະ ເປັນຢາ ຊ່ວຍປ້ອງກັນພະຍາດ ແລະ ບຳລຸງຮ່າງກາຍ

ຜູ່ເຖົ້າຜູ່ແກ່ໄດ້ເລົ່າໃຫ້ຟັງວ່າ: ໝາກເຂົ້າເປັນໝາກໄມ້ປ່າທີ່ຫາໄດ້ຢຸ່ໃນປ່າ, ໃນສະໄໝສົງຄາມ ປະຊາຊົນຕ້ອງໄດ້ດຳລົງຊີວິດຢູ່ໃນຖ້ຳ ມີຄວາມຫຍຸ້ງຍາກໃນການຊອກຫາອາຫານ ເພື່ອມາກິນ. ສະນັ້ນ, ພໍ່ແມ່ຈິ່ງໄດ້ເອົາໝາກເຂົ້າມາໜຶ້ງໃສ່ເຂົ້າໃຫ້ລູກຫຼານກິນ ເພື່ອບໍ່ໃຫ້ຂາດສານອາຫານ ແລະ ເຮັດໃຫ້ເດັກນ້ອຍກິນເຂົ້າແຊບ, ແຂງແຮງ.

ໝາກເຂົ້າ ໃນເມື່ອກ່ອນແມ່ນພົບຫຼາຍຢູ່ທາງພາກເໜືອ ຂອງລາວ. ລັກສະນະຂອງໝາກເຂົ້າຈະເປັນໜ່ວຍທີ່ມີໜາມ ເວລາໝາກເຂົ້າສຸກຈະປ່ຽນຈາກສີຂຽວ ເປັນເຫຼືອງ ແລະ ເວລາທີ່ໝາກເຂົ້າແກ່ພໍຈະກາຍ ເປັນສີສົ້ມ ແລະ ແດງ, ຂະໜາດຂອງໝາກເຂົ້າປະມານ 200 ກຣາມ ຫາ 1 ກິໂລກຣາມ.

ໝາກເຂົ້າສຸກດີສີແດງ ທີ່ໄດ້ຈາກສວນຫຼັງບ້ານ
ໝາກເຂົ້າທີ່ແກ່ດີແລ້ວ ຈະມີສີແດງ ເຮົາສາມາດນຳໄປປະກອບອາຫານ
ໝາກເຂົ້າສາມາດນຳມາປຸງແຕ່ອາຫານ ໄດ້ເຊັ່ນ:
  1. ໜຶ້ງໃສ່ເຂົ້າໜຽວໃສ່ໝາກເຂົ້າ,
  2. ເຮັດໝົກໝາກເຂົ້າ,
  3. ໝາກເຂົ້າອ່ອນກໍ່ສາມາດນຳມາໜຶ້ງກິນສຸກເຊັ່ນດຽວກັບຜັກທົ່ວໄປ,
  4. ບາງຄົນກໍ່ ເຮັດນ້ຳໝາກເຂົ້າເພື່ອດື່ມ,
  5. ໝາກເຂົ້າເຫີ່ມແມ່ນສາມາດເຮັດເປັນຊາໝາກເຂົ້າໄດ້ອີກ. 
Steaming rice with Gac fruit
ລັກສະນະຂອງເຂົ້າພາຍຫຼັງຈາກທີ່ໜຶ້ງປົນກັບໝາກເຂົ້າເວລາສຸກແລ້ວ ຈະເຮັດໃຫ້ເຂົ້າສີຂາວກາຍເປັນສີສົ້ມ, ເຂົ້າຈະນຸ້ມ, ມີຄວາມມັນ ແລະ ເຮັດໃຫ້ເຂົ້າສຸກຫອມ.
ຄຸນປະໂຫຍດທາງໂພສະນາການ ແລະ ຢາປົວພະຍາດຂອງໝາກເຂົ້າ:
  1. ໝາກເຂົ້າມີວິຕາມິນຊີສູງ 40 ເທົ່າ ຂອງໝາກກ້ຽງ.
  2. ມີເບຕາແຄໂລທີນ 10 ເທົ່າຂອງໝາກກາລົດ.
  3. ມີສານໄລໂຄປີນ 12 ເທົ່າຂອງໝາກເລັ່ນ.
  4. ບຳລຸງສາຍຕາ.
  5. ປ້ອງກັນໂລກມືນຊາ.
  6. ບຳລຸງເຊວຂອງຜິວໜັງ ຕ້ານອະນຸມູນອິດສະຫຼະ ຊະລໍຄວາມແກ່.
  7. ລົດຄວາມສ່ຽງ ຂອງການເກີດໂລກຫຼອດເລືອດຫົວໃຈ.
  8. ຊ່ວຍຕ້ານມະເລັງ ເຊັ່ນ: ມະເລັງຕ່ອມລູກໝາກ, ມະເຮັງປອດ, ມະເຮັງຕັບ, ມະເລັງກະເພາະອາຫານ.

ນອກຈາກ, ປູກເພື່ອບໍລິໂພກພາຍໃນຄົວເຮືອນ. ປັດຈຸບັນ ແມ່ນສາມາດຂາຍເປັນສິນຄ້າ ເນື່ອງຈາກຜູ້ບໍລິໂພກໄດ້ຄຳນຶງເຖິງຄຸນປະໂຫຍດຂອງໝາກເຂົ້າ ທີ່ມີດີຫຼາຍຢ່າງຕໍ່ກັບສຸຂະພາບ ເຮັດໃຫ້ປັດຈຸບັນໝາກເຂົ້າໄດ້ຮັບຄວາມນິຍົມຫຼາຍຂຶ້ນ. ລາຄາຂາຍທົ່ວໄປ ລາຄາໝາກເຂົ້າ 5,000-15,000 ກີບຕໍ່ໜ່ວຍ ຫຼື ບາງຕະຫຼາດຂາຍລາຄາ 15,000 ກີບຕໍ່ກິໂລກຣາມ.

ການປະກອບສ່ວນ