ໝາກເຂົ້າ / Gac Fruit

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Momordica cochinchinensis (Lour.) Spreng. / Cucurbitaceae.
ຊື່ພ້ອງ
Momordica macrophylla Gage
Momordica meloniflora Hand.-Mazz.
Momordica mixta Roxb.
Muricia cochinchinensis Lour.
Zucca commersoniana Ser.
ຊື່ອື່ນ
ລາວ: ໝາກເຂົ້າ
ໄທ: ຟັກເຂົ້າ, ມະເຂົ້າ, ຂີ້ກາເຄືອ, ພຸກູ້ຕະ, ຜັກເຂົ້າ ເປັນຕົ້ນ.
Vietnamese: quả gấc
ບັນຍາຍລັກສະນະພືດສາດ

ຕົ້ນໝາກເຂົ້າຈັດເປັນພືດລົ້ມລຸກ, ເປັນໄມ້ເຄືອ, ອາຍຸຫຼາຍປີ, ເຄືອໃຫຍ່ມີມືເກາະຄ້າຍຄືກັບຜັກຕຳນິນ, ມັກແສງແດດ, ເລືອໄດ້ທັງພື້ນດິນ ແລະ ເທີງຕົ້ນໄມ້. ໃບດ່ຽວ, ໃບເປັນຮູບຫົວໃຈ ຫຼື ຮູບໄຂ່, ຄ້າຍໃບໂພ, ຄວາມກວ້າງ ແລະ ຄວາມຍາວຂອງໃບມີຂະໜາດເທົ່າກັນ 6 – 15 ຊັງຕີແມັດ. ຂອບໃບວ້ຳເຂົ້າເປັນແສກປະມານ 3–5 ແສກ. ດອກເກີດຢູ່ບໍລິເວນຂໍ້ຕໍ່ລະຫວ່າງໃບ ຫຼື ຕາມຊອກໃບຊື່ງຈະອອກດອກຂໍ້ລະ 1 ດອກ, ຄ້າຍຄືກັບດອກຕຳນີນ, ກາບດອກມີສີຂາວອົມເຫຼືອງ ຫຼື ຂາວແກມເຫຼືອງ. ສ່ວນກ້ານເກສອນ ແລະ ກາບລະອອງຈະມີສີມ່ວງແກມດຳ ຫຼື ສີມ່ວງແກມສີນ້ຳຕານ. ດອກໝາກເຂົ້າເປັນດອກແບບສົມບູນເພດແຍກເປັນດອກເພດແມ່ ແລະ ດອກເພດຜູ້ຈະຢູ່ຕ່າງຕົ້ນກັນ. ດອກເພດແມ່ຈະມີຂະໜາດນ້ອຍ, ປາຍໃບມົນ. ສ່ວນດອກເພດຜູ້ປາຍໃບແຫຼມ, ດອກໝາກເຂົ້າມີສີເຫຼືອງ, ມີກາບດອກ 5 ກາບຕິດຢູ່. ໝາກຮູບໄຂ່ກົມຮີ, ເປືອກມີໜາມນ້ອຍໆຢູ່ຮອບໝາກ. ໝາກອ່ອນຈະມີສີຂຽວອົມເຫຼືອງແຕ່ເມື່ອສຸກແລ້ວໝາກຈະມີສີແດງ ຫຼື ສີສົ້ມອົມແດງ. ໝາກສຸກເນື້ອຈະເປັນສີເຫຼືອງມີເຍື່ອກາງຫຸ້ມແກ່ນເປັນສີແດງ.

ບັນຍາຍການນຳໃຊ້

ໝາກອ່ອນ ແລະ ຍອດອ່ອນຊ່ວຍຫຼຸດນ້ຳຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານໄດ້, ແກ່ນເປັນຢາບຳລຸງປອດ, ແກ່ນແກ່ນຳມາບົດໃຫ້ແຫ້ງປະສົມນ້ຳມັນ ຫຼື ນ້ຳສົ້ມສາຍຊູເລັກນ້ອຍນຳໃຊ້ທາບໍລິເວນທີ່ມີອາການອັກເສບ, ອາການບວມຈະຊ່ວຍຮັກສາອາການໄດ້ ແລະ ຍັງຊ່ວຍຮັກສາພະຍາດຜີວໜັງ, ຜົດຜື່ນຄັນຕ່າງໆ, ອາການຟົກຊ້ຳໄດ້ອີກດ້ວຍ, ຮາກໃຊ້ຕົ້ມນ້ຳດື່ມຊ່ວຍຖອນພິດທັງປວງ.

ການປະກອບສ່ວນ