ແໜບສາລີ

Andy Souvanhphukdee
ແໜບສາລີ ຂະໜົມຫວານບູຮານ ເຊິ່ງເຕັມໄປດ້ວຍກິ່ນຫອມ ຂອງໃບ ຫຼື ກາບສາລີ ທີ່ໃຊ້ໃນການຫໍ່
ເຮືອນຄົວລາວ
https://www.wongnai.com/recipes/steamed-sweet-corn
wongnai.com

ສ່ວນປະສົມ

  • ສາລີ 1 ຖ້ວຍໃຫ່ຍ
  • ແປ້ງເຂົ້າໜຽວ 1 ຖ້ວຍກາງ
  • ນ້ຳຕານ 1/2-1 ຈອກກາເຟ
  • ເກືອ 1 ບ່ວງຊາ
  • ໝາກພ້າວຂູດ 1 ຖ້ວຍນ້ອຍ
  • ເປືອກສາລີ

ວິທີປຸງແຕ່ງ

  • ຕຳສາລີ (ຕຳພໍປະມານ ບໍ່ຄວນໃຫ້ເມັດສາລີແຫລກຫຼາຍ ຈົນເກີນໄປ)
  • ນຳສາລີທີ່ຕຳແລ້ວ ມາປະສົມກັບແປ້ງເຂົ້າໜຽວ, ນ້ຳຕານ, ເກືອ ແລະ ໝາກພ້າວຂູດ, ຄົນໃຫ້ເຂົ້າກັນ
  • ຫໍ່ດ້ວຍກາບ ຫຼື ໃບສາລີ ຈະໄດ້ກິ່ນຫອມຊວນຮັບປະທານຫຼາຍກ່ວາໃຊ້ໃບຕອງ
  • ຄ້າງໝໍ້ ເພື່ອນຳແໜບສາລີມາໜຶ້ງ ປະມານ 20-30 ນາທີ
  • ຫຼັງຈາກຄົບ 20 ນາທີ, ໃຫ້ນຳແໜບສາລີ ແໜບໜຶ່ງມາແກະ ເພື່ອທົດສອບວ່າສາມາດຮັບປະທານໄດ້ແລ້ວ
  • ປິດໄຟ ຕັກໃສ່ຈານ ພ້ອມຮັບປະທານ

ວີດີໂອເພີ່ມເຕີມ May Laos.kitchen

ການປະກອບສ່ວນ