ແມງໄມ້ ແລະ ພະຍາດໃນນາເຂົ້າ

Andy Souvanphakdy
ແນະນຳການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດໃນນາເຂົ້າ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ໃນອາດີດຈົນເຖິງປະຈຸບັນຊາວກະສິກອນໄດ້ຮັບຜົນກະທົບຈາກແມງໄມ້ ແລະ ພະຍາດໃນນາເຂົ້າເປັນຈຳນວນຫຼາຍ ຍ້ອນຊາວກະສິກອນຍັງບໍ່ຮູ້ວິທີການປ້ອງກັນ ແລະ ກຳຈັດບັນຫາດັ່ງກ່າວ, ພ້ອມທັງບໍ່ຮູ້ວ່າແມງໄມ້ ແລະ ພະຍາດຈະເກີດຂຶ້ນໃນຊ່ວງເວລາໃດ, ດັ່ງນັ້ນ ຈຶ່ງເຮັດໃຫ້ການແກ້ໄຂບັນຫາທີ່ເກີດຂຶ້ນບໍ່ທັນກັບສະພາບການ ແລະ ເຮັດໃຫ້ຜົນຜະລິດເສຍຫາຍຢ່າງໃຫ່ຍຫຼວງ.

ດັ່ງນັ້ນພວກເຮົາຈຶ່ງໄດ້ລວບລວມບັນດາສັດຕູພືດຕ່າງໆເປັນຕົ້ນແມ່ນເພ້ຍ, ບົ້ງ ແລະ ເຊື້ອພະຍາດ ລວມທັງວິທີການປ້ອງກັນ ແລະ ກຳຈັດໄວ້ດັ່ງນີ້

ພະຍາດເຫງົ້າເນົ່າ

ຕົ້ນເຂົ້າທີ່ເປັນພະຍາດນີ້ ຈະມີຄວາມສູງຜິດປົກກະຕິ ສາມາດສັງເກດເຫັນໄດ້ງ່າຍ, ມີສີຂຽວແກມເຫຼືອງ ຕົ້ນເຂົ້າບໍ່ໃຫ່ຍ ໃນທີ່ສຸດກໍ່ຈະຕາຍ, ບາງຄັ້ງຕົ້ນເຂົ້າທີ່ເປັນພະຍາດນີ້ ອາດຈະເກີດຮວງແຕ່ເມັດເຂົ້າຈະລີບຫມົດຮວງ ວິທີປ້ອງກັນພະຍາດເຫງົ້າເນົ່າໃນນາເຂົ້າ

ພະຍາດໃບໄຫມ້ (Blast disease)

ພະຍາດຊະນິດນີ້ຈະສະແດງອາການອອກເປັນ 3 ໄລຍະຄື: ໄລຍະຕົ້ນກ້າ, ໄລຍະແຕກກໍ ແລະ ໄລຍະເຂົ້າອອກຮວງ ລາຍລະອຽດກ່ຽວກັບພະຍາດ ແລະ ການປ້ອງກັນ ກົດລິ້ງ www.phakhaolao.la

ບົ້ງຝູງ

ບົ້ງຝູງແມ່ນສັດຕູທີ່ເປັນອັນຕະລາຍທີ່ຮ້າຍແຮງຊະນິດຫນຶ່ງຂອງນາເຂົ້າ ຊຶ່ງສາມາດລະບາດຕັ້ງແຕ່ໄລຍະຕົ້ນກ້າ ຈົນຮອດໄລຍະເຂົ້າອອກຮວງ ສາມາດປ້ອງກັນ ແລະ ກຳຈັດດ້ວຍສູດສະໝຸນໄພດັ່ງນີ້ ວິທີກຳຈັດບົ້ງຝູງ

ຫອຍປາກກວ້າງ

ຫອຍປາກກວ້າງເປັນສັດຕູທີ່ຮ້າຍແຮງຂອງເຂົ້າ, ສາມາດກັດກິນຕົ້ນເຂົ້າອ່ອນເລີ່ມແຕ່ໄລຍະກ້າຈົນເຖິງເຂົ້າ ແຕກກໍ ສາມາດປ້ອງກັນ ແລະ ກຳຈັດດ້ວຍ ສູດສະໝຸນໄພ

ແມງແຄງຍາວ (Rice bug)

ແມງແຄງຍາວສ່ວນຫຼາຍຈະລະບາດ ຊ່ວງໄລຍະເຂົ້າເລີ່ມອອກຮວງ ຈົນຮອດໄລຍະເມັດເຂົ້າເລີ່ມສ້າງທາດແປ້ງ ສາມາດປ້ອງກັນ ແລະ ກຳຈັດດ້ວຍ ເຕັກນິກວິທີການ ແລະ ສູດສະໝຸນໄພ

ແມງບົ່ວ

ແມງບົ່ວຈະທໍາລາຍເຂົ້າ ເລີ່ມແຕ່ໄລຍະເຂົ້າແຕກກໍ ຫາແຕກກໍສູງສຸດ ຫຼື ຊ່ວງເຂົ້າມີອາຍຸປະມານ 45 ວັນ, ໃຊ້ສະຫມຸນໄພໃນການປ້ອງກັນເພື່ອບໍ່ໃຫ້ແມງບົ່ວກະຈາຍໄປນາໄຮ່ອື່ນໆ ແລະ ບໍ່ໃຫ້ລະບາດເພີ່ມຂຶ້ນ ສູດສະໝຸນໄພ

ດ້ວງກໍ

ດ້ວງກໍ ຫຼື ແມງກະເບື້ອກາງຄືນ ມັກຈະລະບາດຕັ້ງແຕ່ໄລຍະເຂົ້າແຕກກໍ ຫາ ແຕກກໍສູງສຸດ, ເຂົ້າຕັ້ງທ້ອງ, ປູກພືດຫມູນວຽນເພື່ອຫຼຸດຜ່ອນຈໍານວນດ້ວງກໍ ລາຍລະອຽດເພີ່ມເຕີມ

ເພ້ຍໄຟ

ເພ້ຍໄຟ ແມງໄມ້ຂະໜາດນ້ອຍ ແຕ່ສາມາດສ້າງຄວາມເສຍຫາຍທຳລາຍນາເຂົ້າໄດ້ຢ່າງຫຼວງຫຼາຍ 

ວິທີເຮັດສະໝຸນໄພ ກຳຈັດເພ້ຍໄຟ ແມງໄມ້ທຳລາຍນາເຂົ້າ

ເພ້ຍຈັກຈັ່ນສີນ້ຳຕານ

ເພ້ຍຈັກຈັ່ນສີນໍ້າຕານແມ່ນ ແມງໄມ້ທີ່ທໍາລາຍຕົ້ນເຂົ້າ ເຮັດໃຫ້ເຂົ້າໄດ້ຮັບຄວາມເສຍຫາຍ, ສາມາດນຳໃຊ້ສະມຸນໄພເພື່ອປ້ອງກັນໄດ້ ຕາມສູດ

ນອກຈາກພະຍາດ ແລະ ສັດຕູພືດທີ່ກ່າວມາຂ້າງເທິງແລ້ວ ຍັງມີອີກບາງພະຍາດ ແລະ ສັດຕູພືດບາງສ່ວນທີ່ຍັງບໍໄດ້ລະບຸເຖິງເຊັ່ນ ພະຍາດກາບໃບເນົ່າ, ພະຍາດໃບສີສົ້ມ, ພະຍາດເມັດດ່າງຕ່າງໆທີ່ຊາວກະສິກອນຕ້ອງປະເຊີນໜ້າ ແລະ ຕ້ອງການເຕັກນິກການປ້ອງກັນຢ່າງຖືກວິທີ ເພື່ອຫຼຸດຜ່ອນຜົນກະທົບໃນການເຮັດກະສິກຳ. ເຖິງຢ່າງໃດກໍຕາມ, ພວກເຮົາຫວັງວ່າຂໍ້ມູນທີ່ລວບລວມມານີ້ຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ກັບບັນດາຊາວນາ, ຜູ້ປະກອບການ, ນັກສຶກສາ ຕະຫຼອດເຖິງພະນັກງານວິຊາການ ທີ່ເຮັດການສົ່ງເສີມປູກເຂົ້າໂດຍທົ່ວໄປ

ການປະກອບສ່ວນ