ວິທີປ້ອງກັນ ແລະ ກຳຈັດ ຫອຍປາກກ້ວາງຈາກນາເຂົ້າ

ຊື່ວິທະຍາສາດ: Pomacea canaliculata
ຊື່ສາມັນ: (Golden apple snail)
ຊື່ພາສາລາວ: ຫອຍປາກກວ້າງ
ຫອຍປາກກວ້າງເປັນຫອຍນໍ້າຈືດຊະນິດຫນຶ່ງ ມີລັກສະນະຄືຫອຍໂຄ່ງ ແຕ່ເປືອກອ່ອນກວ່າ, ເປືອກມີສີຂຽວເຂັ້ມປົນດໍາ ໂຕແກ່ອາຍຸປະມານ 3 ເດືອນສາມາດປະສົມພັນໄດ້, ຫຼັງຈາກປະສົມພັນໄດ້ 1-2 ວັນ ໂຕແມ່ກໍ່ຈະວາງໄຂ່ຕາມຕົ້ນເຂົ້າ, ກິ່ງໄມ້, ເຫງົ້າໄມ້ແຄມນໍ້າ ຫຼື ຂ້າງຄັນນາໃນຍາມກາງຄືນ. ຫອຍໂຕແມ່ສາມາດວາງໄຂ່ໄດ້ຕະຫຼອດປີ ໂດຍສະເພາະລະດູຝົນ, ໄຂ່ມີສີບົວເກາະຕິດກັນເປັນກຸ່ມ, ກຸ່ມລະປະມານ 1.000-1.200 ຫນ່ວຍຂຶ້ນກັບຂະຫນາດຂອງຫອຍໂຕແມ່ ເຊິ່ງຈະມີໄລຍະໄຂ່ 7-12 ມື້ ແລະ ຈະແຕກເປັນໂຕນ້ອຍ.
ການລະບາດ
ຫອຍປາກກວ້າງເປັນສັດຕູທີ່ຮ້າຍແຮງຂອງເຂົ້າ ສາມາດກັດກິນຕົ້ນເຂົ້າອ່ອນ ເລີ່ມແຕ່ໄລຍະກ້າຈົນເຖິງເຂົ້າແຕກກໍ, ໃນລະດູນາປີຈະມີການແຜ່ລະບາດຫຼາຍກວ່າລະດູນາແຊງ ແລະ ເລີ່ມທຳລາຍຫຼາຍຊ່ວງໄລຍະເຂົ້າມີອາຍຸ ປະມານ 1 ຫາ 30 ວັນ, ຖ້າຕົ້ນເຂົ້າແກ່ແລ້ວຫອຍກໍ່ບໍ່ສາມາດກິນໄດ້
ລັກສະນະການທໍາລາຍ
- ຫອຍປາກກວ້າງຈະກັດກິນຕົ້ນເຂົ້າໃນຕອນທີ່ອາກາດເຢັນເຊັ່ນ: ເຊົ້າ, ຄ້າຍແລງ ແລະ ກາງຄືນ
- ຫອຍຈະກັດກິນຕົ້ນເຂົ້າແຕ່ເທິງຫນ້ານໍ້າລົງຈົນຈໍາດິນ ເຫຼືອປະມານ 0,5 - 1 ຊັງຕີແມັດ (ຊຕມ), ເມື່ອຕົ້ນເຂົ້າຖືກກັດຂາດ, ຫອຍກໍ່ຈະກັດກິນໃບທີ່ລອຍຕາມຫນ້ານໍ້າຕໍ່ໄປຈົນຫມົດ
ການປ້ອງກັນ
- ສຳລັບນາຫວ່ານ ຫຼື ນາດຳ, ທຸກຄັ້ງທີ່ຈະປ່ອຍນ້ຳເຂົ້ານາຕ້ອງໃຊ້ຕາໜ່າງຖີ່ໆ ເພື່ອກັ້ນທາງນ້ຳບໍໃຫ້ຫອຍປາກກວ້າງເຂົ້າມາ
- ນໍາໃຊ້ສະຫມູນໄພປ້ອງກັນເຊິ່ງມີສ່ວນປະສົມດັ່ງນີ້: ເຫຼົ້າຂາວ 2 ລິດ, ນໍ້າສົ້ມສາຍຊູ 1 ລິດ, ກາກນໍ້າຕານ 1 ລິດ, ແລະ ນົມສົ້ມ 5 ລິດ
ວິທີປະຕິບັດ: ນໍາເອົາສ່ວນປະສົມຕ່າງໆ ປະສົມເຂົ້າກັນ ແລ້ວຫມັກໄວ້ 24 ຊົ່ວໂມງ ແລ້ວສາມາດນໍາໄປໃຊ້ໄດ້ເລີຍ
ອັດຕາສ່ວນໃນການນໍາໃຊ້: ນໍາເອົານໍ້າຫມັກດັ່ງກ່າວ 1 ບ່ວງແກງ/ນໍ້າ 5 ລິດ ໃຫ້ສີດພົ່ນຕອນເຊົ້າ ຫຼື ຕອນແລງ
ການກໍາຈັດ
- ພະຍາຍາມເກັບໂຕ ແລະ ໄຂ່ຫອຍໄປທໍາລາຍ ທຸກອາທິດ ຕິດຕໍ່ກັນ 6 ອາທິດ ຫຼັງປ່ອຍນໍ້າເຂົ້ານາ
- ປ່ອຍໃຫ້ເປັດລົງກິນຫຼັງເຂົ້າມີອາຍຸໄດ້ 40 ວັນ ຂື້ນໄປ ໃນອັດຕາປ່ອຍ 50 ໂຕ/ເຮັກຕາ
- ໃຊ້ຮໍາແກ່ ຫຼື ແກບບົດຫວ່ານກ່ອນປັກດໍາ ຫຼື ຫຼັງປັກດໍາ ໃສ່ 2-3 ຄັ້ງ
- ຄວນຈະປັກໄມ້ຂະຫນາດນ້ອຍຕາມຂ້າງຄັນນາ ເປັນໄລຍະປະມານ 10 ແມັດ ເພື່ອໃຫ້ເປັນບ່ອນວາງໄຂ່ຂອງຫອຍ ແລະ ກໍາຈັດໄດ້ງ່າຍ
- ໃຊ້ຢາຂ້າຫອຍ (Saponin, Metaldehyde) ໃນອັດຕາຕາມການແນະນໍາຢູ່ຂ້າງຖົງ (ຖ້າບໍ່ຈໍາເປັນແມ່ນບໍ່ ໃຫ້ໃຊ້)