ວິທີປ້ອງກັນ ແລະ ກຳຈັດແມງແຄງຍາວ (Rice bug)

Andy Souvanphakdy
ແມງແຄງຍາວສ່ວນຫຼາຍຈະລະບາດ ຊ່ວງໄລຍະເຂົ້າເລີ່ມອອກຮວງ ຈົນຮອດໄລຍະເມັດເຂົ້າເລີ່ມສ້າງທາດແປ້ງ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຊື່ວິທະຍາສາດ: Leptocorisa oratorius F. 
ຊື່ສາມັນ: Rice bug
ຊື່ພາສາລາວ: ແມງແຄງຍາວ 

ໂຕແກ່ມີລໍາໂຕຍາວ ຫຼັງມີສີນ້ໍາຕານປົນດໍາ, ລໍາໂຕເປັນສີຂຽວ ແລະ ມີຂະຫນາດຍາວ ວາງໄຂ່ຮຽງກັນເປັນແຖວ ເທິງໃບເຂົ້າ ແລະ ຮວງເຂົ້າ, ທັງໂຕອ່ອນ ແລະ ໂຕແກ່ຈະມີກິ່ນເຫມັນ.

https://www.semanticscholar.org/paper/Variability-in-head-shapes-in-three-populations-of-Torres-Lumansoc/5dbe572474c05cc146a775ea55621ab8fb6a5aab/figure/2
www.semanticscholar.org

 

ການລະບາດ

ແມງແຄງຍາວສ່ວນຫຼາຍຈະລະບາດ ຊ່ວງໄລຍະເຂົ້າເລີ່ມອອກຮວງ ຈົນຮອດໄລຍະເມັດເຂົ້າເລີ່ມສ້າງທາດແປ້ງ

ລັກສະນະການທໍາລາຍ

  • ແມງແຄງຍາວໂຕອ່ອນ ແລະ ໂຕແກ່ຈະໃຊ້ປາກແທງເຂົ້າໃນເມັດເຂົ້າ ທີ່ມີຮອຍຕໍ່ລະຫວ່າງເປືອກທີ່ຫຸ້ມເມັດເຂົ້າ, ທໍາລາຍເມັດເຂົ້າໃນໄລຍະທີ່ເປັນນໍ້ານົມ ເຮັດໃຫ້ເມັດເຂົ້າລີບ, ຖ້າດູດກິນໃນໄລຍະທີເມັດເຂົ້າເປັນທາດແປ້ງ ຈະເຮັດໃຫ້ຄຸນນະພາບຂອງເມັດບໍ່ດີ 

  • ເມັດເຂົ້າທີ່ຖືກທໍາລາຍຈະເປັນຈຸດສີຂາວຫມົ່ນຂອບສີນໍ້າຕານ ເຮັດໃຫ້ເມັດເຂົ້າບໍ່ເຕັມ, ເມັດມີສີດໍາ, ເວລານຳເຂົ້າໄປສີ ເມັດເຂົ້າຈະຫັກ, ເຂົ້າຈະມີກິ່ນຂີວ, ແຂງກວ່າປົກກະຕິ ເວລາກິນເຂົ້າຈະມີລົດຊາດຈາງ ແລະ ຖ້າຖືກທໍາລາຍຫຼາຍຈະເຮັດໃຫ້ເມັດເຂົ້າລີບທັງຫມົດເລີຍ.

ການປ້ອງກັນ 

  • ອະນາໄມ ຖາງຫຍ້າຄັນນາ ແລະ ບໍລິເວນອ້ອມໄຮ່ນາ ເພື່ອທໍາລາຍບ່ອນຢູ່ອາໃສຂອງແມງແຄງ
  • ໃຊ້ສິ່ງທີເຫມັນເຊັ່ນ: ປາເນົ່າ, ຫອຍເນົ່າ, ປູເນົ່າ ລໍ້ໃຫ້ແມງແຄງມາຕອມແລ້ວໃຊ້ສະຫວິງແກ່ວງຈັບມາທໍາລາຍຖິ້ມ. 
  • ຫຼີກລ້ຽງການປູກເຂົ້າຕໍ່ເນື່ອງເພື່ອຫຼຸດການແຜ່ພັນຂອງແມງແຄງຍາວ.
  • ນໍາໃຊ້ສະຫມຸນໄພປ້ອງກັນເຊິ່ງມີສ່ວນປະສົມດັ່ງນີ້: ໃບຂົມກະເດົາ 1 ກິໂລກຼາມ, ສີໄຄເຄື່ອງ 1 ກິໂລກຼາມ, ຫົວຂ່າແກ່ 1 ກິໂລກຼາມ, ຂີ້ໝິ້ນ 1 ກິໂລກຼາມ, ຫມາກເຜັດຂີ້ຫນູ 1 ກິໂລກຼາມ, ຢາສູບ 1 ກິໂລກຼາມ, ກາກນໍ້າຕານ 1 ລິດ, ນໍ້າສະອາດ 20 ລິດ

ຂັ້ນຕອນການປະຕິບັດ: ນໍາເອົາສ່ວນປະສົມດັ່ງກ່າວມາຟັກໃຫ້ມຸ່ນ, ປະສົມເຂົ້າກັນຈາກນັ້ນຫມັກໄວ້ 15 ວັນ, ແລ້ວນຳໄປກັ່ນຕອງດ້ວຍຜ້າສະອາດ
ອັດຕາສ່ວນໃນການໃຊ້: ເອົານໍ້າຫມັກທີ່ຕອງລະອຽດແລ້ວຈໍານວນ 1 ລິດ ປະສົມກັບນ້ໍາສະອາດ 20 ລິດ ແລ້ວເລີ່ມສີດກ່ອນເຂົ້າຈະອອກຮວງ 3 ວັນ/ຄັ້ງ ໃຫ້ສີດ ຕອນເຊົ້າ ຫຼື ຕອນແລງ.

ການກໍາຈັດ

  • ລົງສໍາຫຼວດທົ່ງນາເປັນປະຈໍາ ເມື່ອພົບເຫັນ 1 ໂຕ/ສຸມ ໃຫ້ເຝົ້າລະວັງ ແລະ ເມື່ອເຫັນໄຂ່ ຫຼື ໂຕອ່ອນຂອງ ແມງແຄງຍາວໃຫ້ທໍາລາຍຖິ້ມທັນທີ
  • ຖ້າເຫັນແມງແຄງຍາວຕາມທົ່ງນາ ບໍ່ຈໍາເປັນຕ້ອງລໍຖ້າໃຫ້ເຂົ້າອອກຮວງຈຶ່ງກໍາຈັດ ຄວນໃຊ້ສະຫວິງແກວ່ງ ໃນທຸກໆຕອນເຊົ້າ ແລ້ວນໍາແມງແຄງມາທໍາລາຍຖິ້ມ
  • ກໍລະນີພົບເປັນຈໍານວນຫຼາຍນໍາໃຊ້ຢາເຄມີປາບສັດຕູພືດ Imimdacloprid, Deltamethrin ໃນອັດຕາການນໍາໃຊ້ ທີ່ລະບຸໄວ້ຂ້າງກ່ອງຢາ (ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ໃຊ້)

 

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

ການປະກອບສ່ວນ