ແມງໄມ້ທີ່ມີປະໂຫຍດ

Sakhone INTHAVONG
ຮູ້ແລ້ວບໍ? ແມງໄມ້ທີ່ຊ່ວຍກຳຈັດສັດຕູພືດມີຫຍັງແດ່?
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ແມງເຕົ່າທອງ: ໂຕຂອງມັນມີຄວາມຍາວປະມານ 5 ມິນລີແມັດ, ເປັນແມງໄມ້ນ້ອຍທີ່ມີຄວາມສວຍງາມ ແມງເຕົ່າທອງມີຫຼາກຫຼາຍຊະນິດທີ່ມີສີສັນທີ່ຫຼາກຫຼາຍເຊັ່ນ: ສີເຫຼືອງ, ສົ້ມ, ແດງ ແລະ ດຳ ພວກມັນມີປະໂຫຍດໃນການກຳຈັດເພ້ຍຊະນິດຕ່າງໆ ໂດຍສະເພາະແມ່ນໂຕອ່ອນແມ່ນຈະສາມາດກຳຈັດສັດຕູພືດໄດ້ດີ.

ແມງຊ້າງປີກໃສ: ໂຕທີ່ແກ່ເຕັມທີ່ຈະຍາວປະມານ 1,5 ຊັງຕີແມັດ, ມີສີຂຽວ ແລະ ປີກໃສ ແມງຊ້າງປີກໃສສາມາດກຳຈັດເພ້ຍຫອຍ, ໄຮ , ເພ້ຍແປ້ງ, ເພ້ຍໄຟ ແລະ ແມງມີ່ຂາວ ທີ່ສຳຄັນໂຕອ່ອນຈະມີຄວາມຕ້ອງການອາຫານຕະຫຼອດສາມາດກິນສັດຕູພືດໄດ້ເຖິງ 60 ໂຕ/ຊົ່ວໂມງ.

ແມງວັນລາຍ: ເປັນແມງໄມ້ທີ່ມີປະໂຫຍດຫຼາຍທີ່ສຸດໃນວົງຕະກຸນ ມີບາງສາຍພັນຈະມີຂະໜາດໂຕໃຫຍ່ ລັກສະນະຄ້າຍຄືເຜິ້ງ ແລະ ບາງສາຍພັນມີລັກສະນະແອວກີ່ວຄ້າຍຄືໂຕຕໍ່ ສຳລັບໂຕທີ່ແກ່ມັກຈະບິນຢູ່ເທິງອາກາດ, ກິນເກສອນນ້ຳຫວານຈາກດອກໄມ້ ສ່ວນໂຕອ່ອນຈະມີປະສິດທິພາບຫຼາຍໃນການກິນເພ້ຍເປັນອາຫານໂດຍຈະກິນປະມານ 900 ໂຕ ກ່ອນທີ່ມັນຈະແກ່ໂຕ.

ແຕນບຽນ(ຕໍ່ນ້ອຍ): ແຕນຊະນິດນີ້ແມ່ນມີຫຼາຍສາຍພັນໂດຍຈະມີຂະໜາດຍາວຕັງແຕ່ 1,5 – 50 ມິນລີແມັດ ແຕ່ສ່ວນໃຫຍ່ຈະມີລຳຕົວທີ່ບາງ ແລະ ເປັນສີດຳປົນນ້ຳຕານ. ບາງຊະນິດຈະມີລຳຕົວທີ່ຈ່ອຍ, ແອວກິ່ວ ແລະ ປີກໃສ ເຊິ່ງພວກມັນສາມາດເປັນແມ່ກາຝາກຂອງເພ້ຍ ແລະ ບົ້ງ ໂດຍພວກມັນຈະວາງໄຂ່ໃສ່ຕາມລຳຕົວຂອງສັດຕູພືດ ສະນັ້ນເວລາທີ່ໂຕອ່ອນຟັກອອກມາມັນກໍຈະກິນສັດຕູພືດເຫຼົ່ານັ້ນ.

ແມງຢ້າງຊິ້ນ: ໂຕທີ່ເຕີບໂຕເຕັມທີ່ຈະມີຂະໜາດ 12 ມິນລີແມັດ, ມີສີດຳ, ນ້ຳຕານ ແລະ ສີຂຽວ, ມີຕາໃຫຍ່ຢູ່ເທິງຫົວ ແລະ ຂາໜ້າທີ່ໃຫຍ່, ຂົນເປັນໝາມເພື່ອຈັບເຫຍື່ອ ພວກມັນຈະຈັບເພ້ຍ, ບົ້ງ, ແມງໄມ້ປີກແຂງ, ຈັກຈັ່ນ ແລະ ແມງໄມ້ອື່ນໆເປັນອາຫານ.

ແມງກິນເພ້ຍ ( ແມງດອກໄມ້ ຫຼື ແມງໂຈນສະຫຼັດ ): ເປັນແມງໄມ້ທີ່ມີຂະໜາດນ້ອຍຫຼາຍຍາວປະມານ 3 ມີນລີແມັດ ທັງໂຕແກ່ ແລະ ອ່ອນ ຈະກິນເພ້ຍໄຟ, ເພ້ຍ, ໄຮ ແລະ ບົ້ງເປັນອາຫານ ແຕ່ສ່ວນໃຫຍ່ມັກຈະກິນເພ້ຍໄຟໃນໜຶ່ງມື້້ສາມາດກິນໄດ້ 5-20ໂຕ.

ດ້ວງດິນ(ແມງດິນ): ດ້ວງດິນມີຫຼາຍຊະນິດ ໂຕແກ່ຈະມີຄວາມຍາວ 2,5 ຊັງຕີແມັດ ມັນສາມາດເຄື່ອນທີ່ໄດ້ໄວ ສ່ວນໂຕຈະເປັນສີດຳແກມຟ້າອ່ອນ, ຊ່ວງກາງເວັນມັນຈະລີ້ຕາມກ້ອນຫີນ ແລະ ວັດຖຸອື່ນໆ ປົກະຕິພວກມັນຈະກິນບົ້ງ ແລະ ຫອຍທາກເປັນອາຫານ ນອກຈາກນັ້ນມັນຈະກິນເພ້ຍ, ແມງຫາງດີດ ແລະ ໄຮ ນຳອີກ.

ທີ່ມາ:ຄູ່ມືພືດສວນ

 

ການປະກອບສ່ວນ