ລ້ຽງແມງກິນແມງ ແທນການໃຊ້ສານເຄມີກຳຈັດສັດຕູພືດ (ແມງແຄງພິຄາດ)

Andy Souvanphakdy
ການລ້ຽງແມງແຄງພິຄາດ Stink bugs ເພື່ອນໍຳໃຊ້ຄວບຄຸມກຳຈັດບົ້ງຝູງສາລີ ແລະ ການປ້ອງກັນພືດແບບຊີວະວິທະຍາ
ຊີວະນາໆພັນກະສິກຳ
https://www.dailyrecord.com/story/news/local/grassroots/2015/03/19/pesky-stink-bugs-nj/25004751/
www.dailyrecord.com

ໃນຊຸມປີຜ່ານໆມານີ້ ສປປ ລາວ ໄດ້ປະເຊີນກັບໄພຄຸກຄາມຈາກສັດຕູພືດທຳລາຍຜົນລະປູກ ແລະ ພືດຜົນທຳມະຊາດຢ່າງໜັກໜ່ວງ ອັນສ້າງຄວາມເສຍຫາຍໃນລະບົບກະສິກຳໃນວົງກ້ວາງ ແລະ ໃນນັ້ນ ມີທັງແມງໄມ້ສັດຕູພືດ ແລະ ພະຍາດພືດເຊັ່ນ: ຕັກແຕນຝູງໄມ້ປ່ອງ,ບົ້ງຝູງສາລີ,ບົ້ງຝູງເຂົ້າ,ພະຍາດໃບເຫລືອງຫ່ຽວຂອງກ້ວຍເປັນຕົ້ນ.

ສະນັ້ນຈື່ງໄດ້ເຮັດການສຶກສາ ທົດລອງຫາວິທີແກ້ໄຂຊ່ວຍຊາວກະສິກອນ ເພື່ອຫລີກລ່ຽງການໃຊ້ສານເຄມີໃນການແກ້ໄຂ ໂດຍການລ້ຽງແມງກິນແມງ ນໍຳໃຊ້ແມງໄມ້ທີ່ເປັນປະໂຫຍດແບບຊີວະວິທະຍາ ແລະ ເພື່ອຄວບຄຸມກຳຈັດບົ້ງຝູງດັ່ງກ່າວ.

ເຄືອຂ່າຍຊາວກະສິກອນລາວໄດ້ນຳພາຊາວບ້ານຫອຍ,ບ້ານຊ້າງ ແລະ ບ້ານນາຕໍ ເມືອງຄູນ.ບ້ານຍອດຮວາຍ,ບ້ານຍອດຄໍ,ບ້ານຊາວ,ບ້ານກໍຫາດ,ບ້ານໜອງແຫຼ້,ບ້ານຍວນ ທີ່ເມືອງແປກ ແຂວງຊຽງຂວາງ.ບ້ານສາມັກຄີໄຊ,ບ້ານ ໂພນສະຫວ່າງ,ບ້ານປາກກໍ,ບ້ານນໍ້າແລງ,ບ້ານຫ້ວຍຈາຍ ເມືອງຫລາ,ບ້ານຫລັກ 10,ບ້ານຫລັກ 5,ບ້ານຫ້ວຍອຸ່ນ ເມືອງໄຊ ແຂວງອຸດົມໄຊ ຝຶກອົບຮົມ ການລ້ຽງແມງແຄງ ຊ່ວງອາຍຸແຕ່ໄວ 1 ຮອດໄວ 5 ເຊິ່ງໄວໃຫ່ຍເຕັມໂຕ ຂອງແມງແຄງເພື່ອຂະຫຍາຍພັນ ແລະ ອະນຸບານໃຫ້ຖືກຕາມຊ່ວງອາຍຸ. ໄດ້ນໍາພາຊາວບ້ານດັ່ງກ່າວເຮັດການຝຶກອົບຮົມຕົວຈິງ ລົງມືເຮັດກ່ອງລ້ຽງດ້ວຍຕົນເອງ ໄດ້ແນະນໍາຊາວບ້ານຈັບເອົາແມງແຄງລົງລ້ຽງໃນກ່ອງຕົວຈິງດ້ວຍແປງ.

ຜົນໄດ້ຮັບ

  • ການລ້ຽງແມງແຄງຢູ່ບ້ານຫອຍ,ບ້ານນາຕໍ ແມ່ນບໍ່ໄດ້ຮັບຜົນ ແມງແຄງຕາຍໝົດ.
  • ການລ້ຽງແມງແຄງຢູ່ບ້ານຍວນ,ເມືອງແປກ ແມ່ນໄດ້ຮັບຜົນສຳເລັດ ໄດ້ປ່ອຍແມງແຄງ ເພື່ອປ່ອຍ ເພື່ອຕິດຕາມ ແລະ ເກັບໄວ້ຂະຫຍາຍພັນໃນຊຸດຕໍ່ໄປ.
  • ການລ້ຽງແມງແຄງຢູ່ເມືອງໜອງແຮດ ມີ ແມ່ນບໍ່ສຳເລັດ ແມງແຄງທີ່ເອົາໄປລ້ຽງຕາຍໝົດ.
  • ສ່ວນການລ້ຽງແມງແຄງຢູ່ແຂວງອຸດົມໄຊ ແມ່ນບໍໄດ້ຮັບຜົນ ແມງແຄງຕາຍ.

ປັດໄຈສູ່ຜົນສຳເລັດ:

  • ຍ້ອນອະນຸບານການລ້ຽງໄດ້ດີເຊັ່ນ: ຮູ້ວ່າຊ່ວງແມງແຄງຈະປະສົມພັນ ກັບ ຊ່ວງແມງແຄງວາງໄຂ່ ແມງແຄງມັກອາກາດເຢັນ ມີນໍ້າ ແລະ ອາຫານທີ່ພຽງພໍ.
  • ຍ້ອນເຮັດຕາມຄໍາແນະນໍາຕອນຝຶກອົບຮົມທຸກຂັ້ນຕອນ ປ່ຽນກ່ອງລ້ຽງ 3 ຄັ້ງ ຕໍ່ອາທິດ.
  • ມີບົ້ງ ແລະ ໜອນນົກ ໃຫ້ແມງແຄງກິນພຽງພໍ.
  • ມີກ່ອງປ່ຽນຖ່າຍແມງແຄງເວລາອານາໄມ ແລະ ແຍກແມງແຄງແຕ່ລະໄວບໍ່ໃຫ້ຢູ່ນໍາກັນ ເພື່ອຫຼຸດຜ່ອນການຕາຍ ແລະ ການກິນກັນ.
  • ອະນຸບານໂຕອ່ອນຊ່ວງໄວ1 ແລະ ໄວ2  ໄດ້ດີ ຊ່ວງນີ້ແມງແຄງບໍ່ທັນກິນອາຫານແຕ່ຕ້ອງການນໍ້າທີ່ພຽງພໍ.

ສິ່ງທ້າທາຍ:

  • ພື້ນທີ່ດັ່ງກ່າວເປັນພື້ນທີ່ນໍາໃຊ້ສານເຄມີ ເຊັ່ນ: ຢາຂ້າຫຍ້າ,ຢາຂ້າແມງໄມ້ ມາຍາວນານ ຍາກຕໍ່ການປ່ຽນແປງ ຫລື ປ່ຽນວິທີການກຳຈັດແມງໄມ້ ແລະ ສັດຕູພືດແບບຊີວະວິທະຍາ.
  • ເວົ້າລວມແລ້ວການລ້ຽງແມງແຄງເພື່ອຂະຫຍາຍພັນ ຍັງບໍ່ມີຫ້ອງລ້ຽງ ຫລື ສະຖານທີ່ລ້ຽງທີ່ປອດໄພຈາກສັດຕູຂອງແມງແຄງ ກ່ອງບັນຈຸລ້ຽງຕ້ອງສະອາດ ປ່ຽນກ່ອງທັນທີ ທີ່ເຫັນວ່າກ່ອງເປື້ອນ ເພື່ອຫຼຸດການຕາຍຂອງແມງແຄງ.
  • ການຈັດຕັ້ງປະຕິບັດຍັງບໍ່ເໝາະສົມ ບາງພື້ນທີ່ ເພາະບໍ່ມີບົ້ງ ແລະ ໜອນນົກ ມາໃຫ້ແມງແຄງກິນ.
  • ຂາດການເກັບກຳຂໍ້ມູນໃນການຕິດຕາມເວລາປ່ອຍ.

ຂໍ້ສະເໜີແນະ:

  • ຄວນຮັກສາຄວາມສະອາດ,ປ່ຽນກ່ອງລ້ຽງ ແລະ ອາຫານ ເມື່ອເຫັນວ່າກ່ອງເປື້ອນ ເພາະອາດເປັນສາເຫດເຮັດໃຫ້ແມງແຄງພິຄາດຕາຍໄດ້ຈາກເຊື້ອແບກທີເລຍ.
  • ໃຫ້ອາຫານເໝາະສົມພຽງພໍ,ບໍ່ລ້ຽງຫລາຍເກີນໄປເພາະແມງແຄງຈະກິນກັນເອງ ໂດຍສະເພາະໂຕອ່ອນ ແລະ ໂຕລອກຄາບໃໝ່ໆຈະອອ່ນແອ ແລະ ຖືກໂຕອື່ນກິນໄດ້ງ່າຍ.
  • ໃຫ້ຄວາມຊຸ່ມເໝາະສົມໃນຊ່ວງແມງແຄງວາງໄຂ່ ຖ້າຄວາມຊຸ່ມບໍ່ໄດ້ມັນຈະໄຂ່ຊ້າ ແລະ ວາງໄຂ່ໄດ້ໜ້ອຍ,ດັ່ງນັ້ນຄວນເພີ້ມຄວາມຊຸ່ມໃນກ່ອງລ້ຽງໂດຍການໃສ່ນໍ້າໃນຄຸ ແລ້ວໄປວາງຂ້າງກ່ອງລ້ຽງ ແລະ ກ່ອງວາງໄຂ່.
  • ມີໂຮງເຮືອນສຳລັບການລ້ຽງແມງແຄງໂດຍສະເພາະ.
     

 

ຂໍ້ມູນ Lao Farmer Net Work

ການປະກອບສ່ວນ