ເອື້ອງກະເປົາກະເບື້ອລາວ / Butterfly Slipper Orchid

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Paphiopedilum papilio-laoticus Schuit., Luang Aphay & Iio / Orchidaceae
ຊື່ພ້ອງ
ຊື່ອື່ນ
Butterfly-Lao Slipper lady orchids
ສະຖານະພາບການອະນຸລັກ
Critically Endangered
ບັນຍາຍລັກສະນະພືດສາດ

ເປັນພືດເກີດຕາມຜາຫິນ, ເຫງົ້າເກີດເປັນສຸ່ມ, 4-5-ໃບ; ຮາກໜາ, ມີຂົນໜາແໜ້ນ. ໃບໂກ້ງລົງ, ສີຂຽວ, ສີຂຽວອ່ອນດ້ານລຸ່ມ, ສ່ວນກາບມີຈຸດສີມ່ວງຢູ່ໃກ້ກັບໂຄນ, ຮຽວແຖບ, 29-37 x 3.8-4.6 ຊມ, ປາຍຮູບຕັດ, ມີຕີ່ງສັ້ນໂກ້ງຄົງ. ຊໍ່ດອກ ມີປະມານ 1-2-ດອກ,  ກ້ານດອກຍາວ 22-32 ຊມ, ໜາ 7.6 ມມ. ມີສັ້ນອ່ອນນຸ້ມສັ້ນໆສີມ່ວງ; ກາບດອກສີຂຽວອ່ອນ, ຮູບລີ້ນ, 5.2 x 3.3  ຊມ, ກ້ຽງ. ກ້ານດອກກັບເຕົ້າໄຂ່ສີຂຽວອ່ອນ, ໂກ້ງເປັນຮູບກະສ້ວຍ 4.5 ຊມ x 9.7 ມມ, ມີສັ້ນໆສີມ່ວງ. ດອກກວ້າງ 12 ຊມ, ກາບດອກເທີງສີຂາວ, ມີສີມ່ວງເປັນແຖບຍາວຕາມຂອບ, ຢູ່ໂຄນຈະເປັນສີເຫຼືອງອ່ອນປົນສີຂຽວ, ຈະເຂັ້ມຢູ່ໂຄນກາບ, ມີຮູບເປັນວົງແຫວນ ຫຼື ອັກສອນຢູ, ຈະເປັນສີແດງປົນສີມ່ວງເຂັ້ມຢູ່ບໍລິເວນເຄີ່ງກາງ; ກາບດອກລຸ່ມສີຂຽວອ່ອນ; ກີບດອກຈະເປັນສີນ້ຳຕານ ປົນສີຂຽວອ່ອນ ເປັນແຖບສີນໍ້າຕານເຂັ້ມເຄີ່ງກາງ ສ່ວນອື່ນຈະຈ່າງລົງເລັກນ້ອຍ ຫຼື ບໍ່ມີຈຸດສີນ້ໍາຕານຢູ່ສ່ວນໂຄນ; ກີບປາກສີຂາວໃກ້ກັບໂຄນ, ດ້ານໃນມີຂົນສີນ້ໍາຕານ, ມີຈຸດເປັນສີນ້ຳຕານອ່ອນໆ, ບາງບ່ອນເຂັ້ມ ຫຼື ສີແດງອ່ອນປົນສີນ້ຳຕານ;  ເສົາເກສອນສີຂາວກັບຂົນສີມ່ວງ, ແສກຂ້າງທີ່ເກີດຈາກເກສອນເພດຜູ້ເປັນໜັນເປັນສີເຫຼືອງອ່ອນ; ເກສອນສີເຫຼືອງ. ກາບດອກເທີງຮູບເຄີ່ງວົງມົນ, ຈະລຽບ 8.4 x 8.6 ຊມ, ປາຍວ້ຳຕື່ນ, ມີຕີ່ງແຫຼມ. ກາບດອກລຸ່ມຮູບໄຂ່ 6.8 x 3.1 ຊມ, ປາຍແຫຼມ. ກີບດອກ ແຜ່ກວ້າງ, ໂຄ້ງເລັກນ້ອຍ, ເປັນຮູບຫອກກັບ 7.7 x 1.8 ຊມ, ປາຍມົນ, ຂອບເປັນຄື້ນເລັກນ້ອຍ, ໃກ້ໂຄນຈະມີ ກາງເຄີ່ງຈະມີຂົນຍາວສີນ້ຳຕານ, ປາຍຈະມີຂົນອ່ອນນຸ່ມ. ກິບປາກ 6.5 x 3.9 ຊມ, ໂຄນ ກວ້າງ 2.1  ຊມ, ດ້ານໃນຈະມີຂົນອ່ອນນຸ້ມສີນ້ຳຕານ; ຈະກວ້າງອອກຫາປາຍເປັນຮູບຕັດ, ຍາວ 2.9 ຊມ ຈາກປາຍ. ເສົາເກສອນ ມີຂົນອ່ອນນຸ້ມ, ລວມທັນສອງດ້ານ ແລະ ເກສອນຜູ້ທີ່ເປັນໜັນ, ຮວງຮັບລະອອງເກສອນ ກ້ຽງ ຮູບໄຂ່ກວ້າງ 1.2 x 1.0 ຊມ; ເກສອນຜູ້ທີ່ເປັນໜັ້ນ ຮູບໄຂ່-ຮູບຫົວໃຈ, 1.7 x 2.0 ຊມ, ປາຍ (ຕິດກັບກາບດອກດ້ານເທີງ) ວ້ຳ, ໂຄນມີ 3 ແສກ, ຂອງໂກ້ງໃກ້ກັບໂຄນ.

ບັນຍາຍການນຳໃຊ້

ເປັນດອກເອື້ອງທຳມະຊາດທີ່ຖີກເກັບກູ້ຂາຍຕາມທ້ອງຕະຫຼາດໃນວຽງຈັນ, ມີລາຄາແພງເຖີງ ຕົ້ນລະ 250,000 ກິບ. ເຮັດໃຫ້ພືດຊະນິດກາຍເປັນພືດທີ່ຖືກເກັບກູ້ຈົນກາຍເປັນພືດທີ່ຫາຍາກ ແລະ ມີຄວາມສ່ຽຕໍ່ການສູນພັນ.

ການປະກອບສ່ວນ