ແນະນໍາວິທີເຮັດໝົກຮວກ

bouavone thipphavanh
ຮວກສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍເມນູ
ເຮືອນຄົວລາວ
www.phakhaolao.la

 

   ຄໍາວ່າ “ໝົກ” ແມ່ນວິທີການເຮັດອາຫານ ຫຼື ແຕ່ງກິນຂອງຄົນດ້ວຍການເອົາຕອງມາຫໍ່ ເພື່ອນໍາໄປຈີ່ໄຟໃຫ້ສຸກ ເອີ້ນວ່າ ໝົກ ຫຼື ຫໍ່ໝົກ. 

   “ຮວກ” ມີຮູບຮ່າງໂດຍທົ່ວໄປທີ່ຄ້າຍຄືປາ, ມີຫາງ, ຫາຍໃຈດ້ວຍເຫືອກ, ບໍ່ມີຂາ ສ່ວນຫຼາຍຫົວຈະມີຂະໜາດໃຫຍ່ ເຊິງຮວກແຕ່ລະຊະນິດກໍຈະມີຮູບຮ່າງ ແລະ ລັກສະນະທີ່ແຕກຕ່າງກັນໄປ ໂດຍຮວກສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍເມນູ ໂດຍສະເພາະແມ່ນ: ແໜບ, ເອາະ ຫຼື ໝົກເປັນຕົ້ນ.

 

ສ່ວນປະກອບ:

  • ຮວກ
  • ໃບຕອງ
  • ຫົວສີໄຄ
  • ເກືອ
  • ໝາກເຜັດດິບ

ຂັ້ນຕອນການປຸງແຕ່ງ

  1. ບີບເອົາຂີ້ອອກ ຫຼັງຈາກນັ້ນ ນໍາໄປລ້າງນໍ້າໃຫ້ສະອາດ.
  2. ນໍາເອົາໃບຕອງໄປຕາກແດດ ຫຼື ລົ່ນໄຟເພື່ອເຮັດໃຫ້ໃບຕອງອ່ອນ ມັນຈະຊ່ວຍເຮັດໃຫ້ຫໍ່ໄດ້ງ່າຍ ແລະ ບໍ່ແຕກ.
  3. ຕໍາໝາກເຜັດ ແລະ ເກືອໃຫ້ລະອຽດ.
  4. ຊອຍຫົວສີໃຄ ໃຫ້ເປັນຕ່ອນນ້ອຍໆ.
  5. ຈາກນັ້ນກໍນຳໄປໃສ່ໃບຕອງທີ່ກຽມໄວ້ ເພື່ອຫໍ່ແລ້ວເອົາໄປມົກປະມານ 15 ນາທີ

ເພື່ອໃຫ້ຄວາມແນ່ໃຈວ່າມັນສຸກດີ ແລ້ວກ່ອນຈະຮັບປະທານ ເຮົາຄວນໄຂໝົກອອກມາ ບີບເບິ່ງໝາກເຜັດ ຖ້າໝາກເຜັດເປື່ອຍແລ້ວກໍສາມາດຮັບປະທານໄດ້ເລີຍ

 

ແຫຼ່ງຂໍ້ມູນ: ນ. ພອນ ອາຍຸ 29 ປີ   ປະຊາຊົນບ້ານວັງມາເນີ ເມືອງ ບົວລະພາ ແຂວງ ຄໍາມ່ວນ. 

ການປະກອບສ່ວນ