ເອາະຮວກ

Andy Souvanhphukdee
ເອາະຮວກແຊບໆ ໃສ່ຜັກ ແລະ ສະມຸນໄພຈາກສວນໃນບ້ານ
ເຮືອນຄົວລາວ
https://www.youtube.com/watch?v=4d6AMAx47ys
ลูกอีสาน เล่นกินเที่ยว

ສ່ວນປະສົມ

  • ຮວກ (1 ຖ້ວຍ)
  • ປານ້ອຍ ½ ຖ້ວຍ
  • ໝາກເຜັດດິບ 15 ໜ່ວຍ
  • ໃບອີຕູ່ 1 ຖ້ວຍ
  • ຜັກບົ່ວ 3 ບ່ວງແກງ
  • ຜັກທຽມ 3 ກີບ
  • ຫົວຜັກບົ່ວແດງ 2 ຫົວ (ຊອຍບາງໆ)
  • ຜັກຊີ 1 ຖ້ວຍ
  • ຫົວສີໄຄ 2 ຫົວ (ທຸບ ແລະ ຊອຍ)
  • ເຂົ້າເບືອ ½ ຈອກກາເຟ (ຕຳແຫຼກ)
  • ປາແດກ 2 ບ່ວງແກງ
  • ເກືອ 1 ບ່ວງຊາ
  • ນ້ຳ 2 ຈອກ

ວິທີປຸງແຕ່ງ

  • ໃສ່ໝາກເຜັດ 5 ໜ່ວຍ ແລະ ຫົວຜັກທຽມ, ຕຳໃຫ້ລະອຽດ
  • ຄ້າງໝໍ້ ໃສ່ນ້ຳ, ຫົວຜັກບົ່ວແດງ, ຫົວສີໄຄ ຕາມດ້ວຍໝາກເຜັດ ແລະ ຫົວຜັກທຽມທີ່ຕຳໄວ້, ປິດຝາປະໄວ້ 5-10 ນາທີ ຫຼື ຈົນກ່ວາໝໍ້ຮ້ອນ
  • ໃສ່ປາແດກ ແລະ ເກືອ ຕາມດ້ວຍຮວກ ແລະ ປານ້ອຍ
  • ຫຼັງຈາກ 2-3 ນາທີ ໃຫ້ໃສ່ເຂົ້າເບືອ, ປິດຝາປະໄວ້ 10 ນາທີ
  • ໃສ່ຜັກອີ່ຕູ່, ຜັກຊີ, ຫອມບົ່ວ ແລະ ໝາກເຜັດ ປິດຝາປະໄວ້ 5 ນາທີ
  • ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
  • ຕັກໃສ່ຖ້ວຍພ້ອມຮັບປະທານ
     

ວີດີໂອເພີ່ມເຕີມ https://www.youtube.com/watch?v=nmgWaJk8Psg

ການປະກອບສ່ວນ