ໝົກຮວກ

ບົວວອນ ທິບພາວັນ
ໝົກຮວກໃສ່ໃບຕອງ ອາຫານພື້ນບ້ານ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ:

  • ໂຕຮວກ
  • ຫົວສີໄຄ
  • ໜາກແຄ່ນ ແລະ ໃບໝາກແຄ່ນ
  • ໜາກເຜັດ
  • ເກືອ 
  • ຫອມບົ່ວໃບ
  • ຜັກຊີ
  • ໃບຕອງ

ວິທີເຮັດ:

  1. ເອົາໃບຕອງ ໄປຕາກແດດໃຫ້ໃບອອ່ນ
  2. ນຳໂຕຮວກໄປລ້າງໃຫ້ສະອາດ (ບີບຂີ້ຢູ້ທ້ອງຮວກອອກ)
  3. ຊອຍຫົວສີໄຄ,ໃບໝາກແຄ່ນ, ໝາກເຜັດດີບ, ໃບຫອມບົວ, ຜັກຊີ ໃສ່ຮວກທີ່ກຽມໄວ້ ຕາມດວ້ຍເກືອ ແລ້ວຄົນໃຫ້ເຂົ້າກັນ
  4. ຫຼັງຈາກນັ້ນ ກໍນຳມາຫໍ່ດ້ວຍໃບຕອງ
  5. ນຳມາປີ້ງໄຟ ໂດຍການໃຊ້ໄຟອ່ອນໆ ແລະ ໃຊ້ເວລາປີ້ງປະມານ 20-30 ນາທີ
  6. ຫຼັງຈາກນັ້ນກໍນຳມາແກະໃສ່ຈານ ສາມາດຮັບປະທານໄດ້
     
ການປະກອບສ່ວນ