ແຈ່ວເຫັດເຟືອງ

Andy Souvanphakdy
ແຈ່ວເຫັດເຟືອງ ໄວ້ກິນກັບລວກຜັກ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ເຫັດເຟືອງ 10 ດອກໃຫ່ຍ
  • ຫອມບົ່ວແຫ້ງ 5 ຫົວ
  • ຫົວກະທຽມ    3 ຫົວ
  • ໝາກເຜັດ 7-10 ໝາກ
  • ຫອມປ້ອມ 1 ມັດນ້ອຍ
phakhaolao.la

 

ວິທີປຸງແຕ່ງ

  1. ລ້າງເຫັດໃຫ້ສະອາດແລ້ວນຳໄປປີ້ງໃຫ້ສຸກດີ
  2. ຈີ່ຫົວຜັກ ແລະ ໝາກເຜັດໃຫ້ສຸກ
  3. ຕຳໝາກເຜັດ ແລະ ຫົວຜັກໃຫ້ລະອຽດ ແລ້ວຊອຍເຫັດລົງໄປ ຕຳໃຫ້ເຂົ້າກັນ ປຸງລົດຕາມໃຈມັກ
  4. ຊອຍຫອມປ້ອມໃສ່ ເພີ່ມກິ່ນຫອມຂອງແຈ່ວ
  5. ພ້ອມຮັບປະທານ
     

ເຫັດເຟືອງ ນອກຈາກຈະສາມາດນຳໄປປຸງແຕ່ງອາຫານໄດ້ແລ້ວ ຍັງມີປະໂຫຍດແກ່ຮ່າງກາຍອີກດ້ວຍເຊັ່ນ: ຊ່ວຍແກ້ຫວັດ ແລະ ບຳລຸງຜິວພັນໃຫ້ສົດໃສ

ການປະກອບສ່ວນ