ເຫັດຖ່ານ / Charcoal Russula

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Russula densifolia Secr. ex Gillet / Russulaceae
ຊື່ພ້ອງ
Russula densifolia f. dilatoria Shaffer
Russula densifolia f. fragrans Shaffer
Russula densifolia f. gregata Shaffer
Russula densifolia var. fumosella R. Socha
Russula densifolia var. lateriticola R. Heim
ຊື່ອື່ນ
Chinese: Mì zhě hóng gū [密褶红菇]
Eng: Crowded russula
Thai: Het than Lek
ບັນຍາຍລັກສະນະພືດສາດ

ດອກເຫັດຂະໜາດ 15 x 12 ຊມ. ໝວກເຫັດກວ້າງເຖີງ 14.5 ຊມ(ເສັ້ນຜ່າສູນກາງ), ແລະ ກ້ານເຫັດຍາວ 2–7.5 ຊມ, (0.8–3.0 in) , ກວ້າງ 1.2–2.5 ຊມ (0.5–1.0 in) ໜາ. ວົງແຫວນບໍ່ມີ, ເປືອກຫຸ້ມໂຄນບໍ່ມີ. ເຫັດຈະມີລັກສະນະເປັນ ສີແດງຈາກນັ້ນປ່ຽນເປັນສີດຳ, ອວບໜາ, ມີລັກສະນະເປັນຮອຍຊໍ້າ, ໝວກເຫັດຈະໜາຄືວົງມົນ.

ບັນຍາຍການນຳໃຊ້

ອາຫານ: ເປັນເຫັດທີ່ກີນເປັນອາຫານ ແກງໃສ່ຜັກ ຫຼື ໜໍ່ໄມ້ ເປັນອາຫານຂອງຊຽງຂວາງ, ບາງລາຍການ ໃນວຽງຈັນເພີ່ນເຮັດແກງກັບປາ ຫຼື ຊີ້ນໜູ.

ການປະກອບສ່ວນ