ເຫັດເຜາະຝ້າຍ / Cotton Ball Mushroom

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Astraeus asiaticus Phosri, M.P. Martín & Watling / Diplocystidiaceae
ຊື່ພ້ອງ
ຊື່ອື່ນ
Het thop fai(Thai)
ບັນຍາຍລັກສະນະພືດສາດ

ດອກເຫັດມົນກົມ ແລະ ປົກຄູ້ມດ້ວຍເສັ້ນໃຍສີຂາວ, ດອກເຫັດຍັງອ່ອນ ຂະໜາດ 1−1.5 ຊມ × 1–1.8 ມມ, ສີຄຣິມ. ດອກແກ່ເຕັມທີ່ ຂະໜາດ 1.5–2.7 ຊມ × 1.4–1.7 ຊມ, ລວມທັ້ງເວລາແຕກອອກ, ດ້ານໃນຈະເປັນສີມ່ວງ,  ປົກຄູ້ມດ້ວຍກາບປະດັບຈຳນວນຫຼາຍ. ສ່ວນທີ່ແກ່ແລ້ວແຕກອອກນັ້ນຈະເປັນຮູບດາວ, ປາຍມົນ ຫຼື ແຫຼມ, ມີຕ່ອມຄ້າຍໜາມ ຍາວ 0.90−1.45 µm. (Phosri et al., 2007)

ບັນຍາຍການນຳໃຊ້

ອາຫານ: ປະຊາຊົນທ້ອງຖີ່ນໄດ້ເກັບເຫັດນີ້ຈາກປ່າໂຄກແລ້ວເອົາມາລ້າງນ້ຳໃຫ້ສະອາດເພື່ອປະກອບເປັນອາຫານເຊັ່ນ: ແກງປະສົມກັບໜໍ່ໄມ້ ຫຼື ຜັກຊະນິດຕ່າງໆ. ບາງຄັ້ງກໍ່ແກງໃສ່ປາ ຫຼື ປະສົມກັບເຫັດຊະນິດອື່ນໆ.
ອານຸພັນຂອງ lanostane triterpenoid ປະກອບທີ່ທາດ 2 ຊະນິດຄື: astrasiaone (2), (22S, 25R, 26R)-26-methoxy-22-26-epoxylanost-8-en-3-one, and astrasiate (3), (3α, 22S, 25R)-3, 22-dihydroxylanost-8-en-26-oate, ທາດປະສົມຂອງ astraodorol ທີ່ຮູ້ຈັກປະກອບມີ 6 ຊະນິດຄື:  (1), artabotryol B (4), artabotryol C1 (5), 6-dehydrocerevisterol (6), ergosterol (7) and hypaphorine (8) ທີ່ສະກັດໄດ້ຈາກເຫັດເຜາະຝ້າຍ (Astraeus asiaticus). (Pimjuk et al., 2015)

ການປະກອບສ່ວນ