ຂີງປ່າຂຽວ / Phu Phane Ginger

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Zingiber parishii subsp. phuphanense Triboun & K.Larsen / Zingiberaceae
ຊື່ພ້ອງ
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນລົ້ມລຸກຫຼາຍປີມີເຫງົ້າໃຕ້ດິນ, ສີມ່ວງອ່ອນ, ມີເກີດດຽວ ຫຼື ເກີດສຸ່ມຂະໜາດນ້ອຍ, ລຳຕົ້ນສູງ 1,3-2 ຊມ, ມີໃບ 14-30 ໃບ. ໃບຈັບລຽງລະນາບດຽວ, ແຜ່ນໃບຮູບຂອບຂະໜານ-ຮູບໃບຫອກ, ກວ້າງ 2-4 ຊມ, ຍາວ 30-40 ຊມ, ປາຍຮຽວແຫຼມ, ໂຄນມົນ, ຂອບໃບເປັນຄື້ນເລັກນ້ອຍ, ດ້ານລຸ່ມມີຂົນ. ກ້ານໃບຍາວປະມານ 2 ມມ. ລີ້ນໃບແຍກເປັນສອງແສກ ຍາວ 2-3 ຊມ. ຊໍ່ດອກຕັ້ງຊື່ເກີດຈາກຫົວໃຕ້ດິນ, ຮູບໄຂ່ ຫຼື ຮູບຊົງກະບອກ, ກວ້າງ 3-6 ຊມ, ຍາວ 10-20 ຊມ. ກ້ານຊໍ່ດອກຍາວ 10-40 ຊມ. ໃບປະດັບຮູບໄຂ່ກັບ ຫຼື ຮູບເກືອບກົມ, ກວ້າງ 2-2,5ຊມ, ຍາວ 3-4 ຊມ, ໃບປະດັບຍ່ອຍຮູບຂອບຂະໜານ ຍາວ 2-3 ຊມ. ດອກສີເຫຼືອງອ່ອນ ມີລາຍຈຸດສີມ່ວງອົມແດງຢູ່ໂຄນກິບ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 8 ມມ, ປາຍແຍກເປັນແສກເລີກດ້ານດຽວ, ຍາວ ປະມານ 5-7 ມມ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 2-4 ຊມ, ປາຍແຍກເປັນສາມແສກ ຮູບຂອບຂະໜານແກມຮູບໄຂ່ຍາວ 2,2-4 ຊມ.  ກິບປາກສີເຫຼືອງນວນອົມຂາວ, ໂຄນເປັນສີມ່ວງ, ຮູບໄຂ່ກວ້າງ, ກວ້າງ ແລະ ຍາວ 1-2 ຊມ, ປາຍມົນຕັດ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບໄຂ່ກວ້າງ. ເກສອນເພດຜູ້ມີຈະງອຍສີເຫຼືອງ, ຍາວປະມານ 1,2 ຊມ. ເຕົ້າໄຂ່ຍາວປະມານ 3,5 ມມ. ໝາກເປັນຮູບໄຂ່ຍາວ 2 ຊມ, ສີຂຽວເມື່ອຍັງອ່ອນ, ເມື່ອແກ່ເປັນສີເຫຼືອງທາງດ້ານເປັນສີສົ້ມ. ເມັດສີດຳເມື່ອແກ່ແລ້ວມີເຍື້ອຫຸ້ມສີຂາວ. 

ບັນຍາຍການນຳໃຊ້

ໃບ ຫຼື ຍອດອ່ອນສາມາດກີນສົດໄດ້ໂດຍເອົາມາກັບແຈ່ວປາ, ກັບແຈ່ວໜໍ່ໄມ້ສົ້ມເຊີ່ງຫຼວງພະບາງຈະມັກກີນ, ໃບຂອງມັນມີກີ່ນຫອມອ່ອນໆ. ຊໍ່ດອກອ່ອນກໍ່ໃຊ້ເປັນຜັກກັບເຊັ່ນດຽວກັນ, ແຕ່ສ່ວນຫຼາຍແລ້ວເພີ່ນຈະມັກເອົາມາປີ່ງ ຫຼື ເຜົາ ໃຫ້ສຸກດີແລ້ວເອົາມາຕ່ຳເປັນແຈ່ວ ຫຼື ຕໍ່າແຈ່ວປະສົມກັບປາ ແລະ ອື່ນໆ, ຈະມີລົດຊາດຫອມອ່ອນໆ. ດອກຂີງຊະນີດສາມາດປູກເປັນສີນຄ້າ ຫຼື ເປັນຜະລິດຕະພັນເຄື່ອງປ່າຂອງດົງອີກຊະນິດໜື່ງທີ່ມີແນວໂນ້ມເປັນພືດຜັກທາງດ້ານເສດຖະກິດ, ເພາະໃນຊ່ວງລະດູຝົນຈະເຫັນວ່າງຂາຍເປັນຈຳນວນຫຼວງຫຼາຍໃນຕະຫຼາດເມືອງຫຼວງພະບາງ, ແຕ່ວ່າສ່ວນຫຼາຍແມ່ນເກັບມາຈາກຝັ່ງເມືອງຈອມເພັດ. 

ການປະກອບສ່ວນ