ແກງໝາກອຶໃສ່ສົ້ມ ແລະ ເຫັດເຟືອງ

Andy Souvanhphukdee
ມີແກງໝາກອຶ ຕ້ອງມີອາຫານປະເພດທອດຄຽງຄູ່ກັນ ເພື່ອເພີ່ມລົດຊາດໃຫ້ແຊບຫຼາຍຂຶ້ນ
ເຮືອນຄົວລາວ
Kees Sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
•  ໄກ່
•  ນໍ້າ 1 L
•  ໝາກອຶ 2 ຈອກ ຕັດເປັນຕ່ອນ 
•  ເຫັດເຟືອງ 1 ຈອກ (ຖ້າບໍ່ມີ ສາມາດໃສ່ເຫັດນາງລົມແທນ)
•  ໝາກເຜັດ 4 ໜ່ວຍ
•  ກະທຽມ 3 ກີບ
•  ເກືອ 1 ບ່ວງຊາ
•  ຫົວສີໄຄ 2 ຫົວ ຕັດຍາວ 10 ຊມ ທຸບເພື່ອໃຫ້ໄດ້ລົດຊາດ
•  ຂ່າ ຊອຍ 2-3 ປ່ຽງ
•  ໃບຂີ້ຫູດ 5 ໃບ
•  ໝາກນາວ 3 ໜ່ວຍ
•  ນໍ້າປາ 2-3 ບ່ວງແກງ

ສ່ວນປະສົມສຳລັບຂັ້ນຕອນສຸດທ້າຍ
•  ຫອມບົ່ວໃບ 3 ຕົ້ນ
•  ຫອມປ້ອມ 3 ຕົ້ນ

ສຳລັບ 2-4 ຄົນ

tokkoro.com
tokkoro.com

ວິທີປຸງແຕ່ງ
1. ນຳນ້ຳໃສ່ໝໍ້ຂະໜາດກາງ ເພື່ອຕົ້ມໄກ່ 5 ນາທີ (ຫຼັງຈາກທີ່ໃສ່ໄກ່ລົງໝໍ້ແລ້ວ ໃຫ້ຫຼຸດຜ່ອນຄວາມແຮງຂອງໄຟລົງ). ໃສ່ໝາກອຶ, ຫົວສີໄຄ, ຂ່າ ແລະ ໃບຂີ້ຫູດ
2. ຕຳໝາກເຜັດ ແລະ ກະທຽມ ແລ້ວໃສ່ລົງໃນໝໍ້ແກງ ຕົ້ມປະມານ 10 ນາທີ
3. ໃສ່ເຫັດ ແລ້ວຕົ້ມຕໍ່ໄປຈົນກ່ວາໄກ່ ແລະ ໝາກອຶ ຈະສຸກ. ປຸງລົດດ້ວຍນໍ້າປາ ແລະ ນໍ້າໝາກນາວ, ຊິມແລ້ວເພີມເຄື່ອງປຸງຕາມຕ້ອງການ. ເນື່ອງຈາກ ສູດນີ້ໃສ່ໝາກອຶ ແລະ ເຫັດ ດັ່ງນັ້ນລົດຊາດກໍຈະອອກສົ້ມຫວານຢ່າງກົມກືນ
4. ນຳໝໍ້ອອອກຈາກເຕົາໄຟ ແລ້ວໃສ່ຫອມບົ່ວໃບ ແລະ ຜັກຫອມປ້ອມ, ສຸດທ້າຍ ຕັກໃສ່ຖ້ວຍພ້ອມຮັບປະທານ

ຂໍ້ມູນຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ວີດີໂອຈາກ totikky

ການປະກອບສ່ວນ