ເຕັກນິກການປູກປະສົມປະສານໃນເຂດເນີນສູງ

Sakhone INTHAVONG
ການປູກຖົ່ວແດງປະສົມສາລີ
ແນະນຳວິທີເຮັດ
phakhaolao.la

ການປູກພືດທີ່ຫຼາກຫຼາຍໃນເຂດເນີນສູງຖືເປັນເງື່ອນໄຂອັນດີທີ່ຈະກ້າວໄປສູ່ຄວາມຍືນຍົງ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ.

ຫຼາຍປີຜ່ານມາການປູກສາລີຢ່າງດຽວກາຍເປັນລະບົບການປູກພືດທີ່ສຳຄັນ  ການຜະລິດສາລີຕາມເຂດເນີນສູງໃນ ສປປ ລາວ ເຊິ່ງມີຄວາມສະດວກໃນເສຍຫຍ້າ ແລະ ການເກັບກ່ຽວ ເຖິງແນວໃດກໍຕາມການປູກສາລີພຽງຢ່າງດຽວຈະສົ່ງຜົນໃຫ້ຄຸນະພາບຂອງດິນຫຼຸດລົງ ທີ່ສຳຄັນສ່ຽງຕໍ່ລາຄາທີ່ຕົກຕ່ຳ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ  ສະນັ້ນການປູກພືດຫຼາຍຊະນິດຈຶ່ງມີຄວາມຈຳເປັນຕໍ່ຄວາມຍືນຍົງຂອງການປູກສາລີໃນເຂດເນີນສູງ ເປັນຕົ້ນແມ່ນພືດຕະກຸນຖົ່ວທາງເລືອກໜ່ຶງທີ່ສາມາດປູກປະສົມກັບສາລີໄດ້ໂດຍສະເພາະແມ່ນຖົ່ວແດງ, ຖົ່ວແຮ.

ຖົ່ວແດງເປັນພືດລົ້ມລຸກປີດຽວທີ່ເໝາະສົມທີ່ສຸດໃນການການປູກປະສົມກັບສາລີ ທີ່ຄວນປູກໃນໄລຍະທີສາລີກຳລັງອອກດອກຜູ້ ເພື່ອເປັນການຫຼີກລ່ຽງການແກ່ງແຍ້ງກັບສາລີ ສຳລັບການປູກຄວນປູກເປັນແຖວ ໂດຍ 1 ແຖວຕໍ່ຫວ່າງສາລີ ໄລຍະຫ່າງລະຫວ່າງຂຸມແມ່ນ 30 ຊັງຕີແມັດ ( ປູກ 3-5 ແກ່ນ/ຂຸມ ) ດ້ວຍອັດຕາ 15 – 20 ກິໂລ/ເຮັກຕາ ໃນນີ້ສາມາດນໃຊ້ເຄື່ອງມືສຳລັບການປູກທີ່ຊາວກະສິກອນຜະລິດຢູ່ ໄຊຍະບູລີ  ເຊິ່ງລາຄາຢູ່ທີ່ 160,000 ກີບ/ອັນ)

ໃນນີ້ວິທີປູກຖົ່ວແດງປະສົມກັບສາລີມີ 2 ວິທີຄື:

ວິທີທີ1: ປູກໝຸນວຽນກັບສາລີ ໂດຍຈະປູກສາລີກ່ອນ ຫຼື ຖົ່ວແດງກ່ອນກໍໄດ້

  • ການກຽມດິນ: ຖາງຫຍ້າອານາໄມພື້ນທີ່ທີ່ຈະປູກ ເຊິ່ງເລີ່ມປະຕິບັດນັບແຕ່ທ້າຍເດືອນ ມີນາ ເປັນໄລຍະທີ່ຝົນເລີ່ມຈະຕົກ ເພື່ອຈະປູກໄດ້ເລີຍ ທີ່ສຳຄັນບໍ່ຄວນປະໄວ້ເປັນເວລາດົນ ເພາະຫຍ້າກະຂຶ້ນ.
  • ການປູກ: ໄລຍະຫ່າງຂອງການປູກແມ່ນ 75 ຄູນ 40 ຊັງຕີແມັດ, ໃສ່ 2 ແມັດຕໍ່ຂຸມ  ແນວພັນທີ່ໃຊ້ປະມານ 18 – 20 ກິໂລ/ເຮັກຕາ
  • ການປູກຖົ່ວແດງ : ໄລຍະຫ່າງການປູກປະມານ 40 ຄູນ 40 ຊັງຕີແມັດ, ໃສ່ຂຸມລະ 5-8 ເມັດ  ອັດຕາແນວພັນຢູ່ທີ່ 25 – 30 ກິໂລ/ເຮັກຕາ.
  • ການເກັບກ່ຽວ : ສຳລັບສາລີແມ່ນຈະເກັບກ່ຽວໃນໄລຍະທ້າຍເດືອນ 9 ຫາຕົ້ນເດືອນ 10 ການເກັບແມ່ນຈະຫັກເອົາພຽງຝັກ ສ່ວນລຳຕົ້ນ ແລະ ໃບແມ່ນຈະປະໄວ້ໃນພື້ນທີ່ເພື່ອໃຫ້ຄຸມດິນ ແລະ ຫຍ້າໄວ້ ສຳລັບຖົ່ວແດງແມ່ນຈະກ່ຽວໃນໄລຍະເດືອນ 1-2  ຫຼັງຈາກນັ້ນປະຕາກແດດໄວ້ປະມານ 1-2 ມື້້ກໍສາມາດຕີເອົາແກ່ນໄດ້.

ວິທີ ທີ2: ການປູກຕໍ່ເນື່ອງເມື່ອສາລີກາບເຫຼືອງ ທັງສອງສາມາດປູກໃນປີດຽວກັນແຕ່ຕ່າງເວລາປູກ ເມື່ອອາຍຸສາລີໄດ້ 2 ເດືອນເຄິ່ງ ( ເມື່ອສາລີອອກໝາກ 100 ເປີເຊັນ ) ຈຶ່ງປູກຖົ່ວແດງສັບຫວ່າງຂອງແຖວສາລີ

  • ການກຽມດິນ: ເມື່ອເສຍຫຍ້າສຸດທ້າຍຂອງການປູກສາລີ ໃນຊ່ວງກາບເຫຼືອງກ່ອນການເກັບກ່ຽວປະມານ 1 ເດືອນ.
  • ການປູກ: ພາຍຫຼັງປູກສາລີໄດ້ 75 ວັນ ໂດຍປູກຕາມຫວ່າງແຖວສາລີ ໄລຍະຫ່າງລະຫວ່າງຂຸມປະມານ 30 ຊັງຕີແມັດ ( ໃສ່ຂຸມລະ 3-5ແກ່ນ ໂດຍອັດຕາແນວພັນ 20 ກິໂລ/ເຮັກຕາ )
  • ການເກັບກ່ຽວ: ແມ່ນເກັບກ່ຽວສາລີກ່ອນໃນຊ່ວງໄລຍະເດືອນ 9-10, ສຳລັບຖົ່ວແດງຈະເກັບກ່ຽວໃນຊ່ວງເດືອນ 1-2.

ສຳລັບຂໍ້ຈຳກັດໃນການປູກແມ່ນຖົ່ວແດງຈະມີບັນຫາຈາກແມງໄມ້ ແລະ ສັດຕູພືດໃນໄລຍະການອອກດອກ, ໝາກ.ທີ່ສຳຄັນຖົ່ວແດງເປັນພືດທີ່ມີການສັງເຄາະແສງໄດ້ໜ້ອຍ ຖ້າປູກໃນເຂດພາກເໜືອຂອງລາວທີ່ມີຄວາມສູງຈາກລະດັບນ້ຳທະເລ 800 ແມັດ ຂຶ້ນໄປຖົ່ວແດງສາມາດປູກໄດ້ແຕ່ຈະບໍ່ໃຫ້ໝາກ.

ຜົນການປູກສາທິດຢູ່ ບ້ານບວມເລົາ ເມືອງປາກລາຍ ແຂວງໄຊຍະບູລີ

 

ຜົນຜະລິດແກ່ນ

                         

ລາຍການ

 

 

ເຕັກນິກການປູກພືດ

ກິໂລ/ຮຕ

ຕົ້ນທຶນ (ກີບ)

ແຮງງານ

ລາຄາຂາຍ

ກຳໄລກີບ

ເຕັກນິກແບບຊາວກະສິກອນ (ໄຖດິນ)

3.040

1,840,000 ກີບ

50

960

1,080,00

ເຕັກນິກກະສິກຳອະນຸລັກການປູກສາລີ

3.460

840,000

45

960

2,480,000

ເຕັກນິກກະສິກຳອະນຸລັກການປູກສາລີໝູນວຽນກັບຖົ່ວແດງ(ຜົນຜະລິດຖົ່ແດງ)

800

360,000

55

3,600

2,520,000

ເຕັກນິກກາຍນປູກອະນຸລັກ ການປູກສາລີໝຸນວຽນກັບຖົ່ວແດງ (ຜົນຜະລິດສາລີ)

5.140

618,000

40

960

4,320,000

 

ສຳລັບສິ່ງທ້າທາຍໃນການປູກຖົ່ວແດງປະສົມກັບສາລີມີ 3 ຢ້າງຄື: ການທຳລາຍຂອງສັດຕູພືດເພາະໝາກຖົ່ວເປັນພືດທີ່ແມງໄມ້ມັກເຊັ່ນ: ບັນຫາບົ້ງເຈາະຝັກຖົ່ວ, ສະນັ້ນຈຶ່ງຈຳເປັນຕ້ອງຫາວິທີປ້ອງກັນເປັນຢ່າງດີ ໂດຍການໃຊ້ນ້ຳຢາສະໝຸນໄພໄລ່ແມງໄມ້ ເພື່ອຮັບປະກັນໃຫ້ໄດ້ຮັບຜົນດີ. ອີກບັນຫາໜຶ່ງແມ່ນການປ່ອຍສັດຊະຊາຍເພາະປົກກະຕິແລ້ວຊາວບ້ານຈະປ່ອຍງົວຫຼັງຈາກກາເກັບກ່ຽວຜົນຜະລິດເປັນຕົ້ນແມ່ນສາລີຮຽບຮ້ອຍແລ້ວຈຶ່ງເປັນບັນຫາແກ່ການປູກຖົ່ວແດງເພາະສັດຈະເຂົ້າກິນ ແລະ ທຳລາຍ ທີ່ສຳຄັນການປູກຖົ່ວແດງຕ້ອງໄດ້ໃຊ້ແຮງງານຈຳນວນຫຼາຍສຳລັບການເກັບກ່ຽວແມ່ນ 20-30 ຄົນ/ເຮັກຕາ ແລະ ການອານາໄມເມັດປະມານ 20-30/ເຮັກຕາ.

 

ທີ່ມາ: ສູນຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ການປະກອບສ່ວນ