ເຕັກເນັກການປູກພືດປ້ອງກັນການເຊາະເຈື່ອນ

Andy Souvanphakdy
ພູມສັນຖານຂອງປະເທດເຮົາ ເປັນປະເທດທີ່ບໍ່ມີ ຊາຍແດນຕິດກັບທະເລ ພື້ນທີ່ສ່ວນໃຫ່ຍເປັນພູເຂົາສູງຊັນກວມເອົາ ປະມານ 80% ຂອງເນື້ອທີ່ທົ່ວປະເທດ ຢູ່ເຂດພູດອຍ ປະຊາຊົນສ່ວນໃຫ່ຍແມ່ນເຮັດໄຮ່ດ້ວຍວິທີຖາງປ່າ ແລະ ຈູດໃນແຕ່ລະປີ ໄປຕາມຮອບວຽນຂອງປ່າເຫຼົ່າ ແຕ່ 4 ຫາ 8 ປີ ຈຶ່ງກັບມາເຮັດຢູ່ບ່ອນເກົ່າ ມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນປ່າໄມ້, ຊີວະນາໆພັນ ເກີດມີໄພແຫ້ງແລ້ງ ນ້ຳຖ້ວມ ເພີ່ມມົນລະພິດໃນຊັ້ນບັນຍາກາດ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ບັນຫາຂອງການນຳໃຊ້ດິນຄ້ອຍຊັນ

  • ມີການທຳລາຍປ່າໄມ້ ມາປູກພືດແບບບໍ່ໃຊ້ເຕັກນິກ
  • ເກີດມີການເຊາະເຈື່ອນ ເຮັດໃຫ້ເກີດມີການໄຫຼບ່່າຂອງນ້ຳ
  • ການໄຖດິນໂດຍບໍ່ຄຳນຶງເຖິງການສູນເສຍ ແລະ ເຊື່ອມຄຸນນະພາບໄວ
  • ດິນຊັ້ນໜ້າຖືກເຊາະລ້າງໄປກັບນ້ຳຝົນ
  • ບໍ່ນຳໃຊ້ເຕັກນິກການປ້ອງກັນການເຊາະເຈື່ອນຂອງດິນ

ເຕັກນິກການແກ້ໄຂບັນຫາຂອງດິນໃນເຂດຄ້ອຍຊັນ

  1. ເຕັກນິກກະສິກຳປ່າໄມ້: ເປັນເຕັກນິກທີ່ປູກພືດອາຍຸສັ້ນ ປະສົມກັບການປູກໄມ້ ໃນປີທຳອິກ ແລະ ປີທີ 2-3 ຍັງສາມາດປູກເຂົ້າສາລີ ຫຼື ຖົ່ວໃສ່ຫວ່າງຕົ້ນໄມ້ທີ່ປູກ ເປັນການບົວລະບັດຮັກສາທັງ 2 ພືດທີ່ປູກໃສ່ພື້ນທີ່ດຽວກັນ, ພາຍຫຼັງ 3-4 ປີ ເມື່ອຕົ້ນໄມ້ໃຫ່ຍຂຶ້ນກໍໄດ້ຂາຍໄມ້ອີກ
  2. ການປູກພືດສະຫຼັບເປັນແຖວ: ການປູກພືດແບບເປັນແຖວ ມີ 2-3 ພືດສັບກັນ ຢ່າງເປັນລະບົບຕັດຕາມຄວາມຄ້ອຍຊັນ ປູກພືດຕະກຸນຖົ່ວ ສະຫຼັບກັບສາລີ ແລະ ເຂົ້າໄຮ່ ສາມາດຊ່ວຍໃຫ້ຜົນຜະລິດເພີ່ມຂຶ້ນ ທັງເປັນການປັບປຸງດິນໃຫ້ມີຄວາມອຸດົມສົມບູນ (ພືດຕະກຸນຖົ່ວເຮັດໃຫ້ການດຶງດູດໄນໂຕຣເຈນ ຈາກອາກາດສ່ວນລຳຕົ້ນ ແລະ ໃບສາມາດເຮັດຝຸ່ນຂຽວ ແລະ ຝຸ່ນບົ່ມໄດ້)

ຜົນດີຂອງການປູກພືດສະຫຼັບແບບເປັນແຖວ

  • ຊ່ວຍຫຼຸດຄວາມໄວຂອງກະແສນ້ຳໄຫຼ່ບ່າໜ້າດິນໃນພື້ນທີ່ປູກ
  • ຊ່ວຍເພີ່ມການຊຶມຊັບນ້ຳລົງໃນດິນໄດ້ດີຂຶ້ນ ເຮັດໃຫ້ດິນມີຄວາມຊຸ່ມ ທີ່ຈະເປັນປະໂຫຍດຕໍ່ພືດປູກ
  • ເຮັດໃຫ້ນ້ຳໄຫຼ່ບ່າໜ້າດິນກະຈາຍຢ່າງສະໝໍ່າສະເໝີໄປທົ່ວພື້ນທີ່ ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມແຮງຂອງການກັດເຊາະໜ້າດິນລົງ
  • ເປັນຄັນຄູຮອງຮັບຕະກອນດິນ

ການປູກພືດເປັນແລວຕ້ານເຈື່ອນ

ວິທີການນີ້ ເໜາະສົມກັບຄວາມຄ້ອຍຊັນແຕ່ 30 ຂຶ້ນໄປ ໂດຍໃຊ້ພືດຕະກຸນຖົ່ວທີ່ມີຮາກແກ້ວເລິກ ແລະ ມີຮາກຫຼາຍ ເປັນຄັນປ້ອງກັນການເຊາະເຈື່ອນໄດ້ດີ

ການປູກເປັນແລວຄັນພືດ ຄວນປູກໃນຕົ້ນເດືອນພຶດສະພາ ເພາະດິນມີຄວາມຊຸ່ມ ປູກດ້ວຍວິທີຂຸດຮ່ອງຕາມເສັ້ນທີ່ໝາຍໄວ້ເປັນແຖວຄູ່ ໄລຍະຫ່າງລະຫວ່າງແຖວ 50 ຊມ ເລິກ 5-8 ຊມ ໂຮຍແກ່ນພືດຕາມຮ່ອງທີ່ຂຸດໃນປະລິມານ 15-20 ແກ່ນ/10ຊມ ເອົາດິນປົກບາງໆຕິດຕາມເບິ່ງ ໃນ 1 ອາທິດ ຖ້າສັງເກດ ເຫັນບ່ອນໃດຫຍ້າບໍ່ເກີດຕ້ອງໄດ້ປູກຊໍ້າເພື່ອໃຫ້ພືດເຕີບໃຫ່ຍພ້ອມກັນ

ຜົນດີຂອງການປູກພືດເປັນແລວຕ້ານເຈື່ອນ:

  • ຊ່ວຍປ້ອງກັນການເຊາະລ້າງພັງທະລາຍຂອງດິນໄດ້ດີ
  • ຊ່ວຍປັບປຸງຄຸນນະພາບຂອງດິນໃຫ້ດີຂຶ້ນ ເຮັດໃຫ້ຊາວກະສິກອນນຳໃຊ້ພື້ນທີ່ໄດ້ຢ່າງຖາວອນຕະລອດໄປ
  • ຊ່ວຍເພີ່ມຜົນຜະລິດ ແລະ ລາຍໄດ້ໃນໄລຍະສັ້ນ ແລະ ໄລຍະຍາວ ເພື່ອຊ່ວຍປັບປຸງສະພາບແວດລ້ອມໃຫ້ດີຂຶ້ນ
  • ນຳໃຊ້ຕົ້ນທຶນຕໍ່າ ແລະ ລຸດຜ່ອນຄວາມສ່ຽງ

ອ້າງອີງ: ວາລະສານກະສິກຳ ແລະ ປ່າໄມ້ 2020

ການປະກອບສ່ວນ