ເຂົ້າຕົ້ມປະປາ

Andy Souvanphakdy
ເຂົ້າຕົ້ມປະປາ (ອາຫານພື້ນບ້ານເຜົ່າມົ້ງ)
ເຮືອນຄົວລາວ
phakhaolao.la
phakhaolao.la

ເຂົ້າຕົ້ມປະປາ ສ່ວນຫຼາຍຊົນເຜົ່າມົ້ງໃຊ້ໃນງານຮີດຄອງປະເພນີຕາມຄວາມເຊື່ອຖື ເປັນຕົ້ນແມ່ນໃນ ໂອກາດ ບຸນກິນຈຽງ,ເຂົ້າຕົ້ມປະປາແມ່ນຄຽງຄູ່ກັບຊົນເຜົ່າມົ້ງມາໂດຍຕະຫຼອດ ການເຮັດເຂົ້າຕົ້ມປະປາແມ່ນເຮັດໄດ້ຕະຫຼອດປີ.

ສ່ວນປະກອບທີ່ສໍາຄັນ 

  • ເຂົ້າຫນຽວ
  • ໄຂ່ ຫຼື ນໍ້າເຜິ້ງ
  • ນໍ້າອ້ອຍຂ້ຽວ

ຂັ້ນຕອນ ແລະວິທີປຸງແຕ່ງ

  • ໝ່າເຂົ້າຫນຽວໄວ້ປະມານ 3-5 ຊົ່ວໂມງ,
  • ນໍາເຂົ້າທີ່ໝ່າໄວ້ມາໜື້ງແລ້ວເອົາໄປຕໍາໃສ່ຄົກຍາວ, ກ່ອນຕໍາແມ່ນໃຫ້ເອົາໄຂ່ຂາວທາຄົກ ແລະ ສາກກ່ອນ ເພື່ອບໍ່ໃຫ້ເຂົ້າຕິດຄົກ
  • ຫຼັງຈາກຕໍາແລ້ວ ໃຫ້ນໍາມາຫໍ່ພັບຄືກັບຫນ່ວຍໄຂ່ ພັບໃຫ້ແປ
  • ກ່ອນຮັບປະທານຕ້ອງນຳມາຈີ່ ຫລື ຂາງດ້ວຍໄຟອ່ອນໆ  
  • ເລືອກຮັບປະທານນກັບນໍ້າອ້ອຍຂ້ຽວຈະໃຫ້ຣົດຊາດທີ່ແຊບ

 

ສູດອາຫານ ສືບສານພູມປັນຍາທ້ອງຖິ່ນ ອາຫານພື້ນບ້ານຂອງຊາວເມືອງໄຊ ແຂວງອຸດົມໄຊ
 

ການປະກອບສ່ວນ