ເຜິ້ງມິ້ມ / Little Bee

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Apis florea Fabricius, 1787 / Apidae
ຊື່ພ້ອງ
ຊື່ອື່ນ
Eng: Dwarf Honey Bee
Thai: Pheung Maengwan, Pheung Vi, Mim To
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະ ເຜິ້ງຊະນິດນີ້ ລຳໂຕສີນ້ຳຕານ ດ້ານໜ້າຂອງທ້ອງສີເຫຼືອງປົນສີນ້ຳຕານ, ມີຂົນສີເທົາປົກຄຸມໂຕ, ຂະໜາດໂຕຍາວ 7 ມມ, ສ່ວນເອິກກວ້າງ 2.6 ມມ, ມີໜວດແບບແຂນສອກ, ປາກແບບກັດເລ້ຍ, ຄວາມຍາວຂອງລີ້ນ 3.4 ມມ, ປິກບາງໃສ, ປະກົດຕາດ່ຽວ 3 ຕາ, ຕາມລວມ 2 ຕາ, ເປັນເຜິ້ງທີ່ມີຂະໜາດນ້ອຍສຸດ, ມີຂະໜາດໃກ້ຄຽງກັບແມງວັນ, ບາງຄັ້ງຈື່ງເອີ້ນວ່າເຜິ້ງແມງວັນ, ໂດຍທົ່ວໄປເຜິ້ງມິ້ມຈະສ້າງຮັງຢູ່ເທີ່ງກີ່ງໄມ້ທີ່ມີລັກສະນະເປັນຟຸ່ມ, ມີຮ່ວງຮັງອັນດຽວ, ຂະໜາດນ້ອຍ 20-30 ຊມ.

ການສຶບພັນ ແລະ ວົງຈອນຊີວິດ

ເຜິ້ງເປັນແມງໄມ້ທີ່ມີສັງຄົມແບບວັນນະຊົນຊັ້ນທີ່ຊັດເຈັນ ເຊິ່ງປະກອບມີ ເຜິ້ງນາງພະຍາ (queen), ເຜິ້ງໂຕຜູ້ (drone) ແລະ ເຜິ້ງກຳມະກອນ (worker). ເຊິ່ງເຮັດວຽກໜ້າທີ່ແຕກຕ່າງກັນພາຍໃນຮັງ ໂດຍ ເຜິ້ງນາງພະຍາ ເປັນຜູ້ທີ່ມີລຳໂຕໃຫຍ່ທີ່ສຸດ ມີອາຍຸຫຼາຍກວ່າ 1 ປີ, ອາດໄດ້ເຖິງ 7 ປີ ໂດຍທົ່ວໄປ ພາຍໃນ ໜື່ງ ຮັງຈະມີເຜິ້ງນາງພະຍາ ໜື່ງ ໂຕເທົ່ານັ້ນ, ຍົກເວັ້ນບາງຮັງທີ່ມີຂະໜາດໃຫຍ່ ອາດພົບໄດ້ 2-3 ໂຕ ເຮັດໜ້າທີສຳຄັນໃນການວາງໄຂ່. ເຜິ້ງໂຕຜູ້ມີຂະໜາດໃຫຍ່ຮອງລົງມາຈາກເຜິ້ງນາງພະຍາ ແຕ່ໂຕສັ້ນກວ່າເຜິ້ງນາງພະຍາ ພາຍໃນຮັງໜື່ງມີຈຳນວນ 200-500 ໂຕ, ມີອາຍຸຍືນ 4-6 ອາທິດ, ເຮັດໜ້າທີ່ສຳຄັນຄອຍປະສົມພັນກັບເຜິ້ງນາງພະຍາ. ເຜິ້ງກຳມະກອນເປັນເຜິ້ງທີ່ມີຂະໜາດນ້ອຍສຸດ: ແຕ່ມີປະລິມານຫຼາຍທີ່ສຸດພາຍໃນຮັງ, ມີຈຳນວນຫຼາຍເຖິງ 5,000-30,000 ໂຕຕໍ່ຮັງ, ມີອາຍຸຍືນ 6-8 ອາທິດ, ເປັນເຜິ້ງໂຕແມ່ ເກິດຈາກໄຂ່ທີ່ໄດ້ຮັບການປະສົມພັນຈາກໂຕຜູ້ ແຕ່ເປັນເພດແມ່ທີ່ບໍ່ສົມບູນເພດ ເຮັດໜ້າທີ່ອອກຫາອາຫານ, ຫານ້ຳຫວານ, ສ້າງຮັງ, ຄອຍເລ້ຍເພື່ອເຮັດຄວາມສະອາດນາງພະຍາ ແລະ ຮັງ. ນອກນັ້ນຍັງເຮັດໜ້າທີ່ປ້ອນອາຫານໃຫ້ແກ່ເຜິ້ງນາງພະຍາ ແລະ ລ້ຽງໂຕອ່ອນ.

ການປະກອບສ່ວນ