ສູດນ້ຳສະກັດຊີວະພາາບ ລ້ຽງສັດມີສຸຂະພາບແຂງແຮງຕຸ້ຍພີໄດ້ນ້ຳໜັກ (ສູດຫອຍ)

Andy Souvanhphukdee
ສູດນ້ຳສະກັດຊີວະພາາບສູດຫອຍ ຊ່ວຍເຮັດໃຫ້ເປືອກໄຂ່ໜາ, ກະດູກແຂງແຮງຕຸ້ຍດີ ແລະ ມີນໍ້າໜັກດີ
ແນະນຳວິທີເຮັດ
https://www.google.com/url?sa=i&url=https%3A%2F%2Ftomfarmresort.weebly.com%2F378037133784.html&psig=AOvVaw3BQINb_zZenmyiH7H80-md&ust=1594862553078000&source=images&cd=vfe&ved=0CAMQjB1qFwoTCPDcvaCMzuoCFQAAAAAdAAAAABAD
My farm

ສ່ວນປະກອບ

  • ຫອຍ ຫຼື ປາ 1 ກີໂລກຼາມ
  • ນ້ຳຕານຊາຍແດງ 1 ກີໂລກຼາມ
  • ໝາກຫຸ່ງດິບນ້ອຍ 1 ໜ່ວຍ
  • ນ້ຳສະອາດ 1 ລິດ

ວິທີການຜະລິດ

  1. ເອົາຫອຍມາທັບໃຫ້ແຕກ (ຖ້າແມ່ນປາໃຫ້ຕັດເປັນຕ່ອນ)
  2. ນ້ຳຕານປະສົມກັບນ້ຳ ຄົນໃຫ້ລະອຽດດີ
  3. ໝາກຫຸ່ງນ້ອຍຊອຍເປັນຕ່ອນນ້ອຍ ນຳສ່ວນປະສົມທັງ 3 ຢ່າງໃສ່ຖັງຄົນເຂົ້າກັນໃຫ້ລະອຽດດີ ປິດຝາໝັກໄວ້ 7 ມື້

ວິທີການຂະຫຍາຍຫົວເຊື້ອ

  • ຫຼັງຈາກທີ່ໝັກໄດ້ 7 ມື້ ເອົາຫົວເຊື້ອມາຂະຫຍາຍໂດຍການຕື່ມນ້ຳສະອາດ 3 ລິດໃສ່ຖັງ ແລະ ຄົນໃຫ້ເຂົ້າກັນລະອຽດດີ, ປິດຝາໝັກໄວ້ອີກ 3 ມື້ ສາມາດນຳໄປໃຊ້ໄດ້

ວິທີການນຳໃຊ້

  • ນ້ຳສະກັດສູດຫອຍ 3 ຫາ 5 ບ່ວງແກງ ປະສົມນ້ຳ 10 ລິດໃຫ້ໄກ່ກິນແທນນ້ຳທຸກໆມື້

ຄຸນປະໂຫຍດ

  • ເພີ່ມຜົນຜະລິດໃຫ້ພືດຜັກ ແລະ ເຂົ້າໃບຂຽວລຳຕົ້ນແຂງ, ໄດ້ນ້ຳໜັກ
  • ໃຊ້ໃນການລ້ຽງສັດມີສຸຂະພາບແຂງແຮງຕຸ້ຍພີໄດ້ນ້ຳໜັກ

ຂໍ້ມູນຈາກ ປຶ້ມຄູ່ມື ການລ້ຽງໄກ່ລາດແບບພື້ນບ້ານໂດຍນຳໃຊ້ສະໝຸນໄພ ໂດຍ ສກສຍ

ການປະກອບສ່ວນ