ວິທີການລ້ຽງປາໃນນາເຂົ້າ

kook
ເຮົາສາມາດສ້າງລາຍຮັບຈາກການລ້ຽງປາໄດ້ປະມານ 5-6 ລ້ານກີບຕໍ່ລະດູການລ້ຽງ ແລະ ໃນແຕ່ລະປີຕົກຢູ່ປະມານ 10-12 ລ້ານກີບ.
ເຄັດລັບເລີ່ມທຸລະກິດ
kook

ທ່ານ ຈັນຄຳ ນ້ຳຫນຶ່ງ, ເມືອງຊຳເຫນືອ ແຂວງຫົວພັນ

1. ເລີ່ມຕົ້ນ, ຍ້ອນຫຍັງທ່ານຈິ່ງຕັດສິນໃຈເຮັດອາຊີບນີ້?

ການເລີ່ມຕົ້ນເຮັດອາຊີບນີ້ຍ້ອນວ່າຂ້າພະເຈົ້າໄດ້ຖືມູນເຊື່ອມາແຕ່ດົນນານແລ້ວໂດຍການຮຽນຮູ້ຈາກການແນະນໍາຂອງພະນັກງານວິຊາການແຂວງ, ເມືອງ ແລະ ການຝືກອົບຮົມຈາກໂຄງການຍ່ອຍຕາບີເພາະວ່າການລ້ຽງປາໃນນາເຂົ້າມັນສາມາດໃຫ້ຜົນຜະລິດທັງສອງດ້ານຄືສາມາດເພີ່ມຜົນຜະລິດໃຫ້ກັບເຂົ້າ ແລະ ປາ, ສ້າງເປັນແຫຼ່ງລາຍຮັບເພີ່ມໃຫ້ແກ່ຄອບຄົວໂດຍສະເພາະແມ່ນການຂາຍປາ, ມີປາແຮໄວ້ກິນໃນຄອບຄົວເຊັ່ນວ່າຜະລິດແຈ່ວປາບໍ້າ ແລະ ເຮັດປາແດກ.

2. ກະລຸນາບອກເຖິງພາບລວມໃນການຜະລິດຂອງທ່ານ(ທ່ານໄດ້ເຮັດຫຍັງແດ່, ທ່ານໃຊ້ເວລາໃນການຜະລິດຫຼາຍປານໃດຕໍ່ມື້, ຕໍ່ອາທິດ ແລະ ຕໍ່ເດືອນ.?

 ໂດຍລວມແລ້ວການຢືດຖືອາຊີບຂອງຂ້າພະເຈົ້າໃນການລ້ຽງປາໃນນາເຂົ້າປະສົມປະສານກັບການປູກເຂົ້າແມ່ນໃຊ້ເວລາບໍ່ຫຼາຍປານໃດເຊີ່ງເລີ່ມແຕ່ການກະກຽມດິນຈົນຮອດໄລຍະເວລາການເກັບກູ້ຜົນປະລິດໃຊ້ເວລາປະມານ 4-5 ເດືອນ, ເຊີ່ງວ່າແຕ່ລະວັນໃຊ້ເວລາໃນການບົວລະບັດຮັກສາ, ເບີ່ງແຍງນໍ້າ, ເສຍຫຍ້າຄັນນາປະມານ 1-2 ຊົວໂມງ.

3.  ຖ້າມີຄົນຢາກຜະລິດຄືກັບທ່ານທ່ານຄິດວ່າຈະເຮັດແນວໃດ?

ເຊີ່ງອີງຕາມປະສົບປະການ ແລະ ບົດຮຽນທີ່ຂ້າພະເຈົ້າໄດ້ຮຽນຮູ້ຜ່ານມາແມ່ນສາມາດທ່າຍທອດໃຫ້ຄອບຄົວທີ່ມີຄວາມສົນໃຈໄດ້.

4. ທ່ານຄິດວ່າຄວນຈະມີຕົ້ນທືນເທົ່າໃດສໍາລັບການເລີ່ມຕົ້ນການຜະລິດ, ຖ້າຕ້ອງການຊື້ອຸປະກອນສາມາດຢູ່ໃສ.?

ເຊີ່ງການລ້ຽງປາໃນນາເຂົ້າຄຽງຄູ່ກັບການຜະລິດແຈ່ວປາບໍ້າ, ປາແດກຄອບຄົວຂອງຂ້າພະເຈົ້າແມ່ນອີງໃສ່ອາໃສເງິນສ່ວນຕົວໃນຄອບຄົວປະມານ 3-4ລ້ານກິບກໍ່ສາມາດຈັດຕັ້ງປະຕິບັດໄດ້ແລ້ວ, ແຕ່ສໍາລັບການຜະລິດປາທີ່ຜ່ານມາແມ່ນຂ້າພະເຂົ້າບໍ່ໄດ້ຊື້ອຸປະກອນ, ຢາ ແລະ ອື່ນໆ ເຊີ່ງອາໃສແຕ່ທາງໂຄງການຍ່ອຍຕາບີເປັນຜູ້ມາຊຸກຍູ້ສົ່ງເສີມເທົ່ານັ້ນ

5. ຜົນຜະລິດສາມາດຂາຍໄດ້ລາຄາເທົ່າໃດ, ຂາຍຢູ່ໃສ?

ຜົນຜະລິດປາທີ່ໄດ້ຮັບຈາກການລ້ຽງໃນນາເຂົ້າສ່ວນຫຼາຍແມ່ນຂາຍຢູ່ຕາມບ້ານ ແລະ ຈໍານວນໜື່ງກໍ່ມາຂາຍຢູ່ຕະຫຼາດແຂວງຫົວພັນໃນກິໂລໜື່ງປະມານ 50,000-60,000 ກິບ

6. ທ່ານຄິດວ່າແມ່ນຫຍັງຄືສິ່ງທີ່ທ່າທາຍສໍາລັບການດໍາເນີນທຸລະກິດຂອງທ່ານ?

ສ່ວນຫຼາຍການລ້ຽງປາໃນນາເຂົ້າຂອງຄອບຄົວຂ້າພະເຈົ້າແມ່ນຍັງບໍ່ທັນເປັນອາຊີບຫຼັກໄດ້ເນື້ອງຈາກວ່າອາໃສການຜະລິດແບບຮັບໃຊ້ພາຍໃນຄອບຄົວ ແລະ ສົ່ງຂາຍຈໍານວນໜ່ອຍໜື່ງເທົ່ານັ້ນ.ບັນຫາເລື່ອງສະພາບແວດລ້ອມຢູ່ພາຍໃນແຂວງກໍ່ມີຄວາມແຕກຕ່າງຈາກແຂວງອື່ນເຊັ່ນວ່າອາກາດຮ້ອນມີໄລຍະສັ້ນ ແລະ ລະດູໜາວມີໄລຍະເວລາດົນ.

7. ທ່ານຄິດວ່າແມ່ນຫຍັງຄືສິ່ງທີ່ດີທີ່ສຸດສໍາລັບການຜະລິດຂອງທ່ານ?

ສໍາລັບໃນຄວາມຄິດຂອງຄອບຄົວຂ້າພະເຈົ້າແລ້ວການລ້ຽງປາປະສົມປະສານກັບການປູກເຂົ້າແມ່ນສາມາດສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວຂອງຂ້າພະເຈົ້າ ປະມານ 5-6 ລ້ານກິບຕໍ່ລະດູການນອກຈາກນັ້ນຍັງເປັນການອະນຸລັກປົກປັກຮັກສາລະບົບນິເວດໃນທົ່ງນາໄວ້ໄດ້, ມີອາຫານແຮໄວ້ກິນໃນຊ່ວງລະດູຂາດແຄນອາຫານ ແລະ ມີຕົ້ນທືນຜະລິດໝູນວຽນໃນຄອບຄົວ.

ການປະກອບສ່ວນ