ປາຊິວ / Sidestripe Rasbora

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Rasbora paviana (Tirant, 1885) / Cyprinidae
ຊື່ພ້ອງ
Rasbora lateristriata
Rasbora paviei Tirant, 1885
Rasbora sumatrana
ຊື່ອື່ນ
Cambodian: Trey changwa phnom
Thai: Siew Khang Lai
Viet: Cá lòng tong
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 7; A: 5; P1: 12-14; P2: 7. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາໂຕ 27.77% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 23.61 % SL. ຫົວ: ມີຂະໜາດນ້ອຍ, ບໍ່ມີໜວດ, ຕາຂ້ອນຂ້າງໃຫຍ່, ປາກຢູ່ດ້ານໜ້າຂອງຫົວ, ສັນດັງແຫຼມ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 47.05% ຂອງຄວາມຍາວຫົວ HL. ລໍາໂຕ: ມີແຖບສີດໍາຕະຫຼອດຄວາມຍາວດ້ານຂ້າງຂອງລໍາໂຕເລີ່ມແຕ່ເງີບໄປຈົນເຖິງກົກຫາງ ແລະ ຂະຫຍາຍເປັນຮູບວົງມົນ, ຄີທັງໝົດອອກສີເຫຼືອງອ່ອນ, ເກັດເສັ້ນຂ້າງລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 25-28 ເກັດ, ເກັດກ່ອນຄີຫຼັງ 10-11 ເກັດ, ເກັດອ້ອມກົກຫາງ 12-14 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 5 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງມີ 2 ເກັດ, ຄີຫຼັງມີ 7 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 12-14 ເສັ້ນກ້ານຄີອ່ອນແລະ ຄີທ້ອງມີ 7 ເສັ້ນກ້ານຄີອ່ອນ. ຫາງ: ມີຮ້ອຍວໍ້າເລິກເຂົ້າຢູ່ສ່ວນກ່າງເປັນ 2 ຊີກ. ສີຂອງລໍາໂຕ: ສີເງິນອອກເຫຼືອງ, ສ່ວນທ້ອງມີສີຂາວ. 

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ປາຊິວເປັນປາຂະໜາດນ້ອຍທີ່ນິຍົມນຳມາເຮັດໝົກ, ສົ້ມປານ້ອຍ, ປາແກ້ວ ແລະ ອື່ນໆ. ສາມາດຫາໄດ້ທຸກລະດູການ. ແຕ່ຊ່ວງລະດູຝົນຊາວບ້ານມັກຈະໃຊ້ລີ້, ຕ້ອນ ຫຼື ໂຕ້ງຕາມຮ່ອງນາ ຈະໄດ້ເປັນຈຳນວນຫຼາຍ. ບາງຄົນມັກເອົາມາເຮັດກ້ອຍດິບ, ແຕ່ບໍ່ຄວນຮັບປະທານຫຼາຍເພາະອາດເປັນປາທີ່ບໍ່ສະອາດ.

ການສຶບພັນ ແລະ ວົງຈອນຊີວິດ

ປາຊິວເປັນປາຂະໜາດໜ້ອຍສາມາດກະຈາຍໄປທົ່ວທຸກບ່ອນ ໂດຍສະແມ່ນແມ່ນ້ຳສາຍຕາມໆຂອງແມ່ນ້ຳຂອງ, ທົ່ງນາ, ຫ້ວຍ, ບືງ ແລະ ບວກ ບ່ອນທີ່ມີນ້ຳຂັງພຽງຊົ່ວຄາວໃນຊ່ວງລະດູຝົນ ປາຊິວຈະຂຶ້ນມາໄຂ້ ແລະ ຕົວອ່ອນຈະເລີນເຕິບໂຕ. ເມື່ອເຖິງທ້າຍລະດູຝົນກໍ່ເລີ່ມເຄື່ອນຍ້າຍລົງສູ່ແມ່ນ້ຳສາຍຫຼັກ.

ການປະກອບສ່ວນ