ຫວ້ານກາບຫອຍ / Indian Turnsole

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Tradescantia spathacea Sw. / Commelinaceae
ຊື່ພ້ອງ
Ephemerum bicolor Moench
Ephemerum discolor Moench
Rhoeo discolor (L'Hér.) Hance
Rhoeo spathacea (Sw.) Stearn
Rhoeo spathacea f. concolor (Baker) Stehlé
Rhoeo spathacea f. variegata (Hook.) Stehlé
Tradescantia discolor L'Hér.
Tradescantia discolor var. concolor Baker
Tradescantia discolor var. variegata Hook.
Tradescantia versicolor Salisb.
ຊື່ອື່ນ
ລາວ: ຫວ້ານກາບຫອຍ, ຫວານໃບອິດ
ໄທ: ກາບຫອຍແຄງ, ຫວ່ານຫອຍແຄງ
ຈີນ: ອັ່ງເຕັກ, ປັ້ງຫຼານຮວາ, ປັ້ງຮົວ
Eng: boatlily or Moses-in-the-cradle
ບັນຍາຍລັກສະນະພືດສາດ

ພືດລຳຫຍ້າຍາວນານ, ສູງປະມານ 50 ຊັງຕີແມັດ. ລຳຕົ້ນສັ້ນ, ອອກສີຂາວ, ຫຸ້ມຫໍ່ດ້ວຍກາບໃບ ຊື່ງອອກອ້ອມລຳຕົ້ນ. ຕົ້ນນີ້ມີຮາກຄ້ຳຂະຫຍາຍຕາມຕີນຂອງລຳຕົ້ນ. ໃບ: ແມ່ນໃບປະເພດດ່ຽວຈັບສະຫຼັບໂອບຫຸ້ມເອົາລຳຕົ້ນ, ໃບມີຮູບຍາວ, ລວງຍາວ 25 – 30 ຊັງຕີແມັດ, ກວ້າງ 3–5 ຊັງຕີແມັດ, ມີປາຍແຫຼມ, ເນື້ອໃບໜາ, ເບື້ອງລຸ່ມອອກສີອິດ, ມີຈຸດຊ້ຳຫຼຸດຫຼື່ນກັນ, ເບື້ອງເທີງອອກສີຂຽວ ແລະ ປົ່ງຕັ້ງຊື່ຈາກຫົວ. ດອກ ອອກເປັນຊໍ່, ສີຂາວ, ສັບຊ້ອນຢູ່ຫຼືບໃບ, ແມ່ນດອກປະເພດ 3 ແລະ ມີເພດຮ່ວມ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ປະເທດເມັກຊິກ ແລະ ອິນເດຍຕາເວັນຕົກ. ຢູ່ປະເທດລາວມັກເກີດຢູ່ບ່ອນຮົ່ມ, ອອກດອກໃນທຸກລະດູ.

ບັນຍາຍການນຳໃຊ້

ໃບ ແລະ ດອກມີຣົດຈືດຊຸ່ມເປັນຢາເຢັນອອກລິດຕໍ່ຕັບ ແລະ ປອດ. ໃບໃຊ້ເປັນຢາເຮັດໃຫ້ເລືອດເຢັນ, ແກ້ອາການຮ້ອນໃນກະຫາຍນ້ຳ ໂດຍໃຊ້ໃບສົດ 3 ໃບ ນຳມາຕົ້າປະສົມກັບນ້ຳຕານເລັກນ້ອຍດື່ມເປັນຢາ, ໃຊ້ແກ້ເລືອດກຳເດົາໄຫຼດ້ວຍການໃຊ້ດອກຫວ້ານກາບຫອຍ 10 ກຼາມ ຫຼື ດອກປະມານ 20–30 ດອກ ນຳມາຕົ້ມກັບນ້ຳຮັບປະທານ. ຫາກມີໄຂ້ໂຕຮ້ອນໃຫ້ໃຊ້ໃບແກ່ປະມານ 10–15 ໃບນຳມາຕົ້ມກັບນ້ຳຈົນຟົດແລ້ວຕັກໃບອອກເຕີມນ້ຳຕານໃຊ້ດື່ມກິນເປັນປະຈຳເປັນຢາແກ້ໄຂ້. ດອກ ແລະ ໃບ ຊ່ວຍແກ້ບິດ, ຖ່າຍເປັນເລືອດ ໂດຍການນຳມາຕົ້ມກັບນ້ຳກິນຕອນອຸ່ນໆ. ໂດຍທົ່ວໄປກິນ 1 ຊຸດ ກໍ່ຈະເຫັນຜົນແລ້ວ ແລະ ເມື່ອກິນຕິດຕໍ່ກັນໄປອີກ 3–4 ຊຸດ ຈະຫາຍຂາດ ແລະ ບໍ່ມີຜົນຂ້າງຄຽງແຕ່ຢ່າງໃດ, ແກ້ກົດໄຫຼຍ້ອນໂດຍການໃຊ້ໃບຫວ້ານກາບຫອຍ ແລະ ໃບເຕີຍສົດຢ່າງລະເທົ່າກັນນຳມາຕົ້ມກັບນ້ຳຈົນຟົດໃຊ້ດື່ມຕາງນ້ຳທັ້ງວັນ ວັນລະ 3–4 ຄັ້ງ, ຄັ້ງລະເຄິ່ງແກ້ວປະສົມກັບນ້ຳເຜີ້ງ 1 ຊ້ອນຊາ, ນ້ຳໝາກນາວ 1 ຊ້ອນຊາ ແລະ ເກືອປົ່ນອີກເລັກນ້ອຍແລ້ວອາການຂອງກົດໄຫຼຍ້ອນກໍ່ຈະຄ່ອຍໆດີຂຶ້ນ. ຖ້າຕ້ອງການໃຫ້ຫາຍຂາດກໍ່ໃຫ້ດື່ມຕິດຕໍ່ກັນເປັນເວລາ 3–6 ເດືອນ. ແຕ່ມີຂໍ້ແມ້ວ່າຫ້າມກິນແລ້ວນອນເດັດຂາດ ແລະ ຫຼັງກິນອາຫານຕ້ອງອອກກຳລັງກາຍເບົາໆ ດ້ວຍທຸກຄັ້ງ.

ການປະກອບສ່ວນ