ວິທີເຮັດໜໍ່ໄມ້ສົ້ມ

Andy Souvanhphukdee
ໜໍ່ໄມ້ສົ້ມເປັນອາຫານເກົ່າແກ່ທີ່ເຄີຍເຮັດ ແລະ ສືບທອດກັນມາຕັ້ງແຕ່ສະໄໝປູ່ຍ່າຕາຍາຍ, ປັດຈຸບັນນຳມາໃຊ້ປຸງແຕ່ງກັບຊີ້ນໝູ ຫຼື ແກງປາ ກໍ່ໄດ້.
ເຮືອນຄົວລາວ
Phakhaolao.com

ສ່ວນປະສົມ
•  ໜໍ່ໄມ້ບົງ ຫຼື ໜໍ່ໄມ້ໃຜ່ໜາມ 2 ກິໂລ
•  ໄຫ
•  ເກືອ 4 ບ່ວງແກງ

ວິທີການປຸງແຕ່ງ
  1.  ນຳເອົາໜໍ່ໄມ້ມາປອກ ແລະ ລ້າງນ້ຳໃຫ້ສະອາດ
  2.  ຊອຍໜໍ່ໄມ້ ແລະ ລ້າງນ້ຳອີກຄັ້ງໜຶ່ງ
  3.  ນຳເອົາໜໍ່ໄມ້ທີ່ຊອຍແລ້ວ ມາປະສົມກັບເກືອ, ຊາວໃຫ້ເຂົ້າກັນ. ໃສ່ລົງໃນໄຫ ພ້ອມນ້ຳພໍປະມານ ເພື່ອໝັກ
  4.  ປິດຝາໄຫ, ຫຼັງຈາກ 1 ເດືອນສາມາດນຳມາຮັບປະທານ ຫຼື ປຸງແຕ່ງເປັນອາຫານໄດ້ຕາມຕ້ອງການ
ຄຸນປະໂຫຍດຂອງໜໍ່ໄມ້ສົ້ມ
  •  ໃຊ້ເປັນສ່ວນປະສົມ ເພື່ອປຸງແຕ່ງອາຫານໄດ້ຫຼາກຫຼາຍປະເພດເຊັ່ນ: ແກງ, ເອາະ....
  •  ສາມາດຂາຍ ເພື່ອສ້າງລາຍໄດ້ໃຫ້ກັບຄອບຄົວ
  •  ສາມາດເກັບຮັກສາ ໄວ້ຮັບປະທານໄດ້ໃນເວລາບໍ່ຈຳກັດ

ຂໍ້ມູນຈາກ ປຶ້ມຄວາມຮູ້ພູມປັນຍາທ້ອງຖິ່ນ (ສະບັບທົດລອງ)

ການປະກອບສ່ວນ