ວິທີເຮັດຫຼາມໜໍ່ບຸ່ນ-ສານ

bouavone thipphavanh
ເຮືອນຄົວລາວ
www.phakhaolao.la

       ການຫຼາມອາຫານໃນເມື່ອກ່ອນຖືໄດ້ວ່າເປັນອີກໜຶ່ງວິທີທີ່ໄດ້ຮັບຄວາມນິຍົມຊົມຊອບໂດຍສະເພາະ ຊົນເຜົ່າມະກອງ ຊຶ່ງໃນເມື່ອກ່ອນຊົນເຜົ່າມະກອງເຂົາເຈົ້າອາໄສຢູ່ຕາມພູຜາປ່າໄມ້ ແລະ ຂຸດເຜືອກຫາມັນກິນແທນເຂົ້າ, ສ່ວນອາຫານການກິນແມ່ນນິຍົມເຮັດຫຼາມ, ຈີ່ ແລະ ເຜົາ, ມາຮອດປັດຈຸບັນກໍໄດ້ມີການຫັນປ່ຽນມານໍາໃຊ້ໝໍ້ເຂົ້າໃນການປຸງແຕ່ງອາຫານຫຼາຍຂຶ້ນ ແຕ່ກໍຍັງມີອາຫານບາງຊະນິດທີ່ເຂົາເຈົ້າຍັງປຸງແຕ່ງຄືກັນກັບເມື່ອກ່ອນ ໂດຍສະເພາະແມ່ນ ການຫຼາມໜໍ່ບຸ່ນໜໍ່ສານ.

  • ສ່ວນປະສົມ: 
  1. ໜໍ່ບຸ່ນ                  ປະມານ 10 ໜໍ່
  2. ໜໍ່ສານ                 ປະມານ 10 ໜໍ່
  3. ໝາກແຄ້ງ             2 ພວງ
  4. ຫອມເປ                2 ຕົ້ນ 
  5. ໝາກເຜັດ             ປະມານ 3 ໜ່ວຍ (ຕາມຄວາມຕ້ອງການ)
  6. ເກືອ                    1/2 ບ່ວງກາເຟ
  7. ບັ້ງໄມ່ໄຜ່               1 ບັ້ງ
  • ວິທີເຮັດ: ນໍາເອົາໜໍ່ບຸ່ນ, ສານ, ໝາກແຄ້ງ ແລະ ຫອມເປໄປລ້າງນໍ້າໃຫ້ສະອາດ, ຫຼັງຈາກນັັ້ນນໍາໄປໃສ່ໃນບັ້ງໄມ້ໄຜ່ທີ່ກຽມໄວ້ ຕາມດ້ວຍເກືອ ແລະ ໝາກເຜັດ, ແລ້ວຕື່ມນໍ້າໃສ່ ຫຼັງຈາກນັ້ນນຳໃບໄມ້ມາປິດປາກບັ້ງໄວ້ ແລ້ວນຳໄປເຜົາໄຟ ປະມານ 10-15 ນາທີ, ຈຶ່ງນໍາເອົາອອກມາກວດເບິ່ງວ່າສຸກແລ້ວບໍ? ຖ້າສຸກແລ້ວກໍສາມາດຮັບປະທານໄດ້ເລີຍ.

ແຫຼ່ງຂໍ້ມູນ: ທ້າວແຫວນ  ປະຊາຊົນບ້ານທັບລາວ(ບ້ານຈະລຸ) ເມືອງບົວລະພາ ແຂວງຄໍາມ່ວນ.

ການປະກອບສ່ວນ