ວິທີປ້ອງກັນ ແລະ ກຳຈັດ ຫອຍປາກກ້ວາງຈາກນາເຂົ້າ

Andy Souvanphakdy
ຫອຍປາກກວ້າງເປັນສັດຕູທີ່ຮ້າຍແຮງຂອງເຂົ້າ, ສາມາດກັດກິນຕົ້ນເຂົ້າອ່ອນເລີ່ມແຕ່ໄລຍະກ້າຈົນເຖິງເຂົ້າ ແຕກກໍ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຊື່ວິທະຍາສາດ: Pomacea canaliculata 
ຊື່ສາມັນ: (Golden apple snail)
ຊື່ພາສາລາວ: ຫອຍປາກກວ້າງ


ຫອຍປາກກວ້າງເປັນຫອຍນໍ້າຈືດຊະນິດຫນຶ່ງ ມີລັກສະນະຄືຫອຍໂຄ່ງ ແຕ່ເປືອກອ່ອນກວ່າ, ເປືອກມີສີຂຽວເຂັ້ມປົນດໍາ ໂຕແກ່ອາຍຸປະມານ 3 ເດືອນສາມາດປະສົມພັນໄດ້, ຫຼັງຈາກປະສົມພັນໄດ້ 1-2 ວັນ ໂຕແມ່ກໍ່ຈະວາງໄຂ່ຕາມຕົ້ນເຂົ້າ, ກິ່ງໄມ້, ເຫງົ້າໄມ້ແຄມນໍ້າ ຫຼື ຂ້າງຄັນນາໃນຍາມກາງຄືນ. ຫອຍໂຕແມ່ສາມາດວາງໄຂ່ໄດ້ຕະຫຼອດປີ ໂດຍສະເພາະລະດູຝົນ, ໄຂ່ມີສີບົວເກາະຕິດກັນເປັນກຸ່ມ, ກຸ່ມລະປະມານ 1.000-1.200 ຫນ່ວຍຂຶ້ນກັບຂະຫນາດຂອງຫອຍໂຕແມ່ ເຊິ່ງຈະມີໄລຍະໄຂ່ 7-12 ມື້ ແລະ ຈະແຕກເປັນໂຕນ້ອຍ.

ການລະບາດ

ຫອຍປາກກວ້າງເປັນສັດຕູທີ່ຮ້າຍແຮງຂອງເຂົ້າ ສາມາດກັດກິນຕົ້ນເຂົ້າອ່ອນ  ເລີ່ມແຕ່ໄລຍະກ້າຈົນເຖິງເຂົ້າແຕກກໍ, ໃນລະດູນາປີຈະມີການແຜ່ລະບາດຫຼາຍກວ່າລະດູນາແຊງ ແລະ ເລີ່ມທຳລາຍຫຼາຍຊ່ວງໄລຍະເຂົ້າມີອາຍຸ ປະມານ 1 ຫາ 30 ວັນ, ຖ້າຕົ້ນເຂົ້າແກ່ແລ້ວຫອຍກໍ່ບໍ່ສາມາດກິນໄດ້

ລັກສະນະການທໍາລາຍ

  •  ຫອຍປາກກວ້າງຈະກັດກິນຕົ້ນເຂົ້າໃນຕອນທີ່ອາກາດເຢັນເຊັ່ນ: ເຊົ້າ, ຄ້າຍແລງ ແລະ ກາງຄືນ
  •  ຫອຍຈະກັດກິນຕົ້ນເຂົ້າແຕ່ເທິງຫນ້ານໍ້າລົງຈົນຈໍາດິນ ເຫຼືອປະມານ 0,5 - 1 ຊັງຕີແມັດ (ຊຕມ), ເມື່ອຕົ້ນເຂົ້າຖືກກັດຂາດ, ຫອຍກໍ່ຈະກັດກິນໃບທີ່ລອຍຕາມຫນ້ານໍ້າຕໍ່ໄປຈົນຫມົດ

ການປ້ອງກັນ

  • ສຳລັບນາຫວ່ານ ຫຼື ນາດຳ, ທຸກຄັ້ງທີ່ຈະປ່ອຍນ້ຳເຂົ້ານາຕ້ອງໃຊ້ຕາໜ່າງຖີ່ໆ ເພື່ອກັ້ນທາງນ້ຳບໍໃຫ້ຫອຍປາກກວ້າງເຂົ້າມາ
  • ນໍາໃຊ້ສະຫມູນໄພປ້ອງກັນເຊິ່ງມີສ່ວນປະສົມດັ່ງນີ້: ເຫຼົ້າຂາວ 2 ລິດ, ນໍ້າສົ້ມສາຍຊູ 1 ລິດ, ກາກນໍ້າຕານ 1 ລິດ, ແລະ ນົມສົ້ມ 5 ລິດ

ວິທີປະຕິບັດ: ນໍາເອົາສ່ວນປະສົມຕ່າງໆ ປະສົມເຂົ້າກັນ ແລ້ວຫມັກໄວ້ 24 ຊົ່ວໂມງ ແລ້ວສາມາດນໍາໄປໃຊ້ໄດ້ເລີຍ

ອັດຕາສ່ວນໃນການນໍາໃຊ້: ນໍາເອົານໍ້າຫມັກດັ່ງກ່າວ 1 ບ່ວງແກງ/ນໍ້າ 5 ລິດ ໃຫ້ສີດພົ່ນຕອນເຊົ້າ ຫຼື ຕອນແລງ

ການກໍາຈັດ

  • ພະຍາຍາມເກັບໂຕ ແລະ ໄຂ່ຫອຍໄປທໍາລາຍ ທຸກອາທິດ ຕິດຕໍ່ກັນ 6 ອາທິດ ຫຼັງປ່ອຍນໍ້າເຂົ້ານາ
  • ປ່ອຍໃຫ້ເປັດລົງກິນຫຼັງເຂົ້າມີອາຍຸໄດ້ 40 ວັນ ຂື້ນໄປ ໃນອັດຕາປ່ອຍ 50 ໂຕ/ເຮັກຕາ
  • ໃຊ້ຮໍາແກ່ ຫຼື ແກບບົດຫວ່ານກ່ອນປັກດໍາ ຫຼື ຫຼັງປັກດໍາ ໃສ່ 2-3 ຄັ້ງ
  • ຄວນຈະປັກໄມ້ຂະຫນາດນ້ອຍຕາມຂ້າງຄັນນາ ເປັນໄລຍະປະມານ 10 ແມັດ ເພື່ອໃຫ້ເປັນບ່ອນວາງໄຂ່ຂອງຫອຍ ແລະ ກໍາຈັດໄດ້ງ່າຍ
  • ໃຊ້ຢາຂ້າຫອຍ (Saponin, Metaldehyde) ໃນອັດຕາຕາມການແນະນໍາຢູ່ຂ້າງຖົງ (ຖ້າບໍ່ຈໍາເປັນແມ່ນບໍ່ ໃຫ້ໃຊ້)

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

Contribute