ປາຫວານ

Andy Souvanhphukdee
ປາຫວານ ເຮັດໄດ້ຈາກປາທະເລ ແລະ ປານ້ຳຈືດ ຮັບປະທານກັບເຂົ້າ ຫຼື ເປັນກັບແກ້ມກໍໄດ້
ເຮືອນຄົວລາວ
http://www.khiewchanta.com/mobile/seafood/fish-dishes/sweet-glazed-fish-bla-wan-1.html
khiewchanta.com

ສ່ວນປະສົມ

  • ເນື້ອປາ 1 ກິໂລ
  • ນ້ຳຕານຊາຍ 2 ຂີດ (20% ຂອງນ້ຳໜັກປາ)
  • ເກືອປົ່ນ 0,5 ບ່ວງແກງ (1,5% ຂອງນ້ຳໜັກປາ)
  • ນ້ຳເກືອເຂັ້ມຂຸ້ນ 4% (ນ້ຳ 1 ລິດ ເກືອ 2 ບ່ວງແກງ) ສຳລັບລ້າງປາ ບໍ່ໃຫ້ຄາວ

ວິທີປຸງແຕ່ງ

  • ເອົາປາມາລ້າງເມື້ອກອອກໃຫ້ມົດ ຕັດຫົວ, ຜ່າທ້ອງເອົາໄສ້ອອກ ລ້າງເລືອດອອກໃຫ້ໝົດ ແລ້ວແລ່ເນື້ອປາໃຫ້ເປັນຕ່ອນຕາມລວງຍາວຂອງໂຕປາ
  • ເອົາປາທີ່ແລ່ຕາມລວງຍາວມາຕັດເຄິ່ງ ແລ້ວເອົາມີດຄົມໆ ມາແລ່ເນື້ອຕາມລວງຍາວ ໃຫ້ເປັນແຜ່ນບາງໆ
  • ລ້າງເນື້ອປາດ້ວຍນ້ຳເກືອ ແລ້ວເອົາຂຶ້ນທັນທີເພື່ອໃຫ້ສະເດັດນ້ຳ
  • ຊັ່ງສ່ວນປະສົມຕາມອັດາສ່ວນທີ່ກຳນົດ ແລ້ວປະສົມກັບເນື້ອປາຈົນເຂົ້າກັນດີ ໝັກປະໄວ້ 1 ຄືນ
  • ເອົາປາທີ່ໝັກໄວ້ ໄປລຽນເທິງແຜງຕາກປາ ແລະ ນຳໄປຕາກແດດປະມານ 6 ຊົ່ວໂມງ ຫຼື ຈະເອົາໄປອົບດ້ວຍຄວາມຮ້ອນປະມານ 60 ອົງສາເຊ, 3-4 ຊົ່ວໂມງ
  • ນຳປາ ມາຈືນໃຫ້ສຸກທົ່ວກັນດີ ໂດຍໃຊ້ໄຟລະດັບກາງ ຈຶ່ງຮັບປະທານ

ຂໍ້ມູນເພີ່ມເຕີມຈາກ ປຶ້ມເຕັກນິກການປຸງແຕ່ງອາຫານຈາກສັດນ້ຳ

ການປະກອບສ່ວນ