ປາດຸກອຸຍ / Gunther’s walking catfish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Clarias macrocephalus (Günther, 1864) / Clariidae
ຊື່ພ້ອງ
ຊື່ອື່ນ
Cambodian: Trey Andaing Toun
Eng: Bighead catfish, Broadhead catfish
Thai: Pa Dook Oui, Pa Dook Na
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

ປາດຸກອຸຍເປັນປາທີ່ບໍ່ມີເກັດ, ສ່ວນຫົວຄ່ອນຂ້າງແປ, ສ່ວນປາຍມີກະດູກໂຄ້ງມົນ, ກະໂຫລກຫົວຈະມື່ນ, ມີຮອຍບຸມຂື້ນເຄີ່ງກາງເລັກນ້ອຍ, ມີໜວດ 4 ຄູ່, ຖານໜວດນ້ອຍ, ປາກມົນກົມ. ລຳຕົວຮຽວຍາວ, ຍາວ 15-30 ຊມ, ສີຂອງລຳຕົວຄ່ອນຂ້າງເຫຼືອງ, ມີຈຸດກະຈາຍດ້ານຂ້າງຂອງລຳຕົວປະມານ 9-12 ແຖບ, ແຕ່ເມື່ອໃຫຍ່ເຕັມໄວຈະບໍ່ມີ. ດ້ານທ້ອງຜິວຈະເປັນສີເຫຼືອງປົນສີຂາວ, ສະເພາະບໍລິເວນຄີທ້ອງ, ຄີເອິກມີງ່ຽງທີ່ແຫຼມ, ຍື່ນຍາວອອກມາ ຫຼື ເທົ່າກັບຄີອ່ອນ, ຄີຫຼັງມີກ້ານຄີອ່ອນ 47-52 ອັນ, ຄີຫາງກົມ, ມີສີເທົາເຂັ້ມ. ຈຳນວນກະດູຟັນຟືມມີປະມານ 32 ອັນ, ສີເຫຼືອງ.

ບັນຍາຍການນຳໃຊ້

ປາດຸກອຸຍແມ່ນຄືສຳຄັນທາງດ້ານເສດຖະກິດທັ້ງແບບຂາຍສົດ ແລະ ປາແຫ້ງ. ໂດຍສາມາດນຳມາເຮັດອາຫານໄດ້ຫຼາກຫຼາຍລາຍການເຊັ່ນ: ປີ້ງ, ປົ່ນ, ທອດ, ລາບ ແລະ ອື່ນໆ. ປາຊະນິດນີ້ຍັງໄດ້ນິຍົມລ້ຽງໃນລະດັບຄອບຄົວຈົນເຖິງການສ້າງເປັນຟາມຂະໜາດໃຫຍ່, ແຕ່ປາຊະນິດມີການຈະເລີນເຕິບໂຕຊ້າ ແລະ ປະລິມານການຜະລິດຍັງຫຼຸດລົງທັ້ງທີ່ມີຄວາມຕ້ອງການສູງເພື່ອຕອບສະໜອງໃຫ້ແກ່ຕະຫຼາດຕ່າງໆ.

ການປະກອບສ່ວນ