ປາຫວ່າໜ້ານໍ / Bump-headed Fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Incisilabeo behri (Fowler, 1937) / Cyprinidae
ຊື່ພ້ອງ
Labeo behri Fowler, 1937
Bangana behri Fowler, 1937
? Osteochilus tatumi Fowler, 1937
ຊື່ອື່ນ
Cambodian: Trey pava mouk pee
Thai: Wa Na Nor
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

ປາເກັດຂະໜາດ 20-32 ຊມ. ຮູບຮ່າງຮຽວຍາວ, ໜາ. ສ່ວນຄີຫຼັງມາຫາຫົວຈະສ້ວຍເລັກນ້ອຍ, ສ່ວນຄ້ອນໄປຫາຫາງຈະສ້ວຍຫຼາຍກວ່າ. ຫົວຈະເປັນສີສົ້ມ ຫຼື ສີດຳ, ໜ້າຈະວ້ຳຫຼັກເຂົ້າ. ປາກຢູ່ສ່ວນສຸດຂອງຫົວ, ຮີມປາກໜາໃຫຍ່. ຫົວສ່ວນໜ້າຈະນູນອອກ, ຈະມີຕຸ່ມກະຈາຍລົງມາຫາບ່ອນຫຼັກວ້ຳ. ລຳຕົວເປັນສີນ້ຳຕານປົນສີເຫຼືອງ, ດ້ານຫຼັງມີຄີ 1 ອັນ. ດ້ານມີຄີຄູ່ເອິກ, ຄີຄູ່ທ້ອງ ແລະ ຄີກົ້ນ. ຫາງ: ຄີວ້ຳເລີກ. ຄີທຸກອັນມັກເປັນສີດຳ ຫຼື ບາງຄັ້ງມັກເປັນສີເຫຼືອງປົນສີສົ້ມ.

ເຂດກະຈາຍພັນ: ພົບຕາມອ່າງແມ່ນ້ຳຂອງໃນປະເທດລາວ, ໄທ ແລະ ກຳປູເຈຍ

ບັນຍາຍການນຳໃຊ້

young

ປາຫວ່າໜ້ານໍ່ ມັກພົບເຫັນຢູ່ຕະຫຼາດທີ່ໃກ້ກັບແມ່ນ້ຳຂອງ ແຕ່ປາກຊັນຈົນຮອດປາກເຊ. ເປັນປາທີ່ນິຍົມບໍລິໂພກເປັນອາຫານ ແລະ ພົບຕາມລະດູການ. ສ່ວນຫຼາຍແມ່ນຖຶກມອງ ຊາວປະມົງ. ສາມາດເຮັດອາຫານໄດ້ຫຼາຍແບບເຊັ່ນ: ແກງ, ລາບ, ກ້ອຍ, ປາແຫ້ງ ແລະ ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ປາຫວ່າໜ້ານໍ ສ່ວນຫຼາຍແມ່ອາໄສໃນບ່ອນທີ່ເປັນກ້ອນຫິນ ຫຼື ພະລານຫີນທີ່ມີຢູ່ຕາມ ລຳແມ່ນ້ຳຂະໜາດໃຫຍ່ ສະຖານທີ່ດັ່ງກ່າວ ແມ່ນເປັນເງື່ອນໄຂ ໃນການຈຳກັດການກະຈາຍ ຂອງປາຊະນິດນີ້. ໃນຊ່ວງລະດູແລ້ງ ຈະຢູ່ບໍລິເວນວັງນ້ຳເລິກ ຕາມລຳແມ່ນ້ຳຂອງ ແລະ ສາຂາໃຫຍ່ໆ. ການເຄື່ອນຍ້າຍໄປປະສົມພັນແມ່ນໄດ້ຄົ້ນພົບໃນແມ່ນ້ຳເຊກອງ, ເຊິ່ງເປັນສ່ວນ ໜື່ງຂອງອ່າງໂຕ່ງຂອງເຊສານ, ແຕ່ກໍ່ຍັງ ບໍ່ທັນຮູ້ແຈ້ງເທື່ອວ່າຄວາມຕ້ອງການສະເພາະ ຫຼື ເງື່ອນໄຂສະພາບແບບໃດທີ່ຈະເປັນບ່ອນປະສົມພັນຂອງມັນແທ້. ປາທີ່ໂຕເຕັມໄວ ຈະຂຶ້ນໄປ ທາງເໜືອເພື່ອການປະສົມພັນໃນຊ່ວງຕົ້ນລະດູຝົນ ເຊື່ອກັນວ່າໄຂ່ ແລະ ລູກປາຈະໄຫຼ ລ່ອງລົງ ຕາມກະແສນ້ຳ ເຂົ້າໄປສູ່ບ່ອນ ອະນຸບານລຳແມ່ນ້ຳບ່ອນທີ່ມີປ່ານ້ຳຖ້ວມ (ບ່ອນທີ່ໄດ້ສັງເກດ ເຫັນເລື້ອຍໆແມ່ນເຂດລະຫວ່າງກະເຈະຫາຄອນພະເພັງ) ໂດຍທົ່ວໄປ, ການເຄືອນຍ້າຍ ເຫຼົ້ານີ້ ເກີດຂຶ້ນລະຫວ່າງ ລຳແມ່ນ້ຳຂອງ ຫາ ສາຂາເຊັ່ນ ເຊສານ. ໃນຊ່ວງທ້າຍລະດູຝົນ, ປາຮາມຍ້າຍ ເຂົ້າໄປໃນ ວັງນ້ຳເລິກ, ການເຄື່ອນຍ້າຍນີ້ແມ່ນສຶບຕໍ່ໄປໃນລະດູແລ້ງ. ການເຄື່ອນຍ້າຍໃນ ລະດູແລ້ງຂອງປາຫວ່າໜ້ານໍເມື່ອກ່ອນມີລາຍງານວ່າ ຈາກ ເໜືອຄອນພະເພັງ ລະຫວ່າງ ເດືອນທັນວາຫາກຸມພາ. ເຊິ່ງເວລາການເຄື່ອນຍ້າຍດັ່ງກ່າວແມ່ນເປັນຊ່ວງ ເວລາທີ່ສຳຄັນ ໃນການ ປະມົງຂອງເຂດດັ່ງກ່າວ. ເຊິ່ງເປັນກຸ່ມປາທີ່ມີຂະໜາດສະເລ່ຍ 275 ກຣາມ. ຈາກບ້ານຫາງຄອນໃກ້ໆກັບ ຄອນພະເພັງວ່າ ມີອິກກຸ່ມໜື່ງ ເຊິ່ງມີ ນ້ຳໜັກສະເລ່ຍ 100-150 ກຣາມ. ການເຄື່ອນຍ້າຍຂອງປາຫວ່າເພື່ອການປະສົມພັນ ກໍ່ໄດ້ພົບໃນເຂດພາກເໜືອ ໃນຊ່ວງຕົ້ນ ລະດູ ຝົນ, ການເຄື່ອນຍ້າຍຂອງປາຫວ່າເພື່ອການປະສົມພັນ ກໍ່ໄດ້ພົບໃນ ເຂດພາກເໜືອ ໃນຊ່ວງຕົ້ນລະດູຝົນ, ການເຄື່ອນຍ້າຍ ດັ່ງກ່າວ ແມ່ນ ຕິດພົນກັບການປ່ຽນ ແປງຂອງລະດັບ ແລະ ສີຂອງນ້ຳ ທີ່ເນື່ອງມາຈາກຝົນຕົກ. ຊາວປະມົງໃນເຂດດັ່ງກ່າວ ໄດ້ລາຍງານ ວ່າ ປາຫວ່າໜ້ານໍ ແມ່ນເຄື່ອນຍ້າຍພ້ອມດຽວກັບຈຳພວກປາເກັດອື່ນໆ ເຊັ່ນ: ປາຫວ່າ, ປາພອນ, ປາເພ້ຍ ແລະ ປາຈາດ ພ້ອມດ້ວຍຈຳພວກປາແຂ້ວໄກ້ໝູມັນ.

ການປະກອບສ່ວນ