ນ້ຳສະມຸນໄພຜັກຊານາລີ

Andy Souvanhphukdee
ດື່ມນ້ຳສະໝຸນໄພຜັກຊານາລີ ໄດ້ທັງບຳລຸງສະໝອງ, ຫົວໃຈ ແລະ ຍັງຊ່ວຍຂັບລົມໃນກະເພາະອາຫານນຳອີກ
ເຮືອນຄົວລາວ
https://www.flickr.com/photos/143714077@N05/32900133528/in/photolist-S8gMtw-an3Km6-6BLAD8-29UdDLc-9zBUzu-21Vuxoe-fLqnNo-dJah3-dSPkDR-6m7CCN-3iQ9UV-dipe11-eiZyjU-UuVXY7-5nQ2Dr-bNBq6R-aL7V1n-hBcP3w-auGzsE-oy7YYT-eezSC2-6jM4S1-5YvVaq-4YJ3GK-kxgHsz-on6qt9-6fU
flickr.com

ຊັບພະຄຸນຂອງຜັກຊານາລີ:
 -  ຊ່ວຍເຮັດໃຫ້ຈະເລີນອາຫານ, ກະຕຸ້ນໃຫ້ເກີດຄວາມຍາກອາຫານ.
 -  ຊ່ວຍບໍາລຸງຫົວໃຈ ແລະ ຮັກສາພະຍາດຫົວໃຈ.
 -  ຊ່ວຍບໍາລຸງຕັບໄຕໃຫ້ແຂງແຮງ.
 -  ຊ່ວຍດັບຄວາມຮ້ອນໃນຮ່າງກາຍແກ້ອາການຮ້ອນໃນ.

ຂໍ້ມູນ ພາເຂົ້າລາວ

ສ່ວນປະສົມ

  • ຊານາລີ່ 1 ຈອກກາເຟ
  • ນ້ຳເຊື່ອມ ¼ ຈອກກາເຟ
  • ນ້ຳສະອາດ 2 ຈອກກາເຟ

ວິທີປຸງແຕ່ງ

  • ນຳຜັກຊານາລີ ມາລ້າງນ້ຳໃຫ້ສະອາດ ແລ້ວຊອຍ
  • ໃສ່ຜັກຊານາລີ່, ນ້ຳ ລົງໃນເຄື່ອງປັ່ນ 
  • ຫຼັງຈາກທີ່ປັ່ນແລ້ວ ຕອງນ້ຳດ້ວຍຜ້າຂາວບາງ, ສຳລັບຄົນທີ່ຕ້ອງການນ້ຳໃສ
  • ໃສ່ນ້ຳເຊື່ອມລົງໄປໃນນ້ຳຊານາລີ (ປະລິມານຕາມຕ້ອງການ), ຄົນໃຫ້ເຂົ້າກັນ
  • ເທໃສ່ຈອກ ຫຼື ເກັບໃສ່ຂວດ ໄວ້ໃນຕູ້ເຢັນເພື່ອເກັບໄວ້ດື່ມໃນເທື່ອຕໍ່ໄປ

ວິທີປຸງແຕ່ງ: ປຶ້ມນ້ຳສະໝຸນໄພ
 

ວີດີໂອແນະນຳ celeryjuice.com

ການປະກອບສ່ວນ