ນ້ຳລຳໄຍ
ດ້ວຍຄຸນປະໂຫຍດຂອງລຳໄຍ ສາມາດນຳມາປຸງແຕ່ງເປັນເຄື່ອງດື່ມໄດ້ ແລະ ຍັງມີລົດຊາດຫອມຫວານ ແບບທຳມະຊາດ ຫຼື ຈະໃສ່ນ້ຳກ້ອນ ເພື່ອເປັນເຄື່ອງດື່ມເຢັນ
ເຮືອນຄົວລາວ
phakhaolao. la
ເຄື່ອງປະສົມ
• ລຳໄຍອົບແຫ້ງ 3 ກຣາມ
• ນ້ຳ 2 ລິດ
ວິທີປຸງແຕ່ງ
- ຕົ້ມລຳໄຍ ປະມານ 30 ນາທີ ເພື່ອໃຫ້ໄດ້ນ້ຳລຳໄຍທີ່ມີຄວາມເຂັ້ມຂຸ້ນ
- ຫຼັງຈາກທີ່ຕົ້ມແລ້ວ ປະໄວ້ໃຫ້ເຢັນ ແລະ ແຍກຕ່ອນອອກຈາກນ້ຳຕ່າງຫາກ, ຕອງນ້ຳດ້ວຍຜ້າຂາວ ເພື່ອຄວາມສະດວກໃນເວລາດື່ມ.
ຄຳແນະນຳ
• ໃສ່ນ້ຳຕານ ຫຼື ນ້ຳເຊື່ອມ ຖ້າມັກລົດຊາດຫວານ
• ໃສ່ນ້ຳກ້ອນ ເວລາຮັບປະທານ
ວີດີໂອພີ່ມເຕີມຈາກ Aroypoong