ໝາກຈອງບານ / Malva Nut

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Scaphium macropodum (Miq.) Beumée ex K.Heyne / Malvaceae
ຊື່ພ້ອງ
Carpophyllum macropodum Miq.
Firmiana borneensis Merr.
Scaphium borneense (Merr.) Kosterm.
Sterculia macropoda (Miq.) Hook. ex Kloppenb.
ຊື່ອື່ນ
ໄທ: ພຸງທະລາຍ, ຊໍາຣອງ.
ກໍາປູເຈຍ: ກລາບຈີ່ລີ່ງລິກ, ຊໍຣອງ, ຊໍາຣັງສີເປວ, ສົມວັງ, ສົມຣັງສວາ
ຈີນ: ຕາໄຮເສດ, ຕູໄຊບ່ອຍ, ແປນດາໄລ
ຫວຽດນາມ: ອວ່າຍ, ອານນາມຕູ, ເດບາຍຕູ, ເຮືອງດາວ
ອັງກິດ: Malva nuts
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນໝາກຈອງບານ ເປັນຕົ້ນໄມ້ໃຫຍ່ ແລະ ຕັ້ງຊື່,  ສູງເຖິງ 45 ມ ແລະ ມີໜ້າຕ້າງພຽງເອີກ ປະມານ 80 ຊມ. ໃບຂອງມັນມີຂະໜາດ ແລະ ຮູບຮ່າງຕ່າງກັນ ແລະ ເປັນຮູບຮີ ຫາ ຮູບໄຂ່, ກວ້າງ 10-12 ຊມ ແລະ ຍາວ 15-25 ຊມ. ຊໍ່ດອກມີທັງດອກຜູ້ ແລະ ດອກແມ່ ເປັນຈຸ້ມມີຂຽວອ່ອນ ແລະ ສີແດງ ແລະ ມີຂົນກະຈາຍເລັກນ້ອຍ. ໝາກສົດເປັນສີນໍ້າຕານ ແລະ ໂອບດວ້ຍປີກ ທີ່ຍາວເຖິງ 20 ຊມ ແລະ ເປັນໝາກທີ່ແຕກ. ແກ່ນເປັນຮູບກົມສ້ວຍສອງສົ້ນ (ແອນລິບ), ສີນໍ້າຕານ. ເມື່ອແຊ່ນ້ຳຈະບານເຍື້ອຍອອກ.

ບັນຍາຍການນຳໃຊ້

ເມື່ອເອົາແກ່ນຂອງໝາກຈອງແຊ່ນໍ້າ, ຈະບານຟູຕົວອອກ ແລະ ສາມາດໃຊ້ເປັນຢາປົວຖອກທ້ອງ, ເຈັບຄໍ, ໄອ, ອອກຮ້ອນ ແລະ ປັດສະວະບໍ່ສະດວກ. ປະລິມານທີ່ໃຊ້ຕໍ່ມື້ ແມ່ນປະມານ 4-5 ແກ່ນ ແຊ່ໃສ່ນໍ້າ 1 ລິດ ແລະ ໃສ່ນໍ້າຕານປະສົມຕື່ມ. ຢູ່ໃນປະເທດສິງກະໂປ ເພີ່ນໃຊ້ເຮັດເປັນຂອງຫວານ ຊື່ ເຈັງເຕັງ. ຢູ່ລາວແມ່ນເຮັດເປັນອາຫານໂດຍສະເພາະແມ່ນລາບ ຫຼື ປົ່ນກັບປາ ເປັນອາຫານຍອດນິຍົມ ແລະ ປະຈຸບັນແກ່ນໝາກຈອງລາຄາຂ້ອນຂ້າງແພງຂຶ້ນ.

ການປະກອບສ່ວນ