ໝາກຕາວ / Westerhout's Sugar Palm

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Arenga westerhoutii Griff. / Arecaceae
ຊື່ພ້ອງ
Saguerus westerhoutii (Griff.) H.Wendl. & Drude
ຊື່ອື່ນ
ໄທ: ໝາກຕາວຕາດ, ໝາກຕາວ, ລັງກາບ, ຮັງໄຂ່, ຮັງໄກ່, ສິດ, ລາກະ
ກໍາປູເຈຍ: ຈຣີ
ຫວຽດນາມ: ຮອດດວກ
ອັງກິດ: sugar palm fruit, sweetmeat
ບັນຍາຍລັກສະນະພືດສາດ

ຕົ້ນຕາວ ມີລໍາຕົ້ນດ່ຽວ, ຕັ້ງຊື່, ສູງປະມານ 8-20 ມ, ສະເພາະແຕ່ລໍາຕົ້ນ ຍາວປະມານ 5-10 ມ ແລະ ໝ້າຕ້າງລະຫວ່າງ 25-60 ຊມ. ຕົ້ນຕາວມີໃບປະສົມ ປະມານ 15 ໃບ,  ແຕ່ລະໃບ ຍາວ 6-10 ມ ແລະ ປະກອບມີໃບຍ່ອຍ 150 ຄູ່. ຊໍ່ດອກຜູ້ ແລະ ດອກແມ່ເກີດຢູ່ຕົ້ນ ແຍກກັນ ແລະ ມີຄວາມຍາວເຖິງ 1-2 ມ. ແຕ່ລະຕົ້ນແມ່ ຈະມີຊໍ່ດອກແມ່ ປະມານ 3-7 ຊໍ່ ເກີດຢູ່ຍອດຂອງຕົ້ນຕາວ, ສ່ວນຕົ້ນຜູ້ ມີຊໍ່ດອກຜູ້ 7-15 ຊໍ່ ເກີດຂຶ້ນຕາມຫຼັງດອກແມ່ ແລະ ຢູ່ສ່ວນລຸ່ມຂອງເຮືອນຍອດ. ດອກແມ່ ຊໍ່ໝຶ່ງ ອາດມີດອກ ເຖິງ 10,000 ດອກ. ໝາກຂອງມັນມີສີຂຽວ, ຍາວ 5-8 ຊມ, ເປັນໜ່ວຍມົນ, ມີນວນ, ເກີດເປັນພົ້ວ ຊຶ່ງມີປະມານ 36,000 ໜ່ວຍ. ແຕ່ລະໝ່ວຍບັນຈຸມີ ໝຶ່ງ ຫາ ສາມແກ່ນ ສີເຫຼືອງທີ່ມີລົດຫວານມັນ. ເວລາເກີດດອກອອກໝາກຂອງມັນນັ້ນຍັງບໍ່ທັນຮູ້ໄດ້ແນ່ນອນເທື່ອ.

ບັນຍາຍການນຳໃຊ້

ແກ່ນໝາກຕາວ ແມ່ນນິຍົມກັນໃຊ້ເຮັດນໍ້າຫວານ ແລະ ເຮັດກະແລັມ ສໍາລັບຢູ່ປະເທດລາວ ແລະ ໄທ. ສ່ວນຍອດ ຫຼື ໜໍ່ (ບາງເທື່ອກໍ່ເອີ້ນວ່າ ກະລໍ່າປີໝາກຕາວ) ກໍ່ເປັນອາຫານທີ່ນິຍົມຂອງຫຼາຍທ້ອງຖິ່ນ. ໃບແກ່ ສາມາດໃຊ້ມຸງຫຼັງຄາເຮືອນ ແລະ ຫໍ່ເຄື່ອງກໍ່ໄດ້. ສໍາລັບນໍ້າຫວານທີ່ໄດ້ມາຈາກງວງດອກຜູ້ນັ້ນ ສາມາດນໍາມາປຸງແຕ່ງເປັນເຫຼົ້າໄດ້.

ການປະກອບສ່ວນ