ນ້ຳລຳໄຍ

Andy Souvanhphukdee
ດ້ວຍຄຸນປະໂຫຍດຂອງລຳໄຍ ສາມາດນຳມາປຸງແຕ່ງເປັນເຄື່ອງດື່ມໄດ້ ແລະ ຍັງມີລົດຊາດຫອມຫວານ ແບບທຳມະຊາດ ຫຼື ຈະໃສ່ນ້ຳກ້ອນ ເພື່ອເປັນເຄື່ອງດື່ມເຢັນ
ເຮືອນຄົວລາວ
phakhaolao. la

ເຄື່ອງປະສົມ
  •   ລຳໄຍອົບແຫ້ງ 3 ກຣາມ
  •   ນ້ຳ 2 ລິດ

ວິທີປຸງແຕ່ງ

  • ຕົ້ມລຳໄຍ ປະມານ 30 ນາທີ ເພື່ອໃຫ້ໄດ້ນ້ຳລຳໄຍທີ່ມີຄວາມເຂັ້ມຂຸ້ນ
  • ຫຼັງຈາກທີ່ຕົ້ມແລ້ວ ປະໄວ້ໃຫ້ເຢັນ ແລະ ແຍກຕ່ອນອອກຈາກນ້ຳຕ່າງຫາກ, ຕອງນ້ຳດ້ວຍຜ້າຂາວ ເພື່ອຄວາມສະດວກໃນເວລາດື່ມ.

ຄຳແນະນຳ

   •  ໃສ່ນ້ຳຕານ ຫຼື ນ້ຳເຊື່ອມ ຖ້າມັກລົດຊາດຫວານ
   •  ໃສ່ນ້ຳກ້ອນ ເວລາຮັບປະທານ

ວີດີໂອພີ່ມເຕີມຈາກ Aroypoong

ການປະກອບສ່ວນ