ຊາສະໝຸນໄພກັບຄຸນປະໂຫຍດອັນຫຼາກຫຼາຍ

Andy Souvanhphukdee
ຊາສະໝຸນໄພກັບຄຸນປະໂຫຍດອັນຫຼາກຫຼາຍດີຕໍ່ສຸຂະພາບ ແລະ ຊ່ວຍໃຫ້ຈິດໃຈສະຫງົບຜ່ອນຄາຍ
ຊີວະນາໆພັນກະສິກຳ
https://timesofindia.indiatimes.com/life-style/food-news/8-ways-herbal-tea-benefits-your-health/photostory/69385326.cms?picid=69385379
timesofindia.indiatimes.com

ເມື່ອກ່າວເຖິງຊາ ຫຼາຍໆຄົນອາດຈະຄິດເຖິງຜະລິດຕະພັນຊາແຫ້ງ ຫຼື ຊາຂຽວ ທີ່ເຮັດຈາກໃບຊາ ແຕ່ຄວາມຈິງແລ້ວຊາມີຫຼາກຫຼາຍປະເພດ ແລະ ມີສ່ວນປະສົມທີ່ແຕກຕ່າງກັນ ເມື່ອສ່ວນປະສົມທີ່ໃຊ້ແຕກຕ່າງກັນຄຸນປະໂຫຍດທີ່ໄດ້ຮັບກໍແຕກຕ່າງເຊັ່ນກັນ.

ຊາສະໝຸນໄພແຕກຕ່າງຈາກຊາທົ່ວໄປແນວໃດ?

ປົກກະຕິແລ້ວຊາທຳມະດາ ຈະປຸງແຕ່ງມາຈາກໃບຂອງຕົ້ນຊາ (camellia sinensis) ແຕ່ວ່າຊາສະໝຸນໄພນັ້ນປຸງແຕ່ງມາຈາກພືດສະໝຸນໄພໂດຍກົງເຊັ່ນ: ດອກໄມ້, ໝາກໄມ້, ໃບໄມ້, ເປືຶອກ, ຮາກ ແລະ ຫົວຂອງພືດສະໝຸນໄພນາໆຊະນິດ. ດອກຄາໂມມາຍ (Matricaria chamomilla), ຫົວສີໄຄ (Cymbopogon citratus (DC.) Stapf), ແລະ ຫອມລາບ (Men tha piperita L) ຈັດເປັນກຸ່ມພືດສະໝຸນໄພທີ່ໄດ້ຮັບຄວາມນິຍົມສຳລັບການເຮັດຊາສະໝຸນໄພ.

https://www.flickr.com/photos/pixel9/1205984482/in/photolist-2QyZaU-7gS3EX-NVfyg-4ZjNsH-8som2m-8pVZDF-NVfxX-fM7pLR-4BEtsB-6xkP9i-4xkr5j-6YDTWi-5fwDf2-bKzcK-afx5e5-bXmnSM-bSCfAe-bSCfDM-sTgqD-bn7vNx-2GyjyC-76CKr4-5d6ikt-bDHwtb-b6rw9z-4BEtnD-4Uoj5V-7RGKpV-bKzcz-2MzYyn-6qLBLZ-4qERGb-2QyXUf-2hEAzwj-2ibMgRw-PGCsU3-gXvKrM-5e5DmV-PDZ1Eu-bsZgWZ-yGqWcf-bXm17P-bXmg2i-6eg6Qx-7RGLDc-2gRs1Ck-4qERJd-8SdTD-88KuUf-88w17q

 

ຕະຫຼອດໄລຍະເວລາຫຼາຍສະຕະວັດປີທີ່ຜ່ານມາ ຊາສະໝຸນໄພໄດ້ຮັບການຍອມຮັບ ແລະ ຍົກໃຫ້ເປັນເຄື່ອງດື່ມເພື່ອສຸຂະພາບທີ່ດີທີ່ສຸດປະເພດໜຶ່ງ ໂດຍມີຈຸດເລີມຕົ້ນມາຈາກປະເທດອີຢິບ ແລະ ຈີນສະໄໝບູຮານ ເຊິ່ງພວກເຂົານຳໃຊ້ພືດສະໝຸນເພື່ອເພີ່ມລົດຊາດໃຫ້ອາຫານ ແລະ ເພື່ອສຸຂະພາບທີ່ດີ, ແຕ່ທັ້ງນີ້ທັ້ງນັ້ນຕ້ອງໃຊ້ໃຫ້ຖືກວິທີ ພ້ອມກັບສ່ວນປະສົມທີ່ເໝາະສົມຈຶ່ງຈະໄດ້ຮັບຄຸນປະໂຫຍດຕ່າງໆທີດີຕໍ່ສຸຂະພາບ.

ຄຸນປະໂຫຍດຂອງຊາສະໝຸນໄພ:

  • ຊ່ວຍຮັກສາອາການໄອ ແລະ ເປັນຫວັດ ພືດສະໝຸນໄພທີ່ໃຊ້ປະກອບມີ ຂີງ ແລະ ຫອມລາບເປັນຕົ້ນ

  • ຊ່ວຍຍ່ອຍອາຫານໄດ້ດີ ແນະນຳໃຫ້ດື່ມຊາຫຼັງຈາກຮັບປະທານອາຫານ ເພາະຈະຊ່ວຍໃຫ້ລະບົບຍ່ອຍອາຫານທຳງານໄດ້ດີ, ສະມຸນໄພທີ່ນິຍົມໃຊ້ມີ ແຄຫອມ (Cinnamomum cassia Bl.), ດອກຄາໂມມາຍ (Matricaria chamomilla), ຫອມລາບ (Men tha piperita L), ຂີງ (Zingiber officinale Roscoe).

  • ຊ່ວຍຄວບຄຸມນ້ຳໜັກ ແລະ ການຢາກອາຫານ, ສະມຸນໄພ ຂີງ, ດອກໄໝ (hibiscus) and ຫົວສີໄຄ ມີຊັບພະຄຸນຊ່ວຍໃນການເຜົາຜານໄຂມັນ.

  • ຊາສະໝຸນໄພບາງຊະນິດມີສານຕໍ່ຕ້ານອານຸມູນອິດສະລະ ຊ່ວຍໃນການບຳລຸງຜິວພັນ ແລະ ເຮັດໃຫ້ແກ່ໂຕຊ້າ. 

  • ຊ່ວຍຫຼຸດຜ່ອນຄວາມຄຽດ ເຮັດໃຫ້ຈິດໃຈສະຫງົບ ແລະ ຜ່ອນຄາຍໃນລະດັບດີ ລົດອາການຊຶມເສົ້າ ຊ່ວຍໃຫ້ນອນຫຼັບດີ, ສະໝຸນໄພທີ່ນິຍົມໃຊ້ມີ ຜັກຫອມລາບໆ, ຄາໂມມາຍ ແລະ ດອກໝາກນອດເປັນຕົ້ນ

  • ຊ່ວຍໃນການລ້າງສານພິດໃຫ້ຮ່າງກາຍ ສະໝຸນໄພທີ່ລ້າງສານພິດໃຫ້ຮ່າງກາຍໄດ້ດີມີ ຂີງ, ແຄຫອມ ແລະ ພິກໄທດຳເປັນຕົ້ນ

  • ລົດການອັກເສບຂໍ້, ປວດບວມ ແລະ ເໜື່ອຍລ້າໄດ້ ຊາຂີງໄດ້ຮັບຄວາມນິຍົມສຳລັບລົດການອັກເສບຂໍ້.

  • ສາມາດໃຊ້ຊາສະມຸນໄພຫຼຸດຄວາມດັນເລືອດໄດ້ ປາສະຈາກສານເຄມີ ແລະ ຜົນຂ້າງຄຽງ.

  • ດີຕໍ່ຜິວ ແລະ ສຸພາບ: ສະໝຸນໄພທີ່ໃຊ້ມີພວກຕະກຸນ basil, ຂີງ ແລະ ຄາໂມມາຍກໍເປັນໜຶ່ງໃນພືດສະໝຸນໄພທີ່ມີຄຸນນະສົມບັດຕໍ່ຕ້ານເຊື້ອໂລກ

ສິ່ງສຳຄັນໃນການດື່ມຊາໃຫ້ເກີດປະໂຫຍດ ແລະ ມີຜົນດີຕໍ່ຂະພາບຫຼາຍທີ່ສຸດຄື ຕ້ອງດື່ມຊາທີ່ມີສ່ວນປະສົມຈາກພືດສະໝຸນໄພທຳມະຊາດ 100%. ດື່ມຊາສະໝຸນໄພໃຫ້ພໍເໝາະບໍ່ໜ້ອຍ ຫຼື ຫຼາຍເກີນໄປ ດື່ມໃນປະລິມານທີ່ເໝາະສົມ ຊາສະໝຸນໄພ 1 ຈອກແມ່ນພຽງພໍແລ້ວສຳລັບມື້ໜຶ່ງ

https://utz.org/wp-content/uploads/2017/06/Herbal-tea-world-map-01-1024x541.jpg

 

 

source:

UTZ - Rainforest Alliance

timesofindia.indiatimes.com

grosche.ca

healthline.com

 

ການປະກອບສ່ວນ