ຂົ້ວໜໍ່ໄມ້

Andy souvanhphukdee
ຂົ້ວໜໍ່ໄມ້ ອາຫານຈານພິເສດ ຈາກຫຼວງນໍ້າທາ, ຖ້າຈະກິນໜໍ່ໄມ້ ກໍຕ້ອງມີນໍ້າປູ, ກໍຄືກັນກັບລົດມ້າທີ່ຕ້ອງມີມ້າເປັນຕົວເຄື່ອນທີ. ແຕ່ຖ້າບໍ່ມີນໍ້າປູກໍສາມາດໃຊ້ກະປິແທນໄດ້.
ເຮືອນຄົວລາວ
Kees Sprengers

ສ່ວນປະສົມ
ໜໍ່ໄມ້ສົດ 1 kg (ຕ້ອງຕົ້ມໃຫ້ສຸກ); ຊີ້ນໝູ 400 g ( ຊີ້ນສົດ,ໜັງ ແລະ ຊີ້ນຕິດນໍ້າມັນ); ເສັ້ນລ້ອນ ຫຼື ເສັ້ນມີ່ 1 ມັດ (ຫຼັງຈາກຕົ້ມສຸກແລ້ວ ເອົານໍ້າອອກໃຫ້ແຫ້ງ); ຜັກທຽມ 3 ຫົວ; ໝາກເຜັດຂຽວ 3 ໜ່ວຍ (ຊອຍ); ນໍ້າປູ 1 ບ່ວງແກງ (ຖ້າເປັນກະປິ ໃຫ້ໃຊ້ 2 ບ່ວງຊາ); ໃບຂີ້ຫູດ 3-5 ໃບ(ແຕ່ລະໃບຊີກອອກເປັນເຄິ່ງ); ນໍ້າປາ 2 ບ່ວງແກງ
ສະອິ້ວ 2 ບ່ວງແກງ; ຊອດຫອຍນາງລົມ 2 ບ່ວງແກງ; ນໍ້າຕານ 1 ບ່ວງຊາ; ຫອມປ້ອມ ແລະ ຫອມບົວຊອຍ.

ວິທີການ
1. ກຽມໜໍ່ໄມ້, ຕັດອອກເປັນ 3 ທ່ອນ ແລ້ວຊອຍແຕ່ລະທອນເປັນຕ່ອນບາງໆ
2. ທອດໜັງໝູ ແລະ ຊີ້ນຕິດນໍ້າມັນ ແລ້ວຕັກອອກໄວ້ຖ້ວຍ ຫຼື ຈານ ເພື່ອໃຫ້ສະເດັດນໍ້າມັນ
3. ໃສ່ຜັກທຽມ ລົງໃນໝໍ້ ທີ່ຕັກຊີ້ນໝູອອກ, ຫຼັງຈາກທີ່ກະທຽມປ່ຽນເປັນສີເຫຼືອງແລ້ວ ກໍໃສ່ ໝາກເຜັດ,ນໍ້າປູ ແລະ ໜັງ ພ້ອມຊີ້ນໝູຕິດນ້ຳມັນ. ເພີ່ມໃບຂີ້ຫູດ, ຕາມດ້ວຍໜໍ່ຊອຍ ແລະ ຊີ້ນໝູ, ໃສ່ 1 ບ່ວງຊາ ສຳລັບນໍ້າປາ, ສະອີ້ວ, ນໍ້າຕານ ແລະ ຊອດຫອຍນາງລົມ
4. ຂົ້ວ 4 ນາທີ ເພື່ອໃຫ້ໜໍ່ ແລະ ຊີ້ນໝູ ສຸກ
5. ໃສ່ເສັ້ນລ້ອນ ລື ເສັ້ນໝີ່ລົງໃນໝໍ້ ແລ້ວຂົ້ວທຸກຢ່າງໃຫ້ເຂົ້າກັນ, ອາດຈະໃສ່ສະອີ້ວເພີ່ມ ຫຼັງຈາກໍຶມລົດຊາດ
6. ໃສ່ຫອມປ້ອມ ແລະ ຜັກບົ່ວ

ເພື່ອຄວາມແຕກຕ່າງ

ສາມາດໃສ່ ໝາກຖົ່ວ ຫຼື ໃບຂີ້ຫູດເພີ່ມເຕີມ ກໍໄດ້
 

ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານພາກເໜືອລາວ ( ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ການປະກອບສ່ວນ