ການປູກຂ່າ ແລະ ຂີງ

Soulivanh BOUNTHAMMY
ວິທີການປູກຂ່າ ແລະ ຂິງ ໄວ້ກິນໃນຄົວເຮືອນ, ປະຫຍັດ, ປອດສານພິດ ແລະ ປູກງ່າຍ
ແນະນຳວິທີເຮັດ
http://www.maribehlla.com/wp-content/uploads/2013/08/IMG_0775.jpg
www.maribehlla.com

ການປູກ
    ໄລຍະຫ່າງລະຫວ່າງຂຸມປະມານ 70 ຊມ, ໄລຍະຫ່າງລະຫວ່າງແຖວປະມານ 100 ຊມ, ຫຼັງຈາກກະກຽມດິນແລ້ວໃຫ້ຂຸດເປັນຂຸມໂດຍໃຊ້ໄລຍະປູກຕາມທີ່ກໍານົດ, ຂຸດເອົາເຫງົ້າຂີງ-ຂ່າຈາກກໍແມ່ພັນເດີມ ແລະ ຮາກ ໂດຍໃຊ້ແບ່ງເອົາເຫງົ້າຂີງ-ຂາ ຍາວປະມານ 1 ຄືບ ຫຼື 20 ຊມ ໃຫ້ມີດິນຕິດຮາກມາພ້ອມແລ້ວຝັງລົງຂຸມ, ສໍາລັບຂ່າແມ່ນປະມານ 2-3 ເຫງົ້າ/ຂຸມ, ສ່ວນຂີງແມ່ນ 1-2 ຫົວ/ຂຸມ (ຖ້າຫົວໃຫຍ່). ຫຼັງຈາກນັ້ນ, ໃຊ້ດິນຖົມໃຫ້ພໍດີພຽງກັບຫນ້າດິນເດີມແລ້ວຫົດນໍ້າ ໃຫ້ຊຸມ. 
ການບົວລະບັດຮັກສາ: 
  •  ຖ້າດິນທີປູກມີຄວາມອຸດົມສົມບູນໜ້ອຍຈໍາເປັນຕ້ອງໃສ່ຝຸ່ນຄອກ-ຝຸ່ນບົ່ມປະມານ 1-2 ກຼາມ/ຂຸມ ແລະ
ຄວນໃສ່ຝຸ່ນຢ່າງໜ້ອຍເດືອນລະຄັ້ງ (ອີງຕາມຄວາມເໝາະສົມ). 
  •  ເວລາປູກໃໝ່ໆຄວນຫົດນ້ໍາມື້ລະ 1-2 ເທື່ອ (ຕອນເຊົ້າ ແລະ ຕອນແລງ). ໃນໄລຍະ 1-2 ອາທິດທໍາອິດ, ຫຼັງຈາກຂີງ-ຂ່າຈະເລີນເຕີບໂຕດີແລ້ວຈຶ່ງຫົດນໍ້າໜ້ອຍລົງ 2-3 ຄັ້ງຕໍ່ອາທິດກໍໄດ້. 
  •  ການເສຍຫຍ້າ, ພວນດິນຖ້າເຮົາສັງເກດມີຫຍ້າ ຫຼື ພືດອື່ນໆເກີດຄວນທໍາການກໍາຈັດ ແລະ ພວນດິນໄປພ້ອມ.
ການເກັບກ່ຽວ:
  -  ຖ້າດິນແຫ້ງຄວນມີການຫົດນໍ້າກ່ອນເກັບກ່ຽວເພື່ອສະດວກຕໍ່ການຂຸດ ຫຼື ຫຼົກ ແລະ ຫຼຸດຜ່ອນຄວາມເສຍຫາຍ.
  -  ຖ້າຈະຂຸດຂີງ-ຂ່າອ່ອນ ຫຼື ຂີງ-ຂ່າແກ່ນັ້ນຂຶ້ນຢູ່ກັບຄວາມຕ້ອງການຂອງຕະຫຼາດ. ຖ້າຈະໃຊ້ປະກອບເປັນອາຫານຕ້ອງເປັນຂີງ-ຂ່າອ່ອນ, ແຕ່ຖ້າໃຊ້ເປັນສະໝຸນໄພຕ້ອງເປັນຂີງ-ຂ່າແກ່.
ຄຸນປະໂຫຍດຂອງຂີງ 
  -  ນອກຈາກນໍາມາໃຊ້ໃນການປຸງແຕ່ງອາຫານແລ້ວ, ຂີງຍັງເປັນພືດສະໝຸນໄພທີ່ສາມາດຮັກສາອາການປຸ້ນທ້ອງປວດຮາກ ໂດຍການນໍາຂີງແກ່ ແລະ ສົດ ປະມານ 2-3 ຫົວ ທຸບແລ້ວຕົ້ມໃສ່ນໍ້າແລ້ວດື່ມ.
  -  ຮັກສາອາການເປັນຫວັດ, ເປັນໄອ ໂດຍນໍາເອົາຂີງແກ່ສົດປະມານ 7 ກຼາມ ແລະ ຂີງແຫ້ງ 2 ກຼາມ ຕົ້ມກັບນ້ໍາຕານຊາຍແດງດື່ມເພື່ອຮັກສາອາການ ຫຼື ໃຊ້ຂີງແກ່ 2-3 ຫົວ ມາທຸບໃຫ້ລະອຽດ ຕົ້ມໃສ່ນ້ໍາສະອາດເພື່ອເຮັດໃຫ້ອາການໄຂ້ຫວັດຫຼຸດລົງ. 
ຄຸນປະໂຫຍດຂອງຂ່າ 
  -  ນອກຈາກນໍາມາປຸງແຕ່ງອາຫານແລ້ວ, ຂ່າຍັງເປັນພືດສະໝຸນໄພທີ່ສາມາດແກ້ອາການປວດເມື່ອຍຕາມກ້າມຊີ້ນ, ການປວດບວມຕາມຂໍ່ໂດຍການນໍາໃຊ້ຕົ້ມຂ່າແກ່ນໍາມາຕົ້ມປະສົມກັບນ້ໍາມັນໝາກພ້າວແລ້ວທາຕາມຈຸດທີ່ເຈັບປວດ.
  -  ຂີງ ແລະ ຂ່າຍັງເປັນພືດກະສິກໍາທີ່ເປັນສິນຄ້າ, ມີລາຄາດີ ແລະ ມີຄວາມຕ້ອງການຫຼາຍໃນການບໍລິໂພກປະຈໍາວັນ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ