ຂ່າໂຄມ / Banana Flower Galangal

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia platychilus K.Schum. / Zingiberaceae
ຊື່ພ້ອງ
ຊື່ອື່ນ
Chinese: 宽唇山姜 [kuan chun shan jiang]
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກທີ່ມີເຫງົ້າໃຕ້ດິນ, ຫົວໃຕ້ດິນໜາ, ສີເຫຼືອງອ່ອນມີເນື້ອເປັນເສັ້ນໃຍ. ລຳຕົ້ນສູງປະມານ 2-4 ມ, ມີປະມານ 7-20 ໃບ. ໃບຈັບເປັນລະນຽບດຽວ, ແຜ່ນໃບຮູບຂອບຂະໜານ, ກວ້າງປະມານ 20 ຊມ, ຍາວ 100-120 ຊມ, ແຜ່ນໃບພັບເປັນຈິບຕື້ນ, ປາຍຮຽວແຫຼມ, ຂອບໃບລຽບ, ໂຄນໃບມົນ ຫຼື ຮຽວແຫຼມ. ແຜ່ນໃບດ້ານເທີງກ້ຽງ, ດ້ານລຸ່ມມີຂົນນຸ່ມໜາແໜ້ນ. ກ້ານໃບຍາວໄດ້ 3 ຊມ, ຫຼື ສັ້ນໆ. ລີ້ນໃບແຍກເປັນສອງແສກ, ກວ້າງ ແລະ ຍາວ 1.5-2 ຊມ, ມີຂົນສີນ້ຳຕານອົມດຳປົກຄູມດ້ານນອກ. ຊໍ່ດອກແບບຕັ້ງຊື່ເປັນຊໍ່ດອກແບບກະຈະ ເກີດຢູ່ປາຍຍອດຂອງລຳຕົ້ນ ຍາວ 15-38 ຊມ, ກ້ານຊໍ່ດອກຍາວປະມານ 15 ຊມ, ເສັ້ນສູນກາງປະມານ 2 ຊມ, ໃບປະດັບຊໍ່ດອກເປັນກາບຫຸ້ມ ພວງດອກໄວ້ກ່ອນບານ. ດອກສີຂາວປົນສີເຫຼືອງ ທາງດ້ານໃນສີແດງ.  ກາບດອກໂຄນເຊື່ອມຕິດກັນເປັນຫຼອດຍາວປະມານ 1 ຊມ, ປາຍແຍກເປັນແສກເລີກດ້ານດຽວ, ຍາວປະມານ 3,5 ຊມ, ປາຍສຸດມີສອງເຖີງສາມແສກ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວປະມານ 1 ຊມ, ປາຍແຍກເປັນສາມແສກ ສີຂາວ, ຮູບຂອບຂະໜາດ ຫຼື ຮູບຮີກວ້າງ, ກວ້າງ 2-2,8 ຊມ, ຍາວ 5-5,5 ຊມ, ປາຍຄູ່ມໂຄ້ງ. ກິບປາກສີເຫຼືອງ ມີແຖບລາຍເສັ້ນສີແດງຕາແນວກາງກິບ ກິບຄ້າຍຮູບຫົວໃຈກັບ ກວ້າງປະມານ 6 ຊມ, ຍາວປະມານ 7 ຊມ, ປາຍສຸດຮູບແຖບຍືນຍາວປະມານ 1,6 ຊມ, ປາຍມົນ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບເປັນຕີ່ງ. ເກສອນເພດຜູ້ຍາວປະມານ 5 ຊມ. ເຕົ້າໄຂ່ຍາວປະມານ 7 ມມ, ມີຂົນໜາແໜ່ນ. ໝາກມົນກົມສີຂຽວ, ມີຂົນໜາແໜ້ນ, ເມື່ອສຸກແລ້ວເປືອກໝາກຈະເປັນສີເຫຼືອງອົມແດງ. ເມັດເປັນຫ່ຼຽມມົນ, ມີເຍື້ອສີຂຽວຫຸ້ມໄວ້, ເມັດແກ່ຈະເປັນສີດຳອົມນ້ຳຕານ.

ບັນຍາຍການນຳໃຊ້

ເປັນຂ່າທີ່ມີຊໍ່ດອກທີ່ໃຫຍ່ທີ່ສຸດໃນພືດສະກຸນຂ່າ, ຊໍ່ດອກຈຸ້ມຈະຄ້າຍຄືກັບປີໝາກກ້ວຍ ແຕ່ມີຂະໜາດນ້ອຍກວ່າ ແລະ ເປັນຊໍ່ຕັ້ງຂື້ນ, ນັ້ນແມ່ນເປັນສ່ວນທີ່ຊາວບ້ານເກັບມາຂາຍ ແລະ ເກັບມາເຮັດເປັນອາຫານ, ດອກຂ່າຊະນິດນີ້ສ່ວນຫຼາຍປະຊາຊົນໃນຊົນນະບົດໄດ້ເກັບເອົາຊໍ່ດອກທີ່ຍັງອ່ອນເອົາມາເຜົາໄຟ, ຫຼື ປີ້ງໃຫ້ສຸກດີແລ້ວເອົາມາຕໍ່າແຈ່ວໃສ່ກັບປາ, ຈະມີລົດຊາດເຜັດຮື່ນ ແລະ ມີກີ່ນຫອມຂອງດອກຂ່າທີ່ເຜົາໄຟ, ບາງເຂດກໍ່ນຳເອົາແຕ່ຊໍ່ດອກດັ່ງກ່າວມາເຜົາໄຟ ແລ້ວກໍ່ຕ່ຳເຮັດແຈ່ວເລີຍ ແລະ ບາງເທື່ອເຜົາແລ້ວກໍ່ກັບລາບ, ຫຼື ແຈ່ວຕ່າງໆໄດ້. ຖືວ່າມີການເກັບມາຂາຍຫຼາຍໃນຕະຫຼາຍຫຼວງພະບາງ ແລະ ຫົວພັນ. 

ການປະກອບສ່ວນ