ຂ່າແດງ / Wild Smaller Ganglangal

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia laosensis Gagnep. / Zingiberaceae
ຊື່ພ້ອງ
ຊື່ອື່ນ
Chinese: 节鞭山姜 [jie bian shan jiang]
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກຫຼາຍປີ, ມີເຫງົ້າໃຕ້ດິນທີ່ແຂງແຮງ, ລຳຕົ້ນສູງປະມານ 1,2-2 ເມັດ, ແຕກຫຼາຍຕົ້ນພາຍໃນສຸ່ມ, ມີ 5-12 ໃບ/ຕົ້ນ. ໃບຈັບລຽງແບບລະນາບດຽວ, ແຜ່ນໃບຮູບຂອບຂະໜານ ຫຼື ຮູບໃບຫອກ, ກວ້າງ 4-10 ຊມ, ຍາວ 20-35 ຊມ, ປາຍຮຽວແຫຼມ, ໂຄນມົນ, ຂອບໃບລຽບ, ແຜ່ນໃບທັງສອງດ້ານກ້ຽງ. ກ້ານໃບຍາວບໍ່ເຖີງ 1 ຊມ, ແຂງ. ລີ້ນໃບຮູບຄ້າຍແຜ່ນສາມຫຼ່ຽມ, ຍາວປະມານ 5 ມມ. ຊໍ່ດອກແບບຊໍ່ກະຈຸກແຍກຂະແໜງ, ມີຊໍ່ດອຍ່ອຍແບບກະຈະເກີດຢູ່ທີ່ປາຍລຳຕົ້ນ, ຊົງຮິຍາວ 20-30 ຊມ. ໃບປະດັບຊໍ່ດອກຮູບຮີແກມຮູບຂອບຂະໜານ, ຫ່ຽວແຫ້ງ ແລະ ຫຼົ່ນງ່າຍ, ໃບປະດັບຍ່ອຍຍາວປະມານ 5 ມມ, ໃບປະດັບຍ່ອຍຮູບໄຂ່ກວ້າງເຖີງຮູບຂອບຂະໜານ ຍາວປະມານ 4 ມມ. ກ້ານຊໍ່ດອກຍາວປະມານ 5 ຊມ, ຊໍ່ດອກຍ່ອຍຍາວ 2-10 ມມ. ດອກສີຂາວນວນເຖີງຂຽວອ່ອນເຖີງສີເຫຼືອງອົມສົ້ມ ບາງຄັ້ງເປັນສີແດງ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວປະມານ 4 ມມ, ປາຍແຍກເປັນສາມແສກ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວປະມານ ໌ ມມ, ປາຍແຍກເປັນສາມແສກ, ຮູບຮີແກມຂອບຂະໜານແຄບ ຫຼື ຮູບໄຂ່ກວ້າງ ຍາວ 6-7 ມມ, ປາຍມົນໂຄ້ງ. ກິບປາກສີເຫຼືອງ, ມີລາຍຂິດສີແດງສົມສອງຂ້າງຂອງກິບ, ກິບຮູບຮີແກມຮູບໄຂ່ກວ້າງ ກວ້າງ ແລະ ຍາວປະມານ 5 ມມ, ປາຍ ແລະ ຂອງເປັນຄື່ນສັ້ນ, ກິບຄູ່ຂ້າງທີ່ເກິດຈາກເກສອນເພດຜູ້ທີ່ເປັນໜັນມີຂະໜາດນ້ອຍເປັນຮູບຕີ່ງ ສີແດງອົມສີສົ້ມ. ເກສອນເພດຜູ້ຍາວປະມານ 7 ມມ. ເຕົ້າໄຂ່ຍາວ 3-6 ມມ, ກ້ຽງ. ໝາກມົນກົມ ເສັ້ນຜ່ານສູນກາງປະມານ 2-4 ມມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອສຸກແລ້ວເປັນສີແດງ. ເມັດກົມເປັນຫ່ຼຽມ, ສີດຳເມື່ອແກ່, ມີເຍື້ອສີຂາວຫຸ້ມໄວ້. 

ບັນຍາຍການນຳໃຊ້

ເປັນພືດທີ່ມີການນຳໃຊ້ຢ່າງກວ້າງຂວາງ ແລະ ນຳໃຊ້ໃນຊີວິດປະຈຳວັນ ເຊັ່ນຫົວຂອງມັນແມ່ນເປັນເຄື່ອງເທດຍອດນິຍົມສຳລັບຄົນລາວເຮົາກໍ່ວ່າໄດ້ ບໍ່ວ່າຈະເປັນແກ້ງ, ເອາະ, ແຈ່ວ, ຕົ້ມຍໍາ ແລະ ອື່ນໆ, ລ້ວນແລ້ວແຕ່ມັກໃສ່ຫົວຂ່າທັງນັ້ນ. ແຕ່ລະມື້ມີການເກັບກູ້ໄປຂາຍ ແລະ ໄດ້ມີການປູກເອົາໄວ້ໃນບ້ານ ແລະ ເກັບກູ້ຈາກປ່າ, ໜໍ່ອ່ອນຂອງຂ່າຊະນິດນີ້ຖືກເກັບກູ້ກັນຢ່າງກວ້າງຂວາງໃນຊ່ວງມັນອອກໜໍ່ໃນປະມານເດືອນເມສາ-ພືດສະພາ, ສາມາດເຫັນຂາຍຢູ່ຕາມທ້ອງຕະຫຼາດ, ຄົນລາວເຮົາມັກເອົາມາແກ້ງ, ລວກ ແລະ ຊຸບປົນກັບໜໍ່ໄມ້ ຫຼື ຜັກຊະນິດອື່ນ. ນອກຈາກໜໍ່ແລ້ວກໍ່ຍັງມີຊໍ່ດອກອ່ອນກໍ່ນຳມາປູກແຕ່ງເປັນອາຫານເຊັ່ນດຽວກັນ, ຊໍ່ດອກອ່ອນນີ້ຍັງມີການນຳມາລວມ ແລະ ປີ້ງຕ່ຳແຈ່ວໃສ່ກັບກົບ ຫຼື ປາກໍ່ແຊບຫຼາຍເຊັ່ນດຽວກັນ. ແຕ່ພໍ່ເມື່ອໝາກສຸກແລ້ວກໍ່ຍັງມີການເກັບໝາກຂາຍນຳອິກ, ໝາກສຸກຂອງນຳສາມາດເອົາມາປຸ່ງແຕ່ງເປັນຢາໄດ້ອິກ ແລະ ເມັດຂອງຂ່າຊະນິດນີ້ຍັງມີຄົນຊື່ຂາຍເພື່ອເປັນແນວພັນນຳອິກ. ທາງດ້ານການຢາສະໜູນໄພແລ້ວເພີ່ນໄດ້ນຳເອົາຫົວຂ່າມາບົດໃຫ້ມູ່ນໆ ແລ້ວປະສົມກັບເຫຼົ້າ90%ໃຊ້ເປັນຢ່າທາຂີ້ກາກຂີ້ກ້ຽນ, ນອກຍັງເປັນຢາຊ່ວຍໃນການບຳລູງຮ່າງກາຍ ແລະ ຊ່ວຍໃນການໝູນວຽນຂອງເລືອດໄດ້ດີ.  

ການປະກອບສ່ວນ