APA 6th ed. ຜັກຫວານປ່າ / Melientha. (2020, May 27). Retrieved from https://www.phakhaolao.la/kb/0000019
MLA 8th ed. ຜັກຫວານປ່າ / Melientha. Pha Khao Lao, 27 May 2020, https://www.phakhaolao.la/kb/0000019.
Chicago 17th ed. Pha Khao Lao. 2020. "ຜັກຫວານປ່າ / Melientha." Published May 27, 2020. https://www.phakhaolao.la/kb/0000019.
ການເກັບກູ້ຍອດອ່ອນ
ຜັກຫວານປ່າເມື່ອອາຍຸໄດ້ 3 ປີ ກໍ່ເລີ່ມເກັບກູ້ຍອດອ່ອນໄດ້ແລ້ວ, ອາດຈະໄດ້ໜ້ອຍ, ແຕ່ປີຕໍ່ໄປອາດຈະໄດ້ຫຼາຍຂຶ້ນໄປເລື້ອຍໆ, ຕາມອາຍຸ ແລະ ຂະໜາດຂອງຊົງພຸ່ມຂອງຜັກຫວານປ່າທີ່ເພີ່ມຫຼາຍຂຶ້ນ. ໃນການເກັບຍອດອ່ອນສາມາດຕັດຍອດອ່ອນຜັກຫວານປ່າທີ່ແຕກອອກມາຍາວປະມານ 15-25 ຊັງຕິແມັດ, ເພື່ອນຳມາບໍລິໂພກ ແລະ ຂາຍ. ແຕ່ຄວນລະມັດລະວັງ ຢ່າເກັບຍອດຜັກຫວານປ່າທີ່ຕົ້ນອາຍຸບໍ່ເຖິງ 3 ປີ, ເພາະຈະເຮັດໃຫ້ຕົ້ນຜັກຫວານຕາຍໄດ້ ຫຼື ຢຸດການຈະເລີນເຕິບໂຕ. ປະລິມານການເກັບຍອດອ່ອນນອກຈາກຈະຂຶ້ນກັບອາຍຸແລ້ວ ຍັງຂຶ້ນກັບຈຳນວນຄັ້ງທີ່ເກັບກູ້ໃນແຕ່ລະປີ. ເວລາທີ່ມີການເກັບກູ້ຄວນເກັບກູ້ໃນຊ່ວງຕອນເຊົ້າຂອງທຸກໆວັນ ເພາະຕອນເຊົ້າຍອດຈະສົດຊື່ນດີ ແລະ ບໍ່ຫົດງໍ້. ຈະຕ້ອງເກັບຍອດທີ່ຍາວປະມານ 15-25 ຊັງຕິແມັດ ແລະ ຫັກຍອດຊ່ວຍກະຕຸ້ນກິ່ງໃຫ້ແຕກຍອດອອກມາໃໝ່.
ການຕຸ້ນໃຫ້ຜັກຫວານແຕກຍອດອ່ອນ
ຜັກຫວານປ່າເມື່ອອາຍຸພ້ອມທີ່ຈະເກັບຍອດອ່ອນແລ້ວ ກໍ່ເລີ່ມມີການຕັດແຕ່ງກີ່ງງ່າ, ຕັດກີ່ງງ່ານ້ອຍອອກໃຫ້ເຫຼືອປະມານ 15-20 ຊັງຕິແມັດ. ດັດໃບແກ່ບາງສ່ວນອອກໃຫ້ເຫຼືອປະມານ 3-4 ໃບ. ຈາກນັ້ນກໍ່ຫົດນໍ້າໃນພຽງພໍ. ຈາກນັ້ນກີ່ງງ່ານ້ອຍກໍ່ເລີ່ມແຕກຍອດຍາວປະມານ 15-20 ຊັງຕິແມັດ, ກໍ່ສາມາດເກັບຍອດອ່ອນໄດ້ເລີຍ. ເມື່ອເກັບກູ້ແລ້ວຄວນໃຫ້ຝຸ່ນ ແລະ ນ້ຳສະໝໍ່າສະເໜີ.
ເຕັກນິກການເຮັດໃຫ້ຜັກຫວານແຕກຍອດນອກລະດູ
ຜັກຫວານປ່າສາມາດເຮັດໃຫ້ອອກຍອດນອກລະດູໄດ້ ອາດຈະເຮັດໃຫ້ອອກກ່ອນລະດູການ ຫຼື ຫຼັງລະດູການ. ແຕ່ກ່ອນຈະຕັດກີ່ງງ່າເພື່ອໃຫ້ອອກຍອດຄວນໃສ່ຝຸ່ນກ່ອນປະມານໜື່ງເດືອນ. ໂດຍກຳນົດວັນທີ່ຈະເຮັດໃຫ້ຍອດຜັກຫວານເກັບຍອດໄດ້. ໂດຍການຕັດກີ່ງງ່າຜັກຫວານທັ້ງຕົ້ນ ເພື່ອກະຕຸ້ນ, ດັດໃບອອກເກືອບໝົດ, ຈົ່ງໄວ້ເລັກນ້ອຍ. ຈາກນັ້ນໃຫ້ຫັກກີ່ງຂະແໜງອອກເຄີ່ງໜື່ງຂອງຄວາມຍາວກີ່ງງ່າ. ຖ້າຫັກກີ່ງໄວ້ຍາວເກີນໄປຈະເຮັດໃຫ້ຍອດອ່ອນບໍ່ງາມ. ຫຼັງຈາກນັ້ນຄວນຫົດນໍ້າໃຫ້ຫົດນ້ຳ 3-5 ຄັ້ງຕໍ່ອາທິດ. ຜັກຫວານກໍ່ສາມາດເກັບຍອດອ່ອນໄດ້ປະມານ 3-4 ຄັ້ງ. ໂດຍແຕ່ລະຄັ້ງຈະຫ່າງກັນປະມານ 7 ມື້. ດັ່ງນັ້ນຖ້າຈະຂາຍຜັກຫວານໃນຊ່ວງປີໃໝ່ສາກົນກໍ່ຕ້ອງໄດ້ຕັດແຕ່ງກີ່ງປະມານເດືອນພະຈິກ-ທັນວາ. ເມື່ອເກັບຜັກຫວານປ່າໝົດຍອດແລ້ວ ຕ້ອງໃຫ້ຕົ້ນຜັກຫວານພັກ ແລະ ບຳລູງຕົ້ນໃຫ້ແຂງແຮງ.