ສັບພະຄຸນ ແລະ ໂພຊະນາການ

ຜັກຫວານປ່າມີປະໂຫຍດ ແລະ ຮູ້ຈັກກັນມາແຕ່ດົນນານມາແລ້ວ, ທັ້ງເປັນອາຫານ ແລະ ຢາພື້ນເມືອງ ເຊິ່ງປັດຈຸບັນເປັນທີ່ນິຍົມກັນຢ່າງກວ້າງຂວາງ,  ຜັກຫວານເປັນຢາພື້ນເມືອງທີ່ສາມາດໃຊ້ສ່ວນຕ່າງມາເປັນຢາ ຫຼື ສ່ວນປະສົມຂອງຢາພື້ນເມືອງຕ່າງເຊັ່ນ: ໃຊ້ຮັກສາບາດແຜ, ປວດຂໍ້, ປວດຫົວ, ປວດທ້ອງ. ໃຊ້ເປັນຢາເຢັນ, ຖອນພິດ, ແກ້ຮ້ອນໃນກະຫາຍນ້ຳ, ແກ້ພິດໄຂ້ນ້ຳບິພິການ.
ຍອດອ່ອນ ແລະ ໃບອ່ອນຂອງຜັກຫວານປ່າ ມີຄຸນປະໂຫຍດທາງໂພຊະນາການ. ໃບ ແລະ ຍອດອ່ອນຂອງຜັກຫວານ 100 ກຣາມໃຫ້ຄຸນຄ່າທາງອາຫານດັ່ງນີ້: 
 

ລຳດັບ

ທາດອາຫານ

ປະລິມານ

1

ພະລັງງານ

339.0 ກິໂລແຄລໍຣິ

2

ວິຕາມິນ ເອ

68,500.00 ຫົວໜ່ວຍສາກົນ

3

ນ້ຳ

987.1 ກຣາມ

4

ວິຕາມິນ ບິໜື່ງ

120.12 ມິນລີກຣາມ

5

ວິຕາມີນບີສອງ

151.65 ມິນລີກຣາມ

6

ໂປຣຕິນ

0.1 ກຣາມ

7

ວິຕາວິຊີ

168.00 ກຣາມ

8

ຄາໂບໄຮເດຣດ

8.3 ກຣາມ

9

ໄນອາຊີນ

3.60 ມິນລີກຣາມ

10

ແຄລຊຽມ

24.0 ກຣາມ

11

ເບ້ຕ້າ-ແຄໂຣທີນ

516.33 ໄມໂຄຣກຣາມ

12

ຟອສຟໍຣັດ

68.0 ມິນລີກຣາມ

13

ໃຍອາຫານ

2.10 ກຣາມ

14

ເຫຼັກ

1.3 ມິນລີກຣາມ

15

ຂີ້ເທົ່າ

1.80 ມິນລີກຣາມ

 

ຜັກຫວານປ່າມີຄຸນຄ່າທາງໂພຊະນາການສູງ, ມີສານອາຫານ, ເກືອແຮ່ ແລະ ວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ແຄລຊຽມ ແລະ ຟອສຟໍຣັດ, ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ປ້ອງກັນກະດູກຜ່ອຍ. ເຊິ່ງສົ່ງຜົນໃຫ້ກ້າມຊີ້ນຍືດຫົດໄດ້ດີ. ຜັກຫວານປ່າສົດໆມີວິຕາມີນສູງ, ຊ່ວຍປ້ອງກັນຈຸລັງໃນຮ່າງກາຍຈາກມົນລະພິດທາງອາກາດ, ຊ່ວຍປ້ອງກັນການເກີດມະເຮັງຈາກແສງແດດ ແລະ ຜິວໜັງຫ່ຽວແຫ້ງກ່ອນໄວ.  ຜັກຫວານມີທາດ ເບຕ້າ-ແຄໂຣທີນເຊິ່ງເປັນແອນຕິອອກຊິແດນ, ເມື່ອຖຶກປ່ຽນໄປເປັນວິຕາມິນເອໃນຮ່າງກາຍແລ້ວຈະຊ່ວຍບຳລູງສາຍຕາ, ເຮັດໃຫ້ເບີ່ງເຫັນໄດ້ຊັດເຈນ. ເພີ່ມພູມຄຸ້ມກັນຂອງຮ່າງກາຍ, ວິຕາມິນບີໃນຜັກຫວານປ່າປ້ອງກັນພະຍາດປາກເປື່ອຍ ເຊິ່ງຖ້າຂາດໃນໄວເດັກຈະເຮັດໃຫ້ຢຸດການຈະເລີນເຕິບໂຕ. ນອກຈາກນີ້ຜັກຫວານຍັງມີເສັ້ນໃຍອາຫານສູງຊ່ວຍໃນລະບົບຂັບຖ່າຍໄດ້ດີ ແລະ ເປັນຢາລະບາຍອ່ອນໆ.
ຜັກຫວານປ່າສາມາດນຳມາເຮັດອາຫານໄດ້ຫຼາກຫຼາຍລາຍການເຊັ່ນແກງ, ຜັກລວກ, ຍຳ ແລະ ຂົ້ວ. ແຕ່ບໍ່ຄວນຮັບປະທານສົດເພາະຈະເຮັດໃຫ້ເບື່ອເມົາ ແລະ ເປັນໄຂ້ໄດ້.

ການປະກອບສ່ວນ